ໃນວັນທີ 7 ພຶດສະພາ 2022 ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ມີຄວາມເຫັນ ຕໍ່ ຄວາມກຽມພ້ອມຂອງຂະແໜງສາທາລະນະສຸກເພື່ອຮອງຮັບ ມາດຕະການ ເຂົ້າ-ອອກ ປະເທດ ແລະ ມາດຕະການ ຜ່ອນຜັນພາຍໃນປະເທດໄລຍະມີການລະບາດຂອງພະຍາດໂຄວີດ 19
ປະຈຸບັນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ ລວມເຖີງບັນດາປະເທດ ໃນພາກພື້ນ ແລະ ປະເທດອ້ອມຂ້າງ ສປປ ລາວ ແມ່ນຫຼຸດລົງຢ່າງຕໍ່ເນື່ອງ ແລະ ສປປ ລາວພວກເຮົາ, ໂດຍລວມແລ້ວເຫັນວ່າການລາຍງານຈໍານວນກໍ ລະນີທີ່ຕິດເຊື້ອກໍ່ແມ່ນມີທ່າອ່ຽງຫຼຸດລົງເຊັ່ນດຽວກັນ, ປະຈຸບັນ ການລະບາດໃນຊຸມຊົນສ່ວນຫຼາຍກໍ່ຍັງແມ່ນເຊື້ອສາຍພັນໂອໄມຄຣອນແຕ່ກໍຍັງມີສາຍພັນເດວຕາຈຳນວນໜື່ງ,ເຖີງຢ່າງໃດກໍ່ຕາມຖ້າສົມທຽບໄລຍະການລະບາດສາຍພັນໂອໄມຄຣອນໃນຊຸມຊົນ ນັບແຕ່ເດືອນກຸມ ພາ-ມີນາ 2022 ມີລາຍງານຜູ້ຕິດເຊື້ອໃໝ່ແຕ່ລະວັນສະເລ່ຍ ເກືອບຮອດ 2,000 ຄົນ/ມື້ ແຕ່ປປະຈຸບັນ ຕົວເລກການຕິດເຊື້ອໃໝ່ ສະເລ່ຍ ແມ່ນຕ່ຳກ່ວາ 200 ຄົນ/ມື້ເຫັນວ່າອັດຕາການຕິດເຊື້ອແມ່ນມີທ່າອຽງ ສືບຕໍ່ຫຼຸດລົງໃນແຕ່ລະວັນ
ເລີ່ມແຕ່ມີການລະບາດພະຍາດໂຄວິດ-19 ຮອດປັດຈຸບັນສປປລາວ ເຮົາແມ່ນມີຕົວເລກ ຜູ້ຕິດເຊື້ອ ສະສົມທັງໝົດ 208,715 ຄົນ, ໃນນີ້ຕິດເຊື້ອພາຍໃນປະເທດ 192,699 ຄົນ ແລະ ກໍລະນີເດີນທາງເຂົ້າປະເທດ 16,016 ຄົນ, ເສຍຊີວິດສະສົມ 746 ຄົນ ແລະ ຍັງມີຄົນເຈັບກໍາລັງຕິດຕາມປິ່ນປົວຢູ່ສະຖານທີ່ປີ່ນປົວທົ່ວປະເທດ ທັງໝົດ 368 ຄົນ.
ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ເປັນເວລາ 2 ປີກ່ວາພວກເຮົາໄດ້ຮັບຜົນກະທົບຢ່າງໜັກໜ່ວງຕໍ່ສະພາບການລະບາດ ພະຍາດໂຄວີດ-19 ບໍ່ວ່າຈະເປັນດ້ານສາທາລະນະສຸກ ແລະ ເສດຖະກິດ-ສັງຄົມ, ລັດຖະບານ ກໍ່ໄດ້ມີການວາງມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດຢ່າງສອດຄ່ອງແລະເໝາະສົມກັບສະພາບການລະບາດຂອງພະຍາດໃນແຕ່ລະໄລ ຍະບໍ່ວ່າຈະເປັນ ມາດຕະການດ້ານ ບໍລິຫານ ດ້ານການແພດ ແລະ ມາດຕະການດ້ານສັງຄົມ ເພື່ອຮັບມືກັບການລະບາດໃນປະເທດ ຈີ່ງເຮັດໃຫ້ສະພາບການລະບາດຂອງພະຍາດຄ່ອຍຫຼຸດລົງຢ່າງຕໍ່ເນື່ອງໂດຍລວມແລ້ວເຫັນວ່າການປະຕິບັດທຸກມາດຕະການແມ່ນ ສາມາດຮັບມື ກັບສະພາບການລະບາດຂອງພະຍາດພະ ຍາດໂຄວິດ-19 ໄດ້ດີໃນລະດັບໜື່ງເຊີ່ງສະແດງອອກໃນໄລຍະການລະບາດຜ່ານມາບໍ່ໄດ້ເກີດມີເຫດການຄົນເຈັບລົ້ນໂຮງໝໍ ແລະ ອັດຕາການເສຍຊີວິດຖ້າທຽບໃສ່ບັນດາປະເທດອື່ນໆໃນທົ່ວໂລກ ແລະ ຂົງເຂດ ແມ່ນຢູ່ໃນລະດັບຕໍ່າ
• ທັງໝົດນັ້ນຍ້ອນການເອົາໃຈໃສ່ແລະ ເຫັນສຳຄັນຂອງລັດຖະບານທີ່ມີການຊີ້ນຳຢ່າງໃກ້ຊີດ ແລະ ວາງມາດຕະການສະກັດກັ້ນ ແລະ ຄວບຄຸມພະຍາດທີ່ ສອດ ຄ່ອງ ແລະ ເໝາະສົມ ແຕ່ຫົວທີ ແລະສິ່ງສຳຄັນກໍແມ່ນ ການຮ່ວມມື, ຮ່ວມແຮງ, ຮ່ວມໃຈ ແລະ ຕັດສິນໃຈຂອງພໍ່ ແມ່ປະຊາຊົນບັນດາເຜົ່າລວມທັງທຸກການຈັດຕັ້ງ ແລະ ທຸກພາກສ່ວນໃນສັງຄົມທີ່ໃຫ້ການຮ່ວມມືໃນການປະຕິບັດທຸກມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ທົ່ວເຖິງ ພ້ອມທັງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດອ້າຍນ້ອງ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຮັດໃຫ້ສະພາບການລະບາດຂອງພະ ຍາດນັບມື້ຫຼຸດນ້ອຍຖອຍລົງຈົນເຮັດໃຫ້ສາມາດຜ່ອນຜັນຫຼາຍມາດຕະການເພື່ອ ເປັນ ການຟື້ນຟູເສດຖະກິດ ແລະ ສັງຄົມທີ່ໄດ້ຮັບຜົນກະທົບມາເປັນເວລາຍາວ ນານ,ເຊິ່ງກະຊວງສາທາລະນະສຸກກໍ່ໄດ້ມີການກະກຽມເພື່ອຮອງຮັບມາດຕະການເຂົ້າ-ອອກ ປະເທດ ແລະ ມາດຕະການ ຜ່ອນຜັນພາຍໃນປະເທດໄລຍະມີການລະບາດຂອງພະຍາດໂຄວີດ 19 ໃນຕໍ່ໜ້າຄື:
– ສືບຕໍ່ເອົາໃຈໃສ່ການໃຫ້ວັກຊີນຄົບໂດສລວມທັງເຂັມກະຕຸ້ນຢ່າງທົ່ວເຖີງ ເພື່ອໃຫ້ມີອັດ ຕາການປົກຄຸມສູງທີ່ສຸດ ຈຶ່ງຈະສາມາດ ເຮັດໃຫ້ມີພູມຄຸ້ມກັນໝູ່ໃນສັງຄົມຢ່າງກ້ວາງຂວາງ
– ກະກຽມຄວາມພ້ອມຂອງໂຮງໝໍແລະສະຖານທີ່ຮອງຮັບປີ່ນປົວຄົນເຈັບຕິດ ເຊື້ອພະຍາດໂຄວິດ-19 ທັງໂຮງໝໍພາກລັດ ແລະ ເອກກະຊົນ ທີ່ມີເງື່ອນໄຂ ເພື່ອໃຫ້ມີສະຖານພຽງພໍທີ່ຈະຮອງຮັບກໍລະນີເກີດການລະບາດຮອບໃໝ່
– ກະກຽມຄວາມພ້ອມດ້ານອຸປະກອນການແພດ,ອຸປະກອນປ້ອງກັນຕ່າງໆລວມທັງອຸບປະກອນ ສຳລັບການປີ່ນປົວເຊີດຊູຄົນເຈັບໜັກ ໃຫ້ພຽງພໍຕາມຄວາມຕ້ອງການ ແລະ ແຈກຢາຍໃຫ້ແຕ່ລະແຂວງທົ່ວປະທດ
– ເພິ່ມທະວີເຝົ້າລະວັງຢູ່ຕາມສະຖານທີ່ສ່ຽງຕ່າງໆພ້ອມທັງເພີ້ມການບໍລິການເກັບ-ກວດຕົວຢ່າງຂອງພາກລັດ ແລະເອກກະຊົນທີ ມີສ່ວນຮ່ວມ ໄດ້ມີໃນກຸ່ມຄົນທີ່ມີຄວາມສ່ຽງແລະ ເຝົ້າລະວັງພະຍາດສາຍພັນໃໝ່ທີ່ອາດຈະເກີດຂື້ນໃນຕໍ່ໜ້າ
– ສືບຕໍ່ສົ່ງເສີມ ແລະ ສະໜັບສະໜູນໃຫ້ບັນດາໂຮງງານໃນ ສປປ ລາວໃນການຜະລິດຢາປີ່ນປົວໂຄວິດ-19ເພື່ອສະໜອງໃຫ້ພຽງພໍຕາມຄວາມຕ້ອງການ ນຳໃຊ້ໃນຂອບເຂດທົ່ວປະເທດ
• ອີກເທື່ອໜື່ງ, ຂ້າພະເຈົ້າຂໍຖືໂອກາດນີ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຄຽງຄຸ່ກັບການຜ່ອນຜັນມາດຕະການພື້ນຟູເສດຖະກິດຂອງປະເທດນັນຂໍໃຫ້ ພວກເຮົາທຸກຄົນຍັງຕ້ອງເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດໂດຍສະເພາະ:
– ໃສ່ຜ້າປິດປາກ-ດັງ ເວລາອອກໄປສະຖານທີ່ຕ່າງໆ ຫຼື ຢູ່ໃກ້ກັບຄົນອື່ນ
– ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70%
– ຮັກສາໄລຍະຫ່າງ ໃນສັງຄົມ
– ແລະສິ່ງທີ່ສຳຄັນກໍຄືການໄປຮັບວັກຊີນລວມທັງເຂັມກະຕຸ້ນ ເພື່ອສ້າງ ພູມຄຸ້ມ ກັນໝູ່ເຊິ່ງສາມາດປ້ອງການຄວາມຮຸນແຮງຂອງພະຍາດ ແລະ ຫຼຸດຜ່ອນການເສຍ ຊີວິດຍ້ອນ ພະຍາດໂຄວິດ19;
– ສຳລັບຜູ້ທີ່ມີອາການບໍ່ສະບາຍຄ້າຍຄືໄຂ້ຫວັດ ກໍ່ໃຫ້ໄປກວດຫາເຊື້ອໂດຍໄວ ເພາະກວດພົບເຊື້ອໄວປີ່ນປົວໄວກໍ່ຈະເຮັດໃຫ້ບໍ່ມີອາການຮຸນແຮງ ຫຼື ເສຍຊີວິດ, ສຳລັບຜູ້ທີ່ກວດດ້ວຍຕົນເອງ ແລະ ປີ່ນປົວຕົນເອງຢູ່ບ້ານກໍ່ໃຫ້ເອົາ ໃຈ ໃສ່ໃນການຕິດຕາມອາການຕົນເອງ ແລະ ໂທປືກສາສາຍດ່ວນ 164 ເພື່ອຂໍຄຳປືກສາ ແລະ ຕິດຕາມຕົນເອງ.
ນັ້ນແມ່ນ ຄວາມກຽມພ້ອມຂອງຂະແໜງສາທາລະນະສຸກເພື່ອຮອງຮັບມາດຕະການ ຜ່ອນຜັນພາຍໄລຍະມີການລະບາດຂອງພະຍາດໂຄວີດ 19
