ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອາທິດ ວັນທີ 29 ສິງຫາ 2021 ໃຫ້ຮູ້ວ່າ:
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 28 ສິງຫາ 2021: ໄດ້ກວດວິເຄາະທັງໝົດ 2,961 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 98 ຄົນ
ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ນະຄອນຫຼວງ 12 ຄົນ
– ບໍ່ແກ້ວ 15 ຄົນ
– ຫຼວງພະບາງ 4 ຄົນ
– ຫຼວງນ້ຳທາ 2 ຄົນ
– ອຸດົມໄຊ 2 ຄົນ
– ວຽງຈັນ 1 ຄົນ
– ຄຳມ່ວນ 5 ຄົນ
– ສະຫວັນນະເຂດ 57 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 97 ຄົນ ຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 7 ຄົນ, ຄຳມ່ວນ 9 ຄົນ, ສາລະວັນ 6 ຄົນ ແລະ ຈຳປາສັກ 71 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາ
ຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:
#ນະຄອນຫຼວງ 12 ຄົນ
ເມືອງຫາດຊາຍຟອງ: ບ້ານທ່າເດື່ອ 2 ຄົນ, ບ້ານປາກເບັງ 1 ຄົນ ແມ່ນນອນໃນຈຸ້ມບ້ານໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບ ບລສ ເບຍລາວ-ເປັບຊີ
– ເມືອງໄຊທານີ: ບ້ານຈະເລີນໄຊ 2 ຄົນ, ບ້ານຕານມີໄຊ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read)
– ເມືອງນາຊາຍທອງ: ບ້ານດົງຫຼວງ 1 ຄົນ, ບ້ານນາສ້ຽວ 1 ຄົນ, ບ້ານສີເກີດ 1 ຄົນ, ບ້ານໂພນແກ້ວ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read)
– ເມືອງສີສັດຕະນາກ: ບ້ານຈອມເພັດ 2 ຄົນ
ສຳລັບສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ ມີ: ບໍລິສັດລັດວິສາຫະກິດຂົນສົ່ງທາງບົກທາງນ້ຳ , ບ້ານທ່າພະລານໄຊ, ເມືອງສີສັດຕະນາກ, ຮ້ານເຂົ້າປຽກຢູ່ຂ້າງວັດພັນໝັ້ນ ເມືອງສີສັດຕະນາກ,
ຮ້ານປີ້ງຫູໝູ ຢູ່ບ້ານໂພນຕ້ອງ,ເມືອງຈັນທະບູລີ, ຄລີນິກແຂ້ວຢູ່ 3 ແຍກໄຟແດງໂພນປ່າເປົ້້າ,ຮ້ານຕຳຢູ່ເຂດຖະໜົນຄູວຽງ,ກົງກັນຂ້າມກັບຮ້ານຂາຍໝາ,ຮ້ານປະດັບຍົນດົງປ່າແຫຼບເມືອງຈັນທະບູລີ,ຕະຫຼາດຫົວຂົວ,
ຕະຫຼາດສວນມອນ, ຮ້ານເຝີ 123 ຢູ່ໜ້າ ປກສ, ຮ້ານແລກປ່ຽນເງີນຕາຢູ່ທະນາຄານການຄ້າ (ແຄມຂອງ)
#ແຂວງບໍ່ແກ້ວ 15 ຄົນ ຈາກ ເມືຶອງຕົ້ນເຜິ້ງ ເປັນກໍລະນີສຳຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ປະກອບມີ:
ບ້ານສີເມືອງງາມ 3 ຄົນ
ບ້ານຄຸນບົງ 6 ຄົນ
ເຂດ ພິເສດ 5 ຄົນ
ຕົ້້ນເຜິ້ງ 1 ຄົນ
#ແຂວງອຸດົມໄຊ 2 ຄົນ ກ່ຽວຂ້ອງກັບງານຊາປະນາກິດສົບຢູ່ເມືອງນ່ານ. #ແຂວງຫຼວງພະບາງ
ຜູ້ທີ 1 ເພດຊາຍ, ອາຍຸ 59 ປີ, ບ້ານແກ້ງຊ້າງ, ເມືອງປາກແບງ ເປັນສາມີຂອງຜູ້ທີ່ໄປຮ່ວມງານສົບ, ຢູ່ບ້ານນາຝາຍ, ເມືອງນານ
ຜູ້ທີ 2 ເພດຍິງ, ອາຍຸ 36 ປີ, ບ້ານແກ້ງຊ້າງ, ເມືອງປາກແບງ ເປັນພີ່ນ້ອງກັນ
#ແຂວງຫຼວງນ້ຳທາ 2 ຄົນ ກຸ່ມທີ່ກ່ຽວພັນ ກັບ ບ້ານໃຫຍ່ສີເມືອງງາມ, ເມືອງຕົ້ນເຜີ້ງ,
#ແຂວງບໍ່ແກ້ວ, ໃນນັ້ນ 01 ຄົນ ແມ່ນເດັກອານຸບານ ເຂົ້າໂຮງຮຽນອະນຸບານ (ກຸ່ມສຳຜັດ ທັງໝົດ 55 ຄົນ ໄດ້ເກັບຕົວຢ່າງ ແລະ ພັກ ຈຳກັດບໍລິເວນແລ້ວ ໃນນັ້ນ ມີເດັກອານຸບານທັງໝົດ 37 ຄົນ, ຄູ 5 ແລະ ຄອບ
ຄົວທີ່ເປັນເຈົ້າຂອງໂຮງຮຽນ).
#ຫຼວງພະບາງ 4 ຄົນ ທັງໝົດເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ ໄດ້ລາຍງານ ຜ່ານມາ.
#ຄຳມ່ວນ 5 ຄົນ ໃນນັ້ນ 3 ຄົນແມ່ນຄອບຄົວດຽວກັນທີ່ພົວພັນກັບຜູ້ຕິດເຊື້ອມາກ່ອນ ແລະ 01 ຄົນ ເປັນເພດຊາຍ, ອາຍຸ 44 ປີ ອາຊີບພະນັກງານຂັບລົດ, ບ້ານມ່ວງໄຂ່, ເມືອງຫີນບູນ
#ສະຫວັນນະເຂດ 57 ຄົນ ມາຈາກ: ຈຸ້ມບ້ານ ໂພນສະຫວ່າງເໜືອ ມີ 19 ຄົນ ຊື່ງບ້ານນີ້ ເຄີຍໄດ້ລາຍງານໃນວັນທີ 26 ສິງຫາ ທີ່ຜ່ານມາ ຈຸ້ມພະນັກງານຂັບລົດ ລັດຕະນະວົງ ແລະ ບໍລິສັດ ຂັບລົດຂົນສົ່ງ ມີ 08 ຄົນ
ຈຸ້ມບ້ານລັດຕະນະລັງສີ ມີ 08 ຄົນ ເຫຼືອນັ້ນ ແມ່ນແບບກະແຈກກະຈາຍ ໃນບ້ານເທດສະບານຂອງນະຄອນໄປສອນ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
#ມາຮອດມື້ນີ້ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,641 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,901 ຄົນ.