ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ໂດຍ: ວັນໄຊ ຕະວິນຍານ
ການມອບດິນ-ມອບປ່າ ແມ່ນການມອບດິນກະສິກໍາ ໃຫ້ຄອບຄົວ, ມອບດິນປ່າໄມ້ທໍາມະຊາດ ທີ່ມີຢູ່ໃນຂອບເຂດແດນບ້ານ ໃຫ້ບ້ານເປັນຜູ້ຄຸ້ມຄອງປົກປັກຮັກສາ ແລະ ມອບດິນປ່າໄມ້ເຊື່ອມໂຊມ ໃຫ້ບຸກຄົນ ເພື່ອປູກໄມ້ ແລະ ຟື້ນຟູປ່າ ແມ່ນນະໂຍບາຍການວາງແຜນການນໍາໃຊ້ທີ່ດິນ ແລະ ມອບດິນ-ມອບປ່າ ຂັ້ນບ້ານ ເປັນການກໍານົດຂອບເຂດທີ່ດິນ ໃຫ້ບ້ານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ແບບຍືນຍົງ ແນໃສ່ຢຸດຕິການຖາງປ່າເຮັດໄຮ່ ແບບເລື່ອນລອຍ ແລະ ຈັດສັນອາຊີບຄົງທີ່ ໃຫ້ປະຊາຊົນບັນດາເຜົ່າ.
ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ກ່າວວ່າ: ການວາງແຜນນໍາໃຊ້ທີ່ດິນກະສິກໍາ ແລະ ປ່າໄມ້ ຂັ້ນບ້ານ ເຮັດໃຫ້ປະຊາຊົນ ຮັບຮູ້ລະບຽບການຄຸ້ມຄອງ, ປົກປັກຮັກສາ ທີ່ດິນກະສິກໍາ ແລະ ທີ່ດິນປ່າໄມ້ ໃນເຂດຄຸ້ມຄອງຂອງບ້ານ ເຊັ່ນ: ເຂດຜະລິດກະສິກໍາ, ເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຊົມໃຊ້ຂອງບ້ານ; ເຮັດໃຫ້ການນໍາໃຊ້ ທີ່ດິນກະສິກໍາ ແລະ ທີ່ດິນປ່າໄມ້ ລະຫວ່າງບ້ານຕໍ່ບ້ານ ມີຄວາມສະຫງົບ, ການປູກໄມ້ ແລະ ຟື້ນຟູປ່າ ມີຄວາມຟົດຟື້ນ ເຮັດໃຫ້ປ່າໄມ້ ທີ່ຊຸດໂຊມ ໄດ້ຮັບການປົກປັກຮັກສາ ແລະ ຟື້ນຟູຄືນ ປະກອບສ່ວນໃນການເພີ່ມຄວາມປົກຫຸ້ມປ່າໄມ້; ປະຊາຊົນ ມີທີ່ດິນທໍາການຜະລິດທີ່ໝັ້ນຄົງ ໂດຍການເຮັດໄຮ່ແບບໝູນວຽນ ໃນເຂດທີ່ໄດ້ກໍານົດ ຕາມແຜນຈັດສັນທີ່ດິນ ປ່ຽນແທນການຖາງປ່າເຮັດໄຮ່ແບບເລື່ອນລອຍ ຊຶ່ງເປັນທາງອອກທີ່ເໝາະສົມສໍາລັບ ປະຊາຊົນທີ່ອາໄສຢູ່ເຂດພູດອຍ.
ຜ່ານການຈັດຕັ້ງປະຕິບັດ ແຕ່ປີ 1996-2000 ຜ່ານມາ, ເຫັນວ່າ ບໍ່ທັນເປັນລະບົບຕໍ່ເນື່ອງ, ສ່ວນຫຼາຍ ແມ່ນສຸມໃສ່ແຕ່ຂອດການ ມອບດິນ-ມອບປ່າ, ສ່ວນຂອດການຊຸກຍູ້ສົ່ງເສີມການນໍາໃຊ້ທີ່ດິນ ເຂົ້າໃນການຜະລິດ ເພື່ອປັບປຸງຊີວິດການເປັນຢູ່ ແມ່ນຍັງເຮັດບໍ່ໄດ້ດີ ຍ້ອນຂາດທຶນຮອນ ແລະ ການແນະນໍາທາງດ້ານເຕັກນິກ ເຮັດໃຫ້ແຜນການຈັດສັນທີ່ດິນ ທີ່ກໍານົດໄວ້ ບໍ່ໄດ້ຮັບການປະຕິບັດໄປຕາມຈຸດປະສົງ ແລະ ເປົ້າຫມາຍ, ຍິ່ງໄປກວ່ານັ້ນ ຍັງມີການສວຍໂອກາດ ຊື້-ຂາຍ, ໂອນກໍາມະສິດ ແລະ ໃຫ້ເຊົ່າ-ສໍາປະທານ ທີ່ດິນດັ່ງກ່າວ; ກົນໄກປະສານງານລະຫວ່າງຂະແໜງການກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນກົມກຽວ, ການເຂົ້າຮ່ວມຂອງຂະແໜງການອື່ນທີ່ກ່ຽວຂ້ອງ ຍັງຈໍາກັດ;
ຂາດການຕິດຕາມ, ກວດກາ ແລະ ປະເມີນຜົນ ຈາກຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖິ່ນ ພາຍຫຼັງທີ່ໄດ້ສໍາເລັດການມອບດິນ-ມອບປ່າ ໃຫ້ປະຊາຊົນນໍາໃຊ້ ແລະ ຄຸ້ມຄອງ ຍ້ອນຂາດງົບປະມານ.
ເພື່ອແກ້ໄຂບັນຫາດັ່ງກ່າວ ທາງກົມປ່າໄມ້ ຈະພ້ອມກັນຄົ້ນຄວ້າອອກນິຕິກໍາທີ່ກ່ຽວຂ້ອງເພື່ອໃຫ້ປະຊາຊົນມີສ່ວນຮ່ວມ ໃນການປົກປັກຮັກສາ, ປູກ ແລະ ນໍາໃຊ້ໄມ້ ໃຫ້ເກີດປະໂຫຍດສູງສຸດແກ່ລັດ ແລະ ຜູ້ປົກປັກຮັກສາ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ, ດໍາລັດ 348 ຂອງ ລັດຖະບານ ວ່າດ້ວຍມາດຖານພົ້ນທຸກ ແລະ ພັດທະນາ ແລະ ນິຕິກໍາອື່ນໆ ທີ່ມີແລ້ວ ໃຫ້ບຸລິມະສິດໃນການລົງທຶນ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕາມແຜນການທີ່ວາງໄວ້ ຢ່າງສົມເຫດສົມຜົນ.
ທ່ານ ສົມຫວັງ ພິມມະວົງ ກ່າວຕື່ມວ່າ: ຕໍ່ຜູ້ຢູ່ອາໄສໃນເຂດປ່າຕ່າງໆ ເຊັ່ນ: ເຂດປ່າສະຫງວນ, ປ່າປ້ອງກັນ ໃນປັດຈຸບັນ ເພື່ອຮັບປະກັນບໍ່ໃຫ້ມີການບຸກລຸກປ່າຈະຕ້ອງໄດ້ ຈັດສັນ ແລະ ກໍານົດເຂດຫວງຫ້າມເດັດຂາດ ເພື່ອຄຸ້ມຄອງປົກປັກຮັກສາບໍ່ໃຫ້ມີການບຸກລຸກທໍາລາຍດ້ວຍຮູບແບບຕ່າງໆ. ພ້ອມກັນນັ້ນ ຕ້ອງກໍານົດ ເຂດຄຸ້ມຄອງນໍາໃຊ້ ໃຫ້ປະຊາຊົນ ທີ່ຕັ້ງຖິ່ນຖານ ຢູ່ໃນ ຫຼື ໃກ້ກັບເຂດປ່າ ດັ່ງກ່າວ ທີ່ບໍ່ມີຄວາມຈໍາເປັນຍົກຍ້າຍໄປບ່ອນອື່ນ ເພື່ອຄຸ້ມຄອງ ແລະ ນໍາໃຊ້ ເຂົ້າໃນການຜະລິດກະສິກໍາເປັນສິນຄ້າ ກໍຄືການປັບປຸງຊີວິດການເປັນຢູ່ ຕິດພັນກັບ ການເຮັດໜ້າທີ່ປົກປັກຮັກສາ, ພັດທະນາ ປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ ໂດຍໄດ້ຮັບຜົນປະໂຫຍດຕອບແທນທີ່ເໝາະສົມ; ຈັດສັນພູມລໍາເນົາຄົງທີ່ ແລະ ອາຊີບໝັ້ນຄົງ, ສ້າງເສດຖະກິດຄອບຄົວ, ເປັນສິນຄ້າ ແລະ ສ້າງເສດຖະກິດຮ່ວມ ມືຮູບແບບຕ່າງໆທີ່
ເໜາະສົມ ເຊັ່ນ: ການປູກພືດກະສິກໍາ, ລ້ຽງສັດ, ປູກຕົ້ນໄມ້, ເຄື່ອງປ່າຂອງດົງ ແລະ ຫັດຖະກໍາ ໃຫ້ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ໃນເຂດປ່າໄມ້ ຕິດພັນກັບການຢຸດຕິບັນຫາການເຄື່ອນຍ້າຍ ແບບຊະຊາຍຂອງພົນລະເມືອງ ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເຂດປ່າປ້ອງກັນ ແລະ ປ່າສະຫງວນ ເພື່ອເປົ້າໝາຍຢຸດຕິການຖາງປ່າເຮັດໄຮ່ ແບບເລື່ອນລອຍ; ສົ່ງເສີມ ແລະ ຍູ້ແຮງ ການລົງທຶນຂອງທຸກພາກສ່ວນ ເຂົ້າໃນການພັດທະນາການທ່ອງທ່ຽວທໍາມະຊາດ ໃນເຂດປ່າປ້ອງກັນ, ປ່າສະຫງວນ ຫຼື ອຸທິຍານແຫ່ງຊາດ ຕິດພັນກັບການປົກປັກຮັກສາປ່າໄມ້ ແລະ ຟື້ນຟູປ່າ ໂດຍອີງໃສ່ບົດຮຽນທີ່ດີໃນໄລຍະຜ່ານມາ ເຊັ່ນ: ນໍ້າກັດຢໍລະປາ ຢູ່ປ່າສະຫງວນແຫ່ງຊາດ ແຂວງອຸດົມໄຊ, ປ່າສະຫງວນແຫ່ງຊາດ ນໍ້າຫ້າ ແຂວງຫຼວງນໍ້າທາ, ນໍ້າກ່ານ ແຂວງບໍ່ແກ້ວ, ດົງຫົວສາວ ແຂວງຈໍາປາສັກ ແລະ ເຂດອື່ນໆ; ພ້ອມທັງ ຊຸກຍູ້ສົ່ງເສີມ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີສ່ວນຮ່ວມ ໃນການຟື້ນຟູ ແລະ ປົກປັກຮັກສາປ່າໄມ້ ດ້ວຍການເຮັດສັນຍາມອບເໝົາ ແລະ ປະຕິບັດນະໂຍບາຍແບ່ງປັນຜົນປະໂຫຍດ ຢ່າງສົມເຫດສົມຜົນ ຕາມກົດໝາຍ ແລະ ລະບຽບການ; ມອບໝາຍຄວາມຮັບຜິດຊອບໃຫ້ບ້ານເປັນເຈົ້າການ ປູກໄມ້ ແລະ ຟື້ນຟູປ່າ ກໍຄື ການຄຸ້ມຄອງ, ປົກປັກຮັກສາ ປ່າໄມ້ ໃນເຂດຄຸ້ມຄອງຂອງບ້ານ ຕາມທິດສາມສ້າງ ໂດຍລັດຈັດສັນງົບປະມານ ແລະ ສະໜອງເຕັກນິກ ວິຊາການ.
ທັງນີ້, ກໍເພື່ອເປັນການປົກປັກຮັກສາປ່າໄມ້-ສິ່ງແວດລ້ອມ ເຄື່ອງປ່າຂອງດົງ, ສ້າງຄວາມປົກຫຸ້ມຂອງປ່າໄມ້ໃນທົ່ວປະເທດໃຫ້ນັບມື້ນັບຫຼາຍຂຶ້ນ ທັງເປັນບ່ອນຊອກຢູ່ຫາກິນຂອງປະຊາຊົນໃຫ້ຍືນຍົງ.