ໃນ 5 ປີຜ່ານມາໄດ້ມີນັກທ່ອງທ່ຽວສາກົນເຂົ້າມາ ສປປ ລາວ 21.769.811 ເທື່ອຄົນ, ສະເລ່ຍ (2015-2019) ເພີ່ມຂຶ້ນ 0,56%, ການພັກເຊົາສະເລ່ຍ 8 ວັນຕໍ່ຄົນ ແລະ 7,5% ສໍາລັບລາຍຮັບ ແຕ່ຍັງຫລຸດຄາດໝາຍ, ທຽບໃສ່ 5 ປີກ່ອນ ຍັງເຫັນວ່າ ນັກທ່ອງທ່ຽວເພີ່ມຂຶ້ນ 17,7%, ລາຍຮັບເພີ່ມຂຶ້ນ 41,7 %. ຂະນະທີ່ຈໍານວນແຫລ່ງທ່ອງທ່ຽວ ເພີ່ມຂຶ້ນ 1,1% ໃນນັ້ນ ຊຶ່ງແຫລ່ງທ່ອງທ່ຽວທໍາມະຊາດກວມ 59,8%, ແຫລ່ງທ່ອງທ່ຽວວັດທະນະທໍາກວມ 26,9% ແລະ ແຫລ່ງທ່ອງທ່ຽວປະ ຫວັດສາດກວມ 13,4%, ທຽບໃສ່ 5 ປີກ່ອນ ເພີ່ມຂຶ້ນ 12,4%, ໂຮງແຮມເພີ່ມຂຶ້ນ 4%, ເຮືອນ ພັກ ແລະ ຣີສອດ ເພີ່ມຂຶ້ນ 3,6%, ບໍລິສັດທ່ອງທ່ຽວ ເພີ່ມຂຶ້ນ 9,1%, ກົງກັນຂ້າມສາຂາບໍລິສັດທ່ອງທ່ຽວຫລຸດລົງ -8,3% ແລະ ສະຖານທີ່ບັນເທິງຫລຸດ ລົງ -9,4%. ໃນໄລຍະການແຜ່ລະບາດພະຍາດໂຄວິດ-19, ນັບແຕ່ເດືອນ 1-9 ປີ 2020 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ພຽງ 18% ຂອງຕົວເລກຄາດ ຄະເນໝົດປີ ແລະ ຄ່ອຍໆ ຫລຸດລົງ ໂດຍສະເລ່ຍຫລຸດລົງ -15,61% ແລະ ທຽບໃສ່ກັບ 9 ເດືອນ ປີ 2019 ໄລຍະດຽວກັນ ມີອັດຕາຫລຸດລົງ -74%.
ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໃນວັນທີ 10 ທັນວາ 2020 ທີ່ນະຄອນ ຫລວງວຽງຈັນ ວ່າ: ວຽກງານທ່ອງທ່ຽວຂອງລາວໄດ້ຮັບການສົ່ງເສີມ ແລະ ພັດພັດທະນາທາງດ້ານໂຄງລ່າງພື້ນຖານ, ແຫຼ່ງທ່ອງທ່ຽວ, ສະຖານທີ່ພັກເຊົາ, ຮ້ານອາຫານ, ຜະລິດຕະພັນການທ່ອງທ່ຽວໃໝ່ ແລະ ການບໍລິການ ໂດຍໄດ້ຮັບທຶນຈາກລັດຖະບານ, ເງິນກູ້ຢືມ ແລະ ຊ່ວຍເຫລືອລ້າຈາກທະນາຄານພັດທະນາອາຊີ ໄລຍະ 1 ແລະ 2 ເພື່ອພັດທະນາໂຄ່ງລ່າງພື້ນຖານເພື່ອຮັບໃຊ້ການທ່ອງທ່ຽວ, ການຊ່ວຍເຫລືອລ້າຈາກປະເທດນິວຊິແລນ ແລະ ຄູ່ຮ່ວມພັດທະ ນາອີກຈໍານວນໜຶ່ງ.
ຢ່າງໃດກໍຕາມ ການທ່ອງທ່ຽວຂອງລາວ ຍັງບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ ແລະ ພື້ນຖານໂຄງລ່າງຍັງຈໍາກັດ ເນື່ອງຈາກເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວຢູ່ເຂດຫ່າງໄກຫລາຍແຫ່ງ ພົບຄວາມຫຍຸ້ງຍາກ, ບໍ່ໄດ້ຕາມມາດຕະຖານ, ເສັ້ນທາງເຊື່ອມຕໍ່ທາງບົກ ແລະ ທາງອາກາດ ໄປສູ່ຕະຫລາດເປົ້າໝາຍທາງໄກຍັງມີໜ້ອຍ, ການໂຄສະນາການທ່ອງທ່ຽວ ບໍ່ທັນມີຄຸນນະພາບສູງ, ຍັງບໍ່ທັນເຂົ້າເຖິງທຸກຕະຫຼາດເປົ້າໝາຍ, ຮູບການໂຄສະນາບໍ່ທັນດຶງດູດປະທັບໃຈ ແລະ ການຄຸ້ມຄອງການທ່ອງ ທ່ຽວຍັງຂາດປະສິດທິພາບ.
ລັດຖະມົນຕີ ກະຊວງ ຖວທ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ວຽກງານທ່ອງທ່ຽວຂອງລາວ ນັບມື້ດີຂຶ້ນ ໃນຕໍ່ໜ້າ ກະຊວງ ຖວທ ຈະພະຍາຍາມຫັນການທ່ອງທ່ຽວເປັນອຸດສາຫະກໍາເທື່ອລະກ້າວ ແລະ ເພີ່ມທະວີການຄຸ້ມຄອງທ່ອງທ່ຽວ ຕາມລະບຽບກົດ ໝາຍໃຫ້ເຂັ້ມງວດ, ສ້າງແຫລ່ງທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຫລາກຫລາຍໄດ້ຕາມມາດຕະຖານ, ມີເອກະລັກ ແລະ ມີຈຸດສຸມ ຕາມທ່າແຮງເງື່ອນໄຂຕົວຈິງ ແລະ ຕາມທິດສີຂຽວຍືນຍົງ, ສົ່ງເສີມໃຫ້ຄົນລາວຫັນມາສູ່ “ລາວທ່ຽວລາວ”, ໃຊ້ຈ່າຍພາຍໃນລາວ, ກະຈາຍລາຍໄດ້ສູ່ທ້ອງຖິ່ນຫລາຍຂຶ້ນ ໄປຄຽງຄູ່ກັບການໂຄສະນາລາວ ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ຫລາຍຂຶ້ນ, ຍົກລະດັບສີມື ແລະ ຄຸນນະພາບ ການບໍລິການດ້ານການທ່ອງທ່ຽວໃຫ້ສູງຂຶ້ນ ແລະ ອື່ນຯ.



ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ປະກອບ