ທ່ານ ແດນ ເນຍຣີ, ຮອງປະທານບໍລິສັດ Meta ປະຈຳພາກພື້ນ ອາ ຊີ – ປາຊີຟິກ ໄດ້ແບ່ງປັນກ່ຽວກັບຂໍ້ມູນດ້ານຕ່າງໆລວມ ເຖິງບົດສົນ ທະນາກັບບັນດາທຸລະກິດຕ່າງໆແລະນັກສ້າງເນື້ອຫາໃນພາກພື້ນເພື່ອເບິ່ງວ່າກະແສເຫຼົົ່ານີ້ໄດ້ປັບປ່ຽນໂຄງສ້າງຂອງຄວາມນິຍົມທາງສື່ສັງຄົມອອນລາຍ ແລະຊ່ວຍໃຫ້ທຸລະກິດສາມາດເຊື່ອມຕໍ່ກັບລູກຄ້າລວມເຖິງຊຸມຊົນໄດ້ແນວໃດ.
ເມື່ອຕົ້ນປີ 2021 ຜ່ານມາ, ເປັນການປ່ຽນແປງຄັ້ງທຳອິດຂອງຍຸກດິຈີຕອນ ໃຊ້ຊີວິດ ແບບຢູ່ກັບບ້ານຂອງໂຕເອງເປັນຫຼັກ, ຍ້ອນການລະບາດຂອງພະຍາດໂຄວິດ 19 ເຊິ່ງເປັນໄລຍະທີ່ເໝາະສົມທີ່ສຸດໃນການປ່ຽນແປງສຳຫຼັບທຸລະກິດໃນທຸກໆຂະໜາດ ແລະ ຕ້ອງໄດ້ຄິດຄົ້ນວິທີການໃໝ່ໆ ໃນການເຮັດວຽກ ເພື່ອໃຫ້ທຸລະກິນເຕີບໂຕໄປຂ້າງໜ້າ ຂະນະດຽວ ກັນກໍຍັງຕ້ອງເຊື່ອມຕໍ່ກັບລູກຄ້າ ຂອງພວກເຂົາ ຢ່າງສະໝໍ່າສະເໝີ. ແລະ ຕ້ອງຊອກຫາແນວທາງໃນການສ້າງປະສົບການທີ່ຍິ່ງໃຫ່ຍກວ່າເກົ່າ ໃຫ້ລູກຄ້າທາງອອນລາຍ ດ້ວຍການໄປພົບປະກັນໃນທຸກບ່ອນທີ່ລູກຄ້າຂອງພວກເຂົາຢູ່ ແລະທົດລອງໃຊ້ຮູບແບບແລະຊ່ອງທາງໃນການ ສື່ສານແບບໃໝ່ໆໄປພ້ອມກັນນໍາ ອີງຕາມຄອນເທັ້ນຊີຣີ້ “Ideals That Matter” ທີ່ພວກເຮົາໄດ້ເປີດໂຕໄປເມື່ອໄວໆນີ້,ໂດຍໄດ້ສົນທະນາກັບຫົວ ໜ່ວຍທຸລະກິດຕ່າງໆໃນທົ່ວພາກພື້ນ ເພື່ອຮັບຟັງວ່າສິ່ງໃດແທດເໝາະແລະໄດ້ຮັບຜົນດີ ແລະເຫັນໂອກາດ ຫຼາຍໆຢ່າງທີ່ເກີດ ຂຶ້ນ ທາງສື່ສັງຄົມອອນລາຍໃນການດຳເນີນທຸລະກິດ. ເຖິງວ່າຈະມີກະແສນິຍົມຫຼາຍໆຢ່າງແຕ່ ຕ້ອງໃຊ້ເວລາຫຼາຍປີຈຶ່ງສາມາດ ເຂົ້າເຖິງສັກກະຍະພາບສູງສຸດໄດ້, ແຕ່ພວກເຮົາເຫັນໄດ້ຊັດເຈນວ່າ ຢ່າງໜ້ອຍຈະມີ 5 ຄ່ານິຍົມ ທີ່ສາມາດເຕີບໂຕແລະໄດ້ຮັບຄວາມນິຍົມໃນເວລາອັນໃກ້ນີ້:
ເປັນຕົ້ນ: ແອັບພຣິເຄຊັນສຳລັບ AR/VR ເລີ່ມເປັນທີ່ນິຍົມແລ້ວ, ເຊິ່ງນັບຕັ້ງແຕ່ການລອງສວມໃສ່ເຄື່ອງນຸ່ງ ແລະ ເກີບ ແບບສະເໝືອນຈິງ ກ່ອນທີ່ທ່ານຈະຕັດສິນໃຈຊື້ ຈົນເຖິງການເຮັດວຽກທາງໄກໃນພື້ນທີ່ສະເໝືອນຈິງ.
ອີງໃສ່ Facebook IQ: ບົດລາຍງານຂອງມິຕິໃໝ່ແຫ່ງການເຊື່ອມຕໍ່ (ວັນທີ 4 ເດືອນມິຖຸນາ ປີ2021) ລະບຸວ່າ 78% ຂອງຜູ້ຄົນໃນທົ່ວໂລກເວົ້າວ່າ AR ເປັນຮູບແບບໃນການປະຕິສຳພັນກັບແບຣນຕ່າງໆ ທີ່ມ່ວນ, ແລະ 74% ເຊື່ອວ່າ AR ຈະສາມາດເຊື່ອມຊ່ອງຫວ່າງລະຫວ່າງໂລກອອນລາຍແລະອັອບລາຍໄດ້.
2. ການຄ້າຂາຍທາງສື່ສັງຄົມອອນລາຍ: ໃນໄລຍະໂຄວິດ 19 ລະບາດທຸລະກິດຕ່າງໆໄດ້ຫັນເຂົ້າສູ່ການຄ້າຂາຍແບບອອນໄລ ຫລາຍກວ່າຂື້ນ
3. ວັນ Mega Sale:
ການລວມກັນລະຫວ່າງຄວາມບັນເທີງແລະການຊັອບປິ້ງນັ້ນນັບເປັນກິດຈະກຳທີ່ເຮັດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແລະຈະເຕີບໂຕສືບຕໍ່ໄປເລື້ອຍໆ ໃນພາກພື້ນອາຊຽນ.
ນັກສ້າງເນື້ອຫາ:
ເນື່ອງຈາກການລະບາດຂອງພະຍາດ, ຜູ້ຄົນຈຳເປັນຕ້ອງໄດ້ເກັບໂຕຢູ່ແຕ່ໃນບ້ານ ແລະຊອກຫາຊ່ອງທາງຕ່າງໆໃນການສ້າງຄວາມບັນເທີງໃຫ້ກັບໂຕເອງມາເປັນເວລາດົນ. ຈຶ່ງເປັນເລື່ອງທຳມະດາທີ່ເນື້ອຫາຕ່າງໆທີ່ສ້າງສັນຢູ່ໃນບ້ານຈະມີອັດຕາທີ່ເພີ່ມຂຶ້ນ ທັ້ງຈຳນວນຫົວຂໍ້ ແລະຮູບແບບຕ່າງໆ ເຊັ່ນ: ການສາທິດວິທີເຮັດອາຫານ, ການສ້າງຄວາມບັນເທີງໃນຄອບຄົວ, ເຄັດລັບການອອກກຳລັງກາຍ ແລະ ແນ່ນອນວ່າລວມໄປເຖິງນັກສ້າງເນື້ອຫາໃນຫົວຂໍ້ທີ່ກ່ຽວກັບທຸລະກິດ ແລະການເງິນ.
5. ວິດີໂອ:
ຜູ້ຊົມທີ່ເບິ່ງວິດີໂອດິຈີຕອນໃນຂົງເຂດ ອາຊີ-ປາຊີຟິກ ຈະເພີ່ມຂຶ້ນເຖິງ 2 ພັນລ້ານຄົນໃນປີ 2022, ເຊິ່ງໄວຂຶ້ນ 1 ປີ ທຽບກັບການຄາດການທີ່ຜ່ານມາ ໂດຍຈະເຫັນວ່າ ວິດີໂອຮູບແບບສັ້ນເຊັ່ນ: Reels ກຳລັງເຕີບໂຕໃນອັດຕາທີ່ໄວ ແລະເປັນວິທີການເພີ່ມການມີສ່ວນຮ່ວມ ຂອງຜູ້ຄົນເທິງ Instagram.
ເຖິງແມ່ນວ່າເຕັກໂນໂລຊີຈະບໍ່ໄດ້ຢຸດຢູ່ກັບທີ່, ແຕ່ສິ່ງໜຶ່ງທີ່ຍັງຄົງບໍ່ປ່ຽນແປງ ຄືຜູ້ຄົນເລືອກທີ່ຈະໂຕ້ຕອບກັບຮ້ານຄ້າ ໃນແບບຄົນທົ່ວໄປ, ມີຄວາມເປັນສ່ວນຕົວ, ແລະລາບລື່ນ. ນີ້ແມ່ນເຫດຜົນທີ່ວ່າ ຍ້ອນຫຍັງແນວໂນ້ມຄວາມນິຍົມໃຊ້ສື່ສັງຄົມອອນລາຍ ຈຶ່ງມັກຕິດພັນກັບທຸລະກິດຢູ່ສະເໝີ.