ການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບເຂົ້າງົບປະມານເມືອງໂຂງ ແຂວງຈຳປາສັກ ປັດຈຸບັນ ສາມາດປະຕິບັດໄດ້ 2.765.386.508 ກີບ, ທຽບໃສ່ແຜນການງວດ ບັນລຸໄດ້ 72 %, ທຽບໃສ່ແຜນການປີປະຕິບັດໄດ້ 36 %, ດ້ານລາຍຈ່າຍ ປະຕິບັດໄດ້ 3.975.213.343 ກີບທຽບໃສ່ແຜນລາຍຈ່າຍປະຕິບັດ 27 %, ອັດຕາການຂະຫຍາຍຕົວຂອງເສດຖະກິດ ສະເລ່ຍຢູ່ໃນລະດັບ 4,5 %, ເຊຶ່ງຄາດໝາຍແຜນການແມ່ນ 5,5 %.
ໂຕເລກດັ່ງກ່າວ ແມ່ນໄດ້ຖືກລາຍງານຈາກ ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆໂຂງ ຕໍ່ທ່ານ ສະນັ່ນ ສີພາພົມມະຈັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກໃນວັນທີ 17 ພຶດສະພາ 2021 ນີ້ ເພື່ອຊຸກຍູ້ວຽກງານຮອບດ້ານພາຍໃນເມືອງ; ໂອກາດນີ້ ທ່ານເຈົ້າເມືອງໆໂຂງ ໃຫ້ຮູ້ຕື່ມວ່າ: ສາເຫດການຂະຫຍາຍໂຕທາງດ້ານເສດຖະກິດບໍບັນລຸຕາມແຜນແມ່ນສືບເນື່ອງມາຈາກຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ -19, ໃນນັ້ນ ມີຫົວໜ້າທຸລະກິດໄດ້ຜົນກະທົບທັງໝົດ 192 ຫົວໜ່ວຍ, ໃນນີ້ ມີໂຮງແຮມ 13 ຫົວໜ່ວຍ, ບ້ານພັກ 80 ຫົວໜ່ວຍ, ຮ້ານອາຫານ 67 ຫົວໜ່ວຍ, ຮ້ານກິນດື່ມ 11 ຫົວໜ່ວຍ, ຮ້ານຄາຣາໂອເກະ 1 ຫົວໜ່ວຍ, ຮ້ານຂາຍເຄື່ອງທົ່ວໄປ 29 ຫົວໜ່ວຍ ແລະ ບັນຍາກາດການແລກປ່ຽນຊື້ຂາຍຂອງພໍ່ແມ່ປະຊາຊົນ-ພໍ່ຄ້າຊາວຂາຍກໍງຽບເຫງົາ. ໃນວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ການສັກຢາວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ພະນັກງານ-ລັດຖະກອນ, ແພດໝໍ, ທະຫານ, ຕໍາຫຼວດ, ນັກທຸລະກິດ ຜູ້ເຮັດວຽກທີ່ມີຄວາມສ່ຽງຄັ້ງທີ 1 ມີຈຳນວນ 1.800 ໂດສ໌ ບັນລຸໄດ້ 100%; ຄັ້ງທີ 2 ສັກໄດ້ 1.200 ໂດສ໌ ເທົ່າກັບ 66% ຍັງເຫຼືອ 600 ໂດສ໌; ກວດກັ່ນກອງຄົນເຂົ້າເມືອງ ຈຳນວນ 2.278 ຄົນ ຍິງ 687 ຄົນ, ອອກອະນຸຍາດເດີນທາງໄປຕ່າງເມືອງ ຈຳນວນ 294 ສະບັບ, ມີ 555 ຄົນ, ຍິງ 166 ຄົນ, ມີແຮງງານເດີນທາງມາຈາກປະເທດທີ່ມີຄວາມສ່ຽງ ລວມທັງໝົດ 471 ຄົນ, ຍິງ 194 ຄົນ, ກັກຕົວຄົບ 14 ວັນມີ 454 ຄົນ, ຍິງ 185 ຄົນ, ຍັງສືບຕໍ່ກັກກັ້ນ 17 ຄົນ, ຍິງ 9 ຄົນ; ປະຊາຊົນມາແຕ່ເຂດສ່ຽງ ທີ່ໄດ້ນຳມາກັກໂຕຢູ່ສູນ ຈຳນວນ 24 ຄົນ, ຍິງ 4 ຄົນ, ຍັງສືບຕໍ່ກັກກັ້ນ 9 ຄົນ, ຍິງ 1 ຄົນ; ອັນສຳຄັນ ການປະກອບສ່ວນປັດໄຈ ຈາກອົງການຈັດຕັ້ງຕ່າງໆໃນທົ່ວສັງຄົມ ເຂົ້າໃນວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງ ລວມມູນຄ່າທັງໝົດ 157.160.000 ກີບ ໃນນັ້ນ ເງິນສົດ 134.400.000 ກີບ.
ຄຽງຄູ່ກັບການຕອບໂຕ້ ການລະບາດຂອງພະຍາດໂຄວິດ -19 ການນຳເມືອງໂຂງ ກໍໄດ້ສືບຕໍ່ເຮັດວຽກງານການເມືອງແນວຄິດຢ່າງເນື່ອງນິດລຽນຕິດ ໂດຍມີການຈັດຕັ້ງເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ແກ່ສະມາຊິກພັກ-ພະນັກງານນຳພາຫຼັກແຫຼ່ງຢູ່ຂັ້ນເມືອງ, ກຳລັງ ປກຊ, ປກສ ເມືອງ ຕະຫຼອດຮອດການຈັດຕັ້ງຂັ້ນຮາກຖານກຸ່ມບ້ານ ແລະ ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 1.017 ຄົນ; ຍິງ 154 ຄົນ. ຈັດຕັ້ງໂຄສະນາເຜີຍແຜ່ນິຕິກຳຕ່າງໆຂອງສູນກາງ, ແຂວງ ແລະ ເມືອງ ກ່ຽວກັບການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ໃຫ້ແກ່ພະນັກງານ-ລັດຖະກອນ, ຫ້ອງການ, ກົມກອງອ້ອມຂ້າງເມືອງ, ຮາກຖານກຸ່ມບ້ານ ຕະຫຼອດເຖີງພໍ່ແມ່ປະຊາຊົນໃນທົ່ວເມືອງ ໃຫ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງດ້ວຍການໂຄສະນາຜ່ານສື່ວິທະຍຸກະສຽງຂອງເມືອງ, ໂທລະໂຄ່ງບ້ານ, ນຳໃຊ້ລົດໂຄສະນາແລ່ນຕາມເສັ້ນທາງຫຼັກ ແລະ ເຂດຊຸມຊົນ, ນຳໃຊ້ເຮືອໂຄສະນາທາງນ້ຳອາທິດໜຶ່ງສອງຄັ້ງ.
Loading...