ການກະກຽມດ້ານຕ່າງໆໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2 ໃນຂອບເຂດທົ່ວປະເທດພວມດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ແລະຕໍ່ເນື່ອງ ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ບັນລຸຕາມລະດັບຄາດໝາຍຄືສາມຮ້ອຍສ່ວນຮ້ອຍ
ທ່ານ ສົມພູ ດວງສະຫວັນ, ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໃຫ້ສຳພາດວ່າ: ມາຮອດປະຈຸບັນອະນຸກຳມະການຕ່າງໆທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະກຳມະການເລືອກຕັ້ງລະດັບຊາດປະກອບດ້ວຍ 5 ອານຸກໍາມະ ການ ເປັນຕົ້ນອານຸກຳມະການເລຂານຸການ, ບຸກຄະລາກອນ ແລະໂຄງປະກອບ, ໂຄສະນາ ແລະຂະ ບວນການ, ງົບປະມານ ແລະອະນຸກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ພວມສຸມໃສ່ຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເພື່ອເຄື່ອນໄຫວຕາມ 4 ບາດກ້າວສໍາຄັນ ໂດຍສະເພາະການເຜີຍແຜ່ເອກະສານຕ່າງໆກ່ຽວກັບການເລືອກຕັ້ງຢູ່ຂັ້ນແຂວງ, ຂັ້ນເມືອງ ແລະບ້ານ ເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະກຳໄດ້ຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງ, ທີ່ຕັ້ງພາລະບົດບາດ, ສິດ ແລະໜ້າທີ່ຂອງສະພາແຫ່ງຊາດກໍ່ຄືສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ແນໃສ່ເຮັດໃຫ້ການເລືອກຕັ້ງຄັ້ງນີ້ບັນລຸຕາມຈຸດປະສົງ ແລະລະດັບຄາດໝາຍ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2 ຈະຈັດຂື້ນຢ່າງເປັນທາງການພ້ອມກັນທົ່ວປະເທດ ໃນວັນອາທິດທີ 21 ກຸມພານີ້ ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ມີຈໍານວນ 224 ທ່ານ, ເລືອກເອົາ 164 ທ່ານ; ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ມີຈໍານວນ 789 ທ່ານ, ເລືອກເອົາ 492 ທ່ານ ເພື່ອເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າໄປປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດໃນການພິຈາລະນາບັນຫາສຳຄັນຕ່າງໆຂອງຊາດ.
ໂດຍ: ຈັນທະສອນ ສີຫານາດ
Loading...