ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຈັດຕັ້ງປະຕິບັດແຜນເງິນຕາ ຍັງມີຄວາມທ້າທາຍຫຼາຍດ້ານ ເນື່ອງຈາກການແຂງຄ່າຂອງເງິນຕາຕ່າງປະເທດສະກຸນຫຼັກ, ການເພີ່ມຂຶ້ນຂອງລາຄາຄໍາ, ນໍ້າມັນດິບ, ລາຄາສະບຽງອາຫານຢູ່ຕະຫຼາດສາ ກົນ, ຄວາມຕ້ອງການໃນການຊໍາລະກັບຕ່າງປະເທດຢູ່ໃນລະດັບສູງ ແຕ່ແຫຼ່ງລາຍຮັບຂອງປະເທດຫຼຸດລົງ ເຖິງແມ່ນວ່າໃນໄລຍະ 9 ເດືອນຕົ້ນປີ 2021 ປະເທດເຮົາຈະເກີນດຸນການຄ້າກັບຕ່າງປະເທດແຕ່ກະແສເງິນໄຫຼອອກຫຼາຍກວ່າໄຫຼເຂົ້າ.
ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະ ນາຄານ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ພະຈິກ 2021 ໂດຍຊີ້ໃຫ້ເຫັນວ່າ: 9 ເດືອນ ຜ່ານມານີ້, ປະເທດເຮົາຍັງຂາດດຸນດ້ານການບໍລິການ ແລະ ຂາດດຸນລາຍຮັບຂັ້ນໜຶ່ງກັບຕ່າງປະເທດ ເຮັດໃຫ້ມີກະແສເງິນໄຫຼອອກສຸດທິ (ກະແສເງິນໄຫຼອອກນອກປະເທດ ຫຼາຍກວ່າໄຫຼເຂົ້າປະເທດ) ປະມານ 303 ລ້ານໂດລາ ຫຼື ປະມານ 34 ລ້ານໂດລາ/ເດືອນ.
ນອກຈາກນີ້, ຫຼາຍຂົງເຂດການຜະລິດໄດ້ຮັບຜົນກະທົບຈາກອຸທົກກະໄພ, ພະຍາດໂຄວິດ-19, ການລະ ບາດພະຍາດໃນສັດ ເພື່ອແກ້ໄຂບັນຫາດັ່ງກ່າວ ທຫລ ໄດ້ສືບຕໍ່ປະຕິບັດນະໂຍບາຍເງິນຕາຕາມທິດແກ້ ໄຂຜົນກະ ທົບຈາກພະຍາດໂຄວິດ-19 ແລະ ຊຸກຍູ້ການຂະຫຍາຍຕົວຂອງເສດ ຖະກິດ ໂດຍໄດ້ດໍາເນີນການຮັກສາອັດຕາດອກເບ້ຍພື້ນຖານຂອງ ທຫລ ໄວ້ໃນລະ ດັບເທົ່າກັບລະດັບທີ່ມີການປັບຫຼຸດໃນຕົ້ນປີຜ່ານມາ; ຮັກສາອັດຕາສ່ວນເງິນແຮຝາກ ບັງຄັບໄວ້ ໃນລະດັບເທົ່າທີ່ມີການປັບຫຼຸດໃນເດືອນພຶດສະພາ 2021 ເພື່ອສ້າງເງື່ອນໄຂອໍານວຍດ້ານສະພາບຄ່ອງໃຫ້ແກ່ລະບົບທະນາຄານ.
ສືບຕໍ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ທີ່ໄດ້ອະນຸມັດທັງໝົດແລ້ວໃຫ້ແກ່ລູກຄ້າຈໍານວນ 503 ລາຍ. ມາຮອດເດືອນກັນຍາ 2021 ໄດ້ເບີກຖອນນໍາໃຊ້ ແລ້ວຫຼາຍກວ່າ 1.665 ຕື້ກີບ. ໃນນັ້ນ, ເປັນສິນເຊື່ອໃຫ້ຂະແໜງກະສິກໍາ, ປູກຝັງ ແລະ ລ້ຽງສັດ ກວມ 58% ຂອງຍອດການປ່ອຍກູ້ທັງໝົດ ແລະ ສ່ວນທີ່ເຫຼືອແມ່ນໃຫ້ຂະແໜງຫັດຖະກໍາ, ອຸດສາຫະກໍາປຸງແຕ່ງ, ຂະແໜງ ການທ່ອງທ່ຽວ, ການບໍລິການປິ່ນອ້ອມ ແລະ ທຸລະກິດອື່ນໆທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກໃນຂອບເຂດທົ່ວປະເທດ ຄື: ນະຄອນຫຼວງວຽງຈັນ ກວມ 39%, ແຂວງວຽງຈັນ ກວມ 18%, ຈໍາປາສັກ ກວມ 11% ຂອງຍອດການປ່ອຍກູ້ທັງໝົດ ແລະ ຢູ່ບັນດາແຂວງອື່ນໆໃນທົ່ວປະເທດ.
ພ້ອມນີ້, ໄດ້ສະໜອງແຫຼ່ງທຶນ ໃຫ້ແກ່ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ (SME) ຜ່ານກະຊວງການເງິນ ຈໍານວນ 100 ຕື້ກີບ, ໄດ້ປະກອບສ່ວນແກ້ໄຂສະພາບຄ່ອງດ້ານງົບປະມານ ດ້ວຍຫຼາຍຮູບການ ຄື: ຈັດຕັ້ງປະມູນຂາຍພັນ ທະບັດຄັງເງິນໃຫ້ທະນາຄານທຸລະກິດ ແລະ ບັນດາກອງທຶນ ໄດ້ຈໍານວນ 968 ຕື້ກີບ, ພ້ອມທັງຂາຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ໄດ້ກວ່າ 1.073 ຕື້ກີບ ແລະ 33,3 ລ້ານໂດລາ.
ສ່ວນດ້ານນະໂຍບາຍເງິນຕາ ແມ່ນໄດ້ສືບຕໍ່ນໍາໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ. ໃນນີ້, ນະໂຍບາຍ ແລະ ມາດຕະການພົ້ນເດັ່ນທີ່ໄດ້ປະຕິບັດແມ່ນປັບປຸງກົນໄກການຄຸ້ມຄອງຮ້ານແລກປ່ຽນເງິນຕາໃຫ້ຮັດກຸມ ໂດຍໄດ້ຢຸດການອອກໃບອະນຸຍາດເຄື່ອນໄຫວທຸລະກິດແລກປ່ຽນເງິນຕາໃນເດືອນມິຖຸນາ 2021 ແລະ ດໍາເນີນການຫັນຮ້ານແລກປ່ຽນເງິນຕາ ໄປເປັນຮ້ານແລກປ່ຽນຕົວແທນຂອງທະນາຄານທຸລະກິດໃນການແລກປ່ຽນເງິນຕາ.
ຊຶ່ງມີ 419 ແຫ່ງຈາກ 550 ແຫ່ງຂອງຮ້ານແລກປ່ຽນເງິນຕາທັງໝົດໃນເມື່ອກ່ອນ ແລະ ຮ້ານທີ່ບໍ່ເປັນຕົວແທນຂອງທະນາຄານທຸລະກິດ ແມ່ນບໍ່ອະນຸຍາດໃຫ້ເຄື່ອນໄຫວແລກປ່ຽນເງິນຕາຕາມລະບຽບກົດໝາຍ. ປັດຈຸບັນ, ກໍາລັງຢູ່ໃນຂັ້ນຕອນຍົກເລີກຖອດຖອນໃບອະນຸຍາດຂອງບັນດາຮ້ານດັ່ງກ່າວ ແລະ ສືບຕໍ່ດໍາເນີນການຫັນຮ້ານແລກປ່ຽນເງິນຕາໄປຂຶ້ນກັບທະນາຄານທຸລະກິດໃຫ້ສໍາເລັດໃນປີ 2021 ນີ້.
(ເນື້ອໃນອ້າງອີງຈາກ: ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ 9 ເດືອນຕົ້ນປີ 2021).