ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການອະທິບາຍຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຈາກ 7 ພາກສ່ວນ, ເລີ່ມຈາກ ທ່ານ ຄໍາເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຊີ້ແຈງຫລາຍບັນຫາ, ໃນນີ້ ສະເພາະການແກ້ໄຂບັນຫາໂຄງການນອກແຜນທີ່ສະມາ ຊິກສະພາຫ່ງຊາດໃຫ້ຄວາມສົນໃຈຫລາຍສົມຄວນ ໂດຍສະເພາະທີ່ຕິດພັນກັບອົງການກວດສອບແຫ່ງລັດໄດ້ແຈ້ງໄປຈຳນວນ 38 ໂຄງການ, ມູນຄ່າ 500 ກວ່າຕື້ກີບ, ໃນນີ້ ມີ 14 ໂຄງການ ມູນຄ່າ 4 ຕື້ກວ່າກີບ. ໂຄງການນອກແຜນແຕ່ຢູ່ໃນມູນຄ່າສັນຍາທີ່ສະພາແຫ່ງຊາດຮັບຮອງ 24 ໂຄງການ, ມູນຄ່າ 400 ກວ່າຕື້ກີບ ແລະ ອື່ນໆ. ຕໍ່ກັບບັນຫານີ້ ທ່ານຊີ້ແຈງວ່າ: ກະຊວງແຜນການ ແລະ ການລົງທຶນ ໄດ້ມີມາດການແກ້ໄຂທີ່ເໝາະສົມ ແລະ ໃນຕໍ່ໜ້າຈະຮ່ວມກັບທຸກພາກສ່ວນກ່ຽວຂ້ອງເກັບກໍາຂໍ້ມູນໃຫ້ລະອຽດ ແລະ ມີມາດຕະການແກ້ໄຂທີ່ເໝາະສົມ.
ຈາກນັ້ນ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ 3 ບັນຫາໃຫຍ່. ໃນນີ້ ສະເພາະບັນຫາທີໜຶ່ງ ກ່ຽວກັບການແກ້ໄຂ 5 ກົມຂອງກະຊວງການເງິນທີ່ຜ່ານການກວດສອບ ຊຶ່ງມີທັງໝົດ 136 ກໍລະນີ, ໃນນີ້ ຕາມຜົນການກວດສອບມີ 115 ກໍລະນີ, ແກ້ໄຂຂາດຕົວ 47 ກໍລະນີ ເປັນເງິນ 147 ຕື້ກວ່າກີບ 2 ລ້ານກວ່າໂດລາສະຫະລັດ, ແກ້ໄຂບໍ່ຂາດຕົວ 46 ກໍລະນີ ແລະ ບໍ່ໄດ້ຮັບການແກ້ໄຂ 22 ກໍລະນີ ແລະ ອື່ນໆ. ໃນໄລຍະຜ່ານມາກະຊວງການເງິນ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງເອົາໃຈໃສ່ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ໃນພາກປະຕິບັດຕົວຈິງພົບຄວາມຫຍຸ້ງຍາກຫລາຍຢ່າງ.
ຕໍ່ມາ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຂຶ້ນອະ ທິບາຍຊີ້ແຈງ 2 ບັນຫາໃຫຍ່ທີ່ຕິດພັນກັບຂົງເຂດທະນາຄານ ຄື: ການຈັດຕັ້ງປະຕິບັດ 8 ມາດຕະການທີ່ໄດ້ກໍານົດໄວ້ໃນມະຕິສະພາແຫ່ງຊາດສະບັບເລກທີ 76 ແລະ ຜົນການກວດສອບຂົງເຂດທະນາຄານ ປະຈໍາປີ 2023. ໃນນີ້ ສະເພາະການຈັດຕັ້ງປະຕິບັດ 8 ມາດຕະການທີ່ກໍານົດໄວ້ໃນມະຕິຂອງສະພາແຫ່ງຊາດ ໂດຍສະເພາະການອະນຸມັດສິນເຊື່ອເກີນຂອບເຂດຂອງທະນາຄານໃນຂົງເຂດທຸລະກິດ ຜ່ານມາທະນາຄານ ແຫ່ງ ສປປ ລາວ ໄດ້ວາງຫລາຍມາດຕະການທີ່ເໝາະສົມກັບເງື່ອນໄຂຕົວຈິງ.
ຫລັງຈາກນັ້ນ ທ່ານ ນາງ ວິໄລຄໍາ ໂພສາລາດ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ແລະ ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ໄດ້ຜັດປ່ຽນກັນຂຶ້ນອະທິບາຍຊີ້ແຈງເພີ່ມຕື່ມຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ. ຈາກນັ້ນ ຕາງໜ້າກອງເລຂານຸການກອງປະຊຸມຮັບຜິດຊອບວຽກງານຂົງເຂດແຜນ ການ, ການເງິນ ແລະ ການກວດສອບ ໄດ້ຂຶ້ນສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດ 2 ສະບັບ ເພື່ອໃຫ້ສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາເຫັນ.
ສໍາລັບວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແແຫ່ງຊາດ ຊຸດທີ 9 ໃນຕອນບ່າຍມື້ນີ້ ຕາມວາລະແລ້ວ ສະມາຊິກສະພາແຫ່ງຊາດຈະໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຕາລິເຊ້ຍ ລໍມີໄຊ




