ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 27 ທັນວາ 2022 ຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແລະ ທ່ານ ໄຊຊະນະ ໂຄດພູທອດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕໍ່ຈາກມື້ວານນີ້ ເພື່ອແນໃສ່ເຮັດໃຫ້ 2 ບົດລາຍງານມີເນື້ອໃນຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງສອດຄ່ອງກັບສະພາບເງື່ອນໄຂຕົວຈີງຂອງປະເທດເຮົາ.
ທ່ານ ນາງ ມີນາພອນ ໄຊສົມພູ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດດ້ານວຽກງານວິຊາສະເພາະໃຫ້ຜູ້ພິພາກສາ ແລະ ພະນັກງານໄອຍະການແຕ່ລະຂັ້ນໃຫ້ຫຼາຍຂຶ້ນຕື່ມອີກ ເພື່ອຮັບປະກັນເຮັດໃຫ້ການຕັດສີນຄະດີຕ່າງໆມີຄວາມຖືກຕ້ອງຊັດເຈນ, ຍຸຕິທຳ ເນື່ອງຈາກໄລຍະຜ່ານມາເຫັນວ່າພາກສ່ວນກ່ຽວຂ້ອງຍັງບໍ່ທັນເອົາໃຈໃສ່ເຂົ້າໃນວຽກງານນີ້ດີເທົ່າທີ່ຄວນ ເຮັດໃຫ້ເກີດຊ່ອງຫວ່າງໃນການຕັດສີນຄະດີ ການດຳເນີນຄະດີມີລັກສະນະຊັກຊ້າ, ແກ່ຍາວ ລົບໄປລົບມາ ແລະ ອື່ນໆ.
ທ່ານ ຄຳສິງ ໄຊສົມແພງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ສະເໜີໃຫ້ສານປະຊາຊົນສູງສຸດເພີ່ມທະວີໃນການສັງເກດຕີລາຄາໃຫ້ເລີກເຊີ່ງ ແລະ ພາວະວີໃສກ່ຽວກັບບົດບາດຂອງຕົນເອງໃນການດຳເນີນຄະດີ, ການຕັດສີນ ແລະພິພາກສາຄະດີຕ່າງໆໃຫ້ຫຼາຍຈຶ້ນກວ່າເກົ່າ ເນື່ອງຈາກວ່າໄລນະຜ່ານມາຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເຮັດໃຫ້ການຕັດສີນຄະດີຕ່າງໆເກີດຄວາມຊັກຊ້າ.
ພັນຕີ ສາຍໃຈ ກົມມະສິດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ພາກສ່ວນສານປະຊາຊົນສູງສຸດກວດກາເບິ່ງຄືນກ່ຽວກັບຕົວເລກເງິນທີ່ສານຕັດສີນຢຶດຊັບຜູ້ຖືກຫາໄປແລ້ວ ໃນໄລຍະຜ່ານມາເຫັນວ່າຍັງມີບາງຕົວເລກມີຈຳນວນໜ້ອຍເກີນໄປ ລວມເຖິງກວດກາຄືນກ່ຽວກັບບາງຕົວເລກການແກ້ໄຂຄະດີອາຍາຢູ່ສານຂັ້ນຕົ້ນ ເຫັນວ່າຍັງບໍ່ສອດຄ່ອງຕາມຄວາມເປັນຈີງເທົ່າທີ່ຄວນ.
ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍມື້ນີ້ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຈະໄດ້ຮັບຟັງການອະທິບາຍຊີ້ແຈງໃຫ້ຄວາມກະຈ່າງແຈ້ງເພີ່ມຕື່ມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນ ຈາກປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ລັດຖະມົນຕີປ້ອງກັນຄວາມສະຫງົບ ແລະ ລັດຖະມົນຕີກະຊວງຍຸຕິທຳ.