ໃນໄລຍະ 03 ເດືອນຜ່ານມາ ກຸ່ມຄົນບໍ່ດີຈໍານວນໜຶ່ງ ຍັງມີການເຄື່ອນໄຫວກໍ່ຄວາມບໍ່ຫງົບ, ຄວາມບໍ່ເປັນລະບຽບ ຮຽບຮ້ອຍໃນສັງຄົມ ບັນຫາທີ່ພົ້ນເດັ່ນແມ່ນ: ການຄ້າ-ຂາຍ ແລະ ເສບຢາເສບຕິດ, ນໍ້າຕົ້ມໃບກະທ່ອມ, ການສໍ້ໂກງຊັບ, ການຍັກຍອກຊັບ, ລັກຊັບພົນລະເມືອງ, ເປັນນັກເລັງອັນທະພານ (ອາລະວາດຕີກັນ, ອາລະວາດຄອບຄົວ), ການຄາດຕະກຳ, ການຫ້າງລະເບີດ, ການ ທໍາມິດສະຈານ, ບັນຫາອຸບປະຕິເຫດ ແລະ ປະກົດການຫຍໍ້ທໍ້ອື່ນໆ. ເຊິ່ງສະແດງແດງອອກມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 72 ຄັ້ງ ສາມາດແກ້ໄຂກັກຕົວມາດໍາເນີນຄະດີໄດ້ 59 ຄົນ, ຍິງ 08 ຄົນ.
ທ່ານ ພັນໂທ ບ່ຽງ ຈວງເທວີ ກໍາມະການປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ໄດ້ລາຍງານຢູ່ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງປາກລາຍ ຄັ້ງທີ 10 ສະໄໝທີ VIII ໃນວັນທີ 1-2 ມິຖຸນາ 2023 ນີ້, ທ່ານໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃນໄລຍະ 03 ເດືອນຕົ້ນປີ 2023 ທາງຄະນະພັກ-ຄະນະບັນຊາການ ປກສ ເມືອງໄດ້ສຸມໃສ່ ນຳພາ-ຊີ້ນຳ ກຳລັງປ້ອງກັນຄວາມສະຫງົບເມືອງ, ແຂວງຈັດຕັ້ງປະຕິບັດ 06 ວຽກຈຸດສຸມສະແດງອອກ ໄດ້ລົງສົມທົບກັບການຈັດຕັ້ງບ້ານ ໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ໃຫ້ ປະຊາຊົນບັນດາເຜົາທຸກຊັ້ນຄົນໃນສັງຄົມ ແລະ ບັນດາກຸ່ມເປົ້າໝາຍ ໄດ້ທັງໝົດ 27 ບ້ານ, ມີຈໍານວນພົນເຂົ້າຮ່ວມຮັບຟັງທັງໝົດ 3.787 ຄົນ. ຍິງ 1.960 ຄົນ ເປົ້າໝາຍທີ່ຂືື້ນໄວ້ໃນເບື້ອງຕົ້ນມີຈຳນວນທັງໝົດ 1.396 ຄົນ, ຍິງ 100 ຄົນ ໃນນີ້: ເປົ້າໝາຍພົວພັນຢາເສບຕິດທັງໝົດ 1.212 ຄົນ, ຍິງ 56 ຄົນ ເປົ້າໝາຍຄ້າຂາຍຢາເສບຕິດ 89 ຄົນ, ຍິງ 29 ຄົນ ເປົ້າໝາຍເສບຢາເສບຕິດ 1,123 ຄົນ, ຍິງ 27 ຄົນ ເປົ້າໝາຍໜໍ່ແໜງການກະທໍາຜິດທາງອາຍາ 184 ຄົນ, ຍິງ 44 ຄົນ, ມີ 16 ກໍລະນີ. ຜ່ານການຈັດຕັ້ງປະຕິບັດສາ ມາດແກ້ໄຂໄດ້ເປົ້າໝາຍຄ້າ-ຂາຍຢາເສບຕິດ, ໄດ້ 992 ຄົນ, ຍິງ 16 ຄົນ ເປົ້າໝາຍພົວພັນຢາເສບຕິດຍັງບໍ່ທັນໄດ້ຮັບການແກ້ໄຂ ຈໍານວນ 291 ຄົນ, ຍິງ 19 ຄົນ. ຜ່ານການແກ້ໄຂ ເຫັນວ່າເພີ່ມຂື້ນຈາກການຊັດທອດເສບຕິດ 71 ຄົນ, ຍິງ 21 ຄົນ. ຕໍ່ກັບເປົ້າໝາຍທີ່ເປັນໜໍ່ແໜງຄວາມບໍ່ສະຫງົບທາງອາຍາ ທາງເຈົ້າໜ້າທີ່ໄດ້ສົມທົບກັບການຈັດ ຕັ້ງບ້ານ, ຄອບຄົວ ເພື່ອເຮັດບົດບັນທຶກສຶກສາອົບຮົມ ໃຫ້ຢຸດເຊົາການເຄື່ອນໄຫວ ໄດ້ທັງໝົດ 174 ຄົນ, ຍິງ 43 ຄົນ. ມີ 16 ກໍລະນີ; ຍັງແກ້ໄຂບໍ່ທັນໄດ້ 15 ຄົນ. ມີ 03 ກໍລະນີ ອອກບ້ານກ່ອນການລົງແກ້ໄຂ.
ທ່ານ ພັນໂທ ບ່ຽງ ຈວງເທວີ ຍັງໄດ້ກ່າວອີກຕື່ມວ່າ: ເພື່ອເປັນການສຶບຕໍ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ເມືອງປາກລາຍ ໃຫ້ໄດ້ຮັບການຈັດຕັ້ງຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດເປັນແຕ່ລະໄລຍະນັ້ນ ຈະໄດ້ສຸມໃສ່: ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ ພະນັກງານ-ນັກຮົບ, ນໍາພາ-ຊີ້ນໍາ ກໍາລັງ ສຸມໃສ່ການລົງຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ; ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມໃນໄລຍະທີ II ໂດຍປະຕິບັດຕາມ 6 ວຽກຈຸດສຸມໃຫ້ສໍາເລັດໃນທົ່ວເມືອງປາກລາຍ ພາຍໃນ ເດືອນ ສິງຫາ ປີ 2023. ສືບຕໍ່ ນໍາພາ-ຊີ້ນໍາ ກໍາລັງ ລົງສົມທົບກັບການຈັດຕັ້ງບ້ານ ປະເມີນສ້າງບ້ານປອດຢາເສບຕິດ ແລະ ສ້າງຄອບຄົວ-ບ້ານປ້ອງກັນຄວາມສະຫງົບດີ ໃຫ້ສຳເລັດຕາມແຜນການກຳນົດໄວ້, ສືບຕໍ່ ນໍາພາ-ຊີ້ນໍາ ກໍາລັງ ເປີດຝຶກອົບຮົມບໍາລຸງສິດ, ໜ້າທີ່ ໃຫ້ກໍາລັງ ປກສ ກຸ່ມບ້ານ, ປກສ ບ້ານ ໃນທົ່ວເມືອງ ປະຈໍາປີ 2023.ສືບຕໍ່ ນໍາພາ-ຊີ້ນໍາ ກໍາລັງ ປ້ອງກັນເວນຍາມວັນສໍາຄັນຕ່າງໆຂອງພັກ-ຂອງຊາດ, ແຂກການນໍາທັງພາຍໃນ ແລະ ຕ່າງປະເທດ, ງານບຸນປະເພນີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີຄວາມສະຫງົບປອດໄພ 100%.
ໂດຍ: ທອງສະຫວັດ ໄຊຍະລາດ