ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022 ນີ້ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນສາກົນຂອງລັດຖະບານໃນໄລຍະ 6 ເດືອນຜ່ານມາວ່າ: ລັດຖະ ບານໄດ້ເອົາໃຈໃສ່ດ້ານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ການພົວພັນສາກົນຢ່າງຕໍ່ເນື່ອງ, ໃນນີ້ ດ້ານວຽກງານດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ວຽກງານ ປກສ-ປກຊ ທົ່ວປວງຊົນຮອບດ້ານ ເຮັດໃຫ້ປະເທດຊາດພວກເຮົາສືບຕໍ່ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດກໍ່ມີບາດກ້າວທີ່ດີຂຶ້ນ ໃນນັ້ນໄດ້ປະຕິບັດ 6 ແຜນວຽກຈຸດສຸມທີ່ກໍານົດໄວ້ ໂດຍມອບຄວາມຮັບຜິດຊອບໃຫ້ຂະແຫນງການ-ອົງການ, ລວມທັງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນຈັດຕັ້ງປະຕິບັດ ຊຶ່ງເຮັດໃຫ້ການແກ້ໄຂບັນຫາຢາເສບຕິດມີປະສິດທິຜົນດີຂຶ້ນ, ສາມາດມ້າງຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ທັງຫມົດ 3.848 ເລື່ອງ, ຈັບຜູ້ຖືກກ່າວຫາໄດ້ 5.393 ຄົນ, ຍຶດຢາເສບຕິດປະເພດຢາບ້າໄດ້ 17.261 ກິໂລກຣາມ ແລະ ສານເຄມີປະສົມຢາເສບຕິດອື່ນໆ ອີກຈໍານວນຫຼາຍ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ສໍາລັບການພົວ ພັນສາກົນ ໄດ້ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ ແລະ ປະເທດເພື່ອນມິດຍຸດທະສາດ. ພິເສດແມ່ນປະເທດໃກ້ຄຽງດ້ວຍຫຼາຍຮູບແບບ, ລວມທັງເຂົ້າ ຮ່ວມກອງປະຊຸມລະດັບສາກົນ ແລະ ພາກພື້ນ ແລະ ການຍາດແຍ່ງການຮ່ວມມືຊ່ວຍເຫຼືອຈາກສາກົນ ເພື່ອແກ້ໄຂສະ ພາບການແຜ່ລະບາດຂອງໂຄວິດ-19, ເຊິ່ງໄດ້ເຮັດໃຫ້ຖານະບົດບາດຂອງປະເທດເຮົາຕໍ່ເວທີສາກົນ ແລະ ພາກພື້ນພົ້ນເດັ່ນຂຶ້ນ ແລະ ສ້າງໄດ້ຄວາມຫມັ້ນຄົງທາງດ້ານການເມືອງ ແລະ ຄວາມປອດໄພ ຕໍ່ປະເທດຂອງພວກເຮົາ.
Cr: ມົດແດງນ້ອຍ