ຕາມການລາຍງານຈາກ ທ່ານ ນາງ ໜູພິນ ບົວສີແກ້ວ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໃນວັນທີ 5 ຕຸລາ 2021 ນີ້ວ່າ: ການເກັບກ່ຽວມ້ຽນມັດເຂົ້ານາປີ ຂອງຊາວນາຊາວກະສິກອນທົ່ວເມືອງທ່າປາງທອງ ແມ່ນກຳລັງພວມຂຸ້ນຂ້ຽວ ຢ່າງເປັນຂະບວນການ ກວ້າງ ຂວາງ, ເຊິ່ງມາຮອດປັດຈຸບັນ ທົ່ວເມືອງສາມາດເກັບກ່ຽວໄດ້ແລ້ວ 20% ຂອງເນື້ອທີ່ປັກດຳຕົວຈິງ 9.368,74 ເຮັກຕາ.
ໃນປີນີ້ ສະພາບອາກາດເອື້ອຍອໍານວຍຕໍ່ການທຳການຜະລິດລະດູຝົນພໍສົມຄວນ ຈຶ່ງເປັນເງື່ອນໄຂອຳນວຍຄວາມສະດວກໃຫ້ກັບຊາວນາ ຊາວກະສິກອນ ໄດ້ຫັນລົງສູ່ການຜະລິດແຕ່ຫົວທີ ແລະ ທັນກັບລະດູການ ແລະ ຄາດວ່າຈະໃຫ້ເກັບກ່ຽວເຂົ້າສຳເລັດໃນເດືອນພະຈິກ 2021 ທີ່ຈະມາເຖິງ, ພ້ອມກັນນີ້ກະສິກອນ ຍັງໄດ້ປູກພືດສຳຮອງເຊັ່ນ: ໝາກຖົ່ວ, ໝາກແຕ່ງ, ສາລີ, ໝາກເຂືອ, ໝາກເພັດ, ໝາກອຶ, ໝາກໂມ, ໝາກເລັ່ນ, ເຜືອກມັນຕ່າງໆ ແລະ ພືດຜັກຕ່າງໆນໍາອີກ ທົ່ວເມືອງປະຕິບັດໄດ້ 367,3 ເຮັກ ແລະ ຢູ່ເຂດອ່າງເກັບນໍ້າຊົນລະປະທານ ເຊສາລາລອງ ມີແຜນຜະລິດ 230 ເຮັກຕາ ປະຕິບັດໄດ້ 192,7 ເຮັກຕາ.
ທ່ານ ນາງ ໜູພິນ ບົວສີແກ້ວ ຍັງໃຫ້ຮູ້ອີກວ່າ: ຫລັງຈາກເກັບກ່ຽວມ້ຽນເຂົ້ານາປີສຳເລັດແລ້ວ, ຂະແໜງການກ່ຽວຂ້ອງ ຈະໄດ້ຫ້າງຫາກະກຽມ ລົງຊຸກຍູ້ສົ່ງເສີມໃຫ້ຊາວນາບ່ອນທີ່ມີເງື່ອນໄຂ ເຮັດນາແຊງ ແລະ ປູກພືດລະດູແລ້ງປະເພດຕ່າງໆ, ຢູ່ເຂດຊົນລະປະ ທານເຊສາລະລອງ ໃຫ້ຫລາຍຂຶ້ນຕື່ມ.
Loading...