ການດຳເນີນກອງປະຊຸມສະໄຫມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນບ່າຍ 9 ສິງຫາ 2021, ຢູ່ຫໍປະຊຸມສະພາແຫ່ງຊາດຫລັງໃໝ່ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບສະພາບການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສະເຫນີໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ທ່ານໄດ້ຍົກໃຫ້ເຫັນກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ, ພາກພື້ນ ແລະ ໃນໂລກ, ສະພາບການຈັດຕັ້ງປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດ ແລະ ມາດຕະການແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ວຽກງານຕອບໂຕ້, ມາດຕະການດ້ານການເເພດ, ມາດຕະການບໍລິຫານສັງຄົມ, ດ້ານເສດຖະກິດ, ຈຸດອ່ອນຂໍ້ຄົງຄ້າງ, ແຜນວຽກຈຸດສຸມ ແລະ ມາດຕະການໃນຕໍ່ຫນ້າ ລວມເຖິງມາດຕະການອື່ນໆຈໍານວນຫນື່ງ.
ພາຍຫລັງສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລ້ວ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ຕາງຫນ້າຄະນະປະຈໍາສະພາແຫ່ງຊາດໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍທ່ານໄດ້ສະເຫນີໃຫ້ລັດຖະບານສືບຕໍ່ຄົ້ນຄວ້າ ແລະ ຍົກໃຫ້ເຫັນຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນເເຕ່ລະຂົງເຂດຢ່າງລະອຽດ ຈະແຈ້ງ ພ້ອມທັງກຳນົດນະໂຍບາຍ ແລະ ມາດຕະການແກ້ໄຂ ເປັນຕົ້ນ: ຫົວຫນ່ວຍທຸລະກິດທີ່ພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດດຳເນີນທຸລະກິດໄດ້ ແລະ ຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນທຸກຂົງເຂດອາຊີບ ແລະ ອື່ນໆ.
ພາຍຫລັງສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງການປະກອບຄໍາເຫັນຈາກຕາງຫນ້າຄະນະປະຈໍາສະພາແຫ່ງຊາດໃສ່ບົດລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລ້ວ. ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນາມປະທານ ກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການປະກອບຄໍາເຫັນພ້ອມທັງສະເຫນີໃຫ້ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງປະກອບຄໍາຍ້ຳເຫັນໃສ່ບົດລາຍງານດັ່ງກ່າວເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນຮັດກຸມຫລາຍຂື້ນກວ່າເກົ່າ.
ທ່ານ ບຸນລ້ອມ ແກ້ວບົວໂຮມ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ສະເຫນີໃຫ້ລັດຖະບານຄົ້ນຄວ້າ ນະໂຍບາຍປິ່ນປົວພະຍາດໂດຍນໍາໃຊ້ຢາຫລວງ ແລະຢາພື້ນເມືອງຄວບຄູ່ກັນຕາມຄວາມເຫມາະສົມ.
ພາຍຫລັງສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ສຳເລັດ. ປະທານກອງປະຊຸມ ໄດ້ສະຫລຸບສັງລວມການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດຕໍ່ວຽກງານດັ່ງກ່າວເຫັນວ່າເປັນປະໂຫຍດ ແລະ ເປັນທິດທາງສຳຄັນໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນຕໍ່ຫນ້າ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂື້ນກວ່າເກົ່າ,ພ້ອມດຽວ ກັນນີ້ການດຳເນີນກອງປະຊຸມສະໄຫມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນບ່າຍມື້ນີ້ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງຍັງໄດ້ຮັບຟັງການຊີ້ແຈງ ອະທິບາຍເພີ່ມຕື່ມທີ່ເຫັນວ່າມີຄວາມສົນໃຈຕໍ່ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ຕິດພັນກັບຂະແໜງສາທາລະນະສຸກ ແລະ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຈາກລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ສໍາລັບການດຳເນີນກອງປະຊຸມສະໄຫມວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນເຊົ້າມື້ອື່ນ, ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຈະໄດ້ຮັບຟັງການລາຍງານກ່ຽວກັບມະຕິຂອງ ຄະນະປະຈຳສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງຄະນະມິດຕະພາບກັບຕ່າງປະເທດ, ຮັບຟັງ ການກ່າວຄໍາປາໃສຕໍ່ກອງປະຊຸມສະໄຫມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ຈາກຄະນະ ຜູ້ເເທນຂັ້ນສູງພັກ-ລັດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ຈະມີ ພິທີມອບ – ຮັບ ຫໍສະພາແຫ່ງຊາດຫລັງໃຫມ່ຕື່ມອີກ.
ຂ່າວ: ເດດອາລຸນ ແກ້ວວິໄລວົງ
ຖ່າຍພາບ: ຕາລີເຊ້ຍ ລໍມີໄຊ

