ໃນວັນທີ 4 ພະຈິກ 2021, ທ່ານ ລັດສະໝີ ແກ້ວມະນີ ໄດ້ສໍາເລັດການເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ກີ່ ປາກເມີແລັງ, ປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດສ ທີ່ ນະຄອນຫຼວງເບີນ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສະມາພັນທະລັດສະວິດສ.
ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານ ທູດ ລັດສະໝີ ແກ້ວມະນີ ກໍໄດ້ພົບປະໂອ້ລົມ ກັບ ພະນະທ່ານ ປະທານາທິບໍດີ ກີ່ ປາກເມີແລັງ ດ້ວຍບັນຍາກາດອັນສະນິດສະໜົມ ແລະ ເຕັມໄປດ້ວຍມິດໄມຕີ. ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ສະວິດສ ໃນໄລຍະຜ່ານມາ ໂດຍສະເພາະຜົນສໍາເລັດອັນຈົບງາມຂອງການຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ຂອງ ພະນະທ່ານ ອິກນາຊີໂອ ກາດສິດສ, ຮອງປະທານາທິບໍດີ, ລັດຖະມົນຕີຕ່າງປະເທດ ສະວິດສ ໃນຕົ້ນເດືອນ ສິງຫາ 2021.
ໃນໂອກາດນີ້, ທ່ານ ທູດ ລັດສະໝີ ແກ້ວມະນີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ປະທານາທິບໍດີ ກີ່ ປາກເມີແລັງ ກໍຄື ລັດຖະບານ ແລະປະຊາຊົນສະວິດສ ພ້ອມທັງແຈ້ງການເຊື້ອເຊີນ ຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເຖິງ ທ່ານ ປະທານາທິບໍດີ ກີ່ ປາກເມີແລັງ ເພື່ອໄປຢ້ຽມຢາມທາງການຢູ່ ສປປ ລາວ ໃນເວລາທີ່ສະດວກ.
ທ່ານ ທູດ ລັດສະໝີ ແກ້ວມະນີ, ໃນນາມຕາງຫນ້າໃຫ້ລັດຖະບານ ແລະປະຊາຊົນລາວ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນສະວິດສ ຕໍ່ການສະຫນັບສະຫນູນ ແລະ ການໃຫ້ການຊ່ວຍເຫລືອແກ່ ສປປ ລາວ ທັງຂອບສອງຝ່າຍ ແລະ ຫລາຍຝ່າຍ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດມາ; ພິເສດ, ແມ່ນການຊ່ວຍເຫລືອທາງດ້ານທຶນຮອນ ແລະ ອຸປະກອນການແພດໃນການຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມນີ້, ທ່ານ ທູດ ລັດສະໝີ ແກ້ວມະນີ ຍັງໄດ້ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ສະວິດສ ໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ພະນະທ່ານ ກີ່ ປາກເມີແລັງ, ປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນ ໃໝ່ ປະຈໍາ ສະມາພັນທະລັດສະວິດສ ຂອງ ທ່ານ ລັດສະໝີ ແກ້ວມະນີ ແລະ ຫວັງວ່າສາຍພົວພັນມິດຕະພາບ ແລະການຮ່ວມມືສອງ ຝ່າຍສະວິດສ-ລາວ ຈະນັບມື້ນັບແໜ້ນແຟັນຂຶ້ນ. ພ້ອມນີ້, ທ່ານ ປະທານາທິບໍດີ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ.