ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 10 ທັນວາ 2021, ທ່ານ ລັດສະໝີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ເຈົ້າຊາຍ ອາໂລອິດສ ແຫ່ງ ລາຊະອານາຈັກ ເລັກເຕນສະເຕນ ທີ່ນະຄອນຫຼວງວາດຸສ໌, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ລາຊະອານາຈັກ ເລັກເຕິນສະເຕນ ທີ່ມີສໍານັກງານຕັ້ງຢູ່ ເຊີແນວ ປະເທດ ສະວິດສ.
ພາຍຫລັງພິທີຍື່ນສານ, ທ່ານ ທູດ ລັດສະໝີ ແກ້ວມະນີ ໄດ້ພົບປະໂອ້ລົມ ກັບ ເຈົ້າຊາຍ ອາໂລອິດສ ດ້ວຍບັນຍາກາດອັນສະນິດສະ ໜົມ ແລະ ເຕັມໄປດ້ວຍມິດໄມຕີ. ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ເລັກເຕິນສະເຕນ ແລະ ປະສານງານພາຍ ໃຕ້ຂອບ ສປຊ. ທ່ານທູດ ລັດ ສະໝີ ແກ້ວມະນີ ໄດ້ນໍາເອົາຄວາມ
ຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງ ເຈົ້າຊາຍ ຮັນສ ອາດາມ ທີ II ແລະ ຜ່ານເຈົ້າຊາຍ ໄປຍັງ ລັດຖະ ບານ ແລະ ປະຊາຊົນເລັກເຕນສະເຕນ ທຸກຖ້ວນໜ້າ.
ທ່ານທູດ ລັດສະໝີ ແກ້ວມະນີ ຍັງໄດ້ແຈ້ງ ກ່ຽວກັບ ສະພາບ ການພັດທະນາ ເສດຖະກິດ- ສັງຄົມ ຂອງ ສປປ ລາວ ກໍຄື ຄວາມພະຍາຍາມຂອງລັດຖະ ບານ ເພື່ອນໍາເອົາປະເທດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ລວມທັງການຟື້ນຟູເສດ ຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງ ພະຍາດໂຄວິດ-19.
ພ້ອມກັນນັ້ນ, ທ່ານທູດ ລັດ ສະໝີ ແກ້ວມະນີ ກໍໄດ້ເຊີນຊວນພາກລັດຖະບານ ກໍຄືພາກທຸລະ ກິດຂອງເລັກເຕນສະເຕນໄປຢູ່ຢ້ຽມຢາມ-ພົບປະ-ເຮັດວຽກ ເພື່ອສຶກສາທ່າແຮງ ແລະຄວາມເປັນໄປໄດ້ໃນການດໍາເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ໃນບັນດາຂະແໜງການທີ່ເລັກເຕິນສະເຕນມີທ່າແຮງ ແລະ ມີຄວາມອາດສາມາດແຂ່ງຂັນເຊັ່ນ: ການທ່ອງທ່ຽວ, ອຸດສະຫະກໍາປຸງແຕ່ງ, ກະສິກໍາ ແລະ ການເງິນ-ທະ ນາຄານ.
ໃນໂອກາດດັ່ງກ່າວ, ເຈົ້າຊາຍ ອາໂລອິດສ ແຫ່ງ ລາຊະອານາຈັກ ເລັກເຕນສະເຕນ ກໍໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ລາຊະ ອານາ ຈັກ ເລັກເຕນສະເຕນ ຂອງ ທ່ານ ລັດສະໝີ ແກ້ວມະນີ ແລະຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ເລັກເຕນສະເຕນ-ລາວ ຈະນັບມື້ນັບຈະ ເລີນງອກງາມ ແລະ ເປັນຮູບປະທໍາຫຼາຍຂຶ້ນ. ພ້ອມນີ້, ເຈົ້າຊາຍ ອາໂລອິດສ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະ ເທດ ແຫ່ງ ສປປ ລາວ.
ນອກຈາກນີ້, ທ່ານທູດ ລັດສະໝີ ແກ້ວມະນີ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Dominique Hasler, ລັດຖະມົນຕີການຕ່າງປະເທດ, ການສຶກສາ ແລະ ກິລາ ແລະ ທ່ານ Martin Frick, ຫົວໜ້າຫ້ອງການກະຊວງຕ່າງປະເທດ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລື ແນ່ໃສ່ສົ່ງເສີມການຮ່ວມມືທັງຂອບສອງຝ່າຍ ສປປ ລາວ-ເລັກເຕນສະເຕນ ແລະຂອບຫລາຍຝ່າຍ ພາຍໃຕ້ອົງການ ສປຊ ໃຫ້ນັບມື້ນັບເພີ່ມທະວີ.