ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ບໍລິສັດ ກັບຕັນຂົນສົ່ງດ່ວນ ( CAPTAIN EXPRESS ) ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຮ່ວມລົງນາມເຊັນສັນຍາ ໃນນາມຜູ້ສະໜັບສະໜູນຫຼັກຂອງສະໂມສອນ ໄອ-ສະປອດ ເອັບຊີ ຫຼື Ai-Sport FC ເຊີ່ງເປັນທີມນ້ອງໃໝ່ ເພື່ອເປັນສ່ວນໜຶ່ງໃນການກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ປະຈໍາປີ 2022 ຄາດວ່າຈະເລີ່ມແຂ່ງຂັນໃນວັນທີ 5 ມີນາ 2022.
ພິທີເຊັນສັນຍາການຮ່ວມມືຂອງທັງສອງຝ່າຍຢ່າງເປັນທາງການ ຈັດຂຶ້ນໃນວັນທີ 31 ມັງກອນ 2022 ທີ່ສໍານັກງານໃຫຍ່ ບໍລິສັດ ກັບຕັນຂົນສົ່ງດ່ວນ ຕັ້ງຢູ່ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ພິລະພົນ ວິຊຸນນະລາດ ຕາງໜ້າ ບໍລິສັດ ກັບຕັນຂົນສົ່ງດ່ວນ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະ ທ່ານ ໄພລະຄອນ ບຸນວິຊຽນ ປະທານສະໂມສອນ Ai-Sport FC.
ໃນໂອກາດດັ່ງກ່າວ, ທ່ານ ພິລະພົນ ວິຊຸນນະລາດ ໄດ້ສະແດງຄວາມຂອບໃຈມາຍັງ ສະໂມສອນ Ai-Sport FC ທີ່ໄວ້ວາງໃຈໃຫ້ເປັນສ່ວນໜຶ່ງໃນການເປັນຜູ້
ສະ ໜັບສະໜູນຫຼັກໃນການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2. ການສະໜັບສະໜູນຄັ້ງນີ້ ຈະເປັນສ່ວນໜຶ່ງໃນການພັດທະນາວົງການບານ ເຕະລາວ ກໍຄື ນະ ຄອນຫຼວງວຽງຈັນ ໃຫ້ມີການພັດທະນາກ້າວໄກ ແລະ ກ້າວສູ່ການເປັນລີກອາຊີບ.
ສ່ວນ ທ່ານ ໄພລະຄອນ ບຸນວິຊຽນ ປະທານສະໂມສອນ Ai-Sport FC ໄດ້ສະ ແດງຄວາມຂອບໃຈມາຍັງບໍລິສັດ ກັບຕັນຂົນສົ່ງດ່ວນ ທີ່ໃຫ້ການສະໜັບສະໜູນ ແລະ ການມາຮ່ວມມືໃນຄັ້ງນີ້ ເຊີ່ງເປັນການຮ່ວມກັນສົ່ງເສີມພັດທະນາສະໂມສອນ ກໍຄື ເປັນສ່ວນໜຶ່ງໃນການພັດທະນາບານເຕະລາວ ໄດ້ມີເວທີທີ່ຈະພັດທະນາຕົວເອງ ເພື່ອກ້າວໄປສູ່ການເປັນນັກເຕະອາຊີບ ແລະ ເປັນຕົວເລືອກຂອງທີມນະຄອນຫຼວງ ຫລື ກ້າວໄປເຖີງລະດັບທີມເຂົ້າ ຮ່ວມແຂ່ງຂັນລະດັບສາກົນໃນອະນາຄົດ.
ສໍາລັບ ກັບຕັນຂົນສົ່ງດ່ວນ ເປີດໃຫ້ບໍລິການຢ່າງເປັນທາງການນັບຕັ້ງແຕ່ວັນທີ 20 ພະຈິກ 2021 ປັດຈຸບັນມີສາຂາທັງໝົດ 135 ສາຂາ ພາຍໃນນະຄອນຫຼວງວຽງ ຈັນ, ພາກກາງ ແລະ ພາກໃຕ້ ຊຶ່ງໃຫ້ບໍລິການຂົນສົ່ງດ່ວນພາຍໃນ, ຂົນສົ່ງຈີນ-ລາວ ແລະ ຂົນສົ່ງໄທ-ລາວ. ການໃຫ້ການສະໜັບສະໜູນ Ai-Sport FC ໃນຄັ້ງນີ້ ເປັນການເລີ່ມຕົ້ນໃນການຊ່ວຍພັດທະນາວົງການບານເຕະລາວ ຄັ້ງທໍາອິດຂອງບໍລິສັດດັ່ງກ່າວ.
Cr: ສົງການ ພັນແພງດີ