ພາຍຫລັງຢຸດໃຫ້ບໍລິການຊົ່ວຄາວໄດ້ໄລຍະໜຶ່ງ ຍ້ອນມາດຕະການປ້ອງກັນພະຍາດໂຄວິດ-19, ກິດຈະກໍາການທ່ຽວຊົມສັດປ່າຢູ່ອຸທິຍານແຫ່ງງຊາດ ນໍໍ້າແອດ-ພູເລີຍ ກັບມາເປີດໃຫ້ບໍລິການນັກທ່ອງທ່ຽວເປັນປົກກະຕິແລ້ວ ໂດຍມີ 2 ກິດຈະກໍາຄືເກົ່າ.
ທ່ານ ພອນສັກ ອິນທະວົງ, ຮັບຜິດຊອບວຽກງານທ່ອງທ່ຽວອຸທິຍານແຫ່ງງຊາດນໍໍ້າແອດ-ພູເລີຍ ໃຫ້ສໍາພາດວ່າ: 2 ກິດຈະກໍາທີ່ເປີດໃຫ້ບໍລິການນັກທ່ອງທ່ຽວ ລວມມີ: ການລ່ອງເຮືອຕາມນໍ້າເນີນຊົມສັດປ່າໃນຍາມຄໍ່າຄືນກັບມາເປີດບໍລິການປົກກະ ຕິ ເລີ່ມແຕ່ວັນທີ 23 ມັງກອນ 2022, ກິດຈະກໍານີ້ໃຊ້ເວລາ 2 ມື້ 1 ຄືນ ໂດຍການລ່ອງເຮືອຈາກບ້ານສົ້ນຂົວເມືອງ, ເມືອງຫົວເມືອງ ໄປຕາມນໍ້າເນີນເຂົ້າໄປໃນອຸທິຍານແຫ່ງຊາດ ນໍ້າແອັດ-ພູເລີຍ ແລ້ວລ່ອງລົງມາເພື່ອເບິ່ງສັດປ່າທີ່ລົງມາແຄມນໍ້າໃນຍາມຄໍ່າຄືນ ຈາກນັ້ນພັກຢູ່ບັງກະໂລແລ້ວລ່ອງເຮືອເດີນທາງກັບໃນຕອນເຊົ້າ. ສ່ວນອີກ 1 ກິດຈະກໍາ ແມ່ນການຍ່າງປ່າພູເລີຍ-ປຸ່ງນຽດ ເຊີ່ງມີຈຸດເລີ່ມຕົ້ນຢູ່ 3 ບ້ານ ຄື: ບ້ານສາກົກ ແລະ ບ້ານນໍ້າປຸ່ງ ເມືອງຮ້ຽມ ແຂວງຫົວພັນ ແລະ ບ້ານນາແວນ, ເມືອງວຽງຄໍາ ແຂວງຫຼວງພະບາງ. ມີໃຫ້ເລືອກແຕ່ 2 ມື້ 1 ຄືນ ຈົນຮອດ 5 ມື້ 4 ຄືນ ໂດຍການຍ່າງເຂົ້າໄປໃນເຂດອຸທິຍານແຫ່ງຊາດ ນໍໍ້າແອດ-ພູເລີຍ ທີ່ມີຄວາມສູງແຕ່ 300 ແມັດ -2.200 ແມັດ ເພື່ອຊົມສັດປ່າ ແລະ ພັກຄ້າງຄືນຢູ່ເຮືອນຮັງນົກທີ່ຈັດກຽມໄວ້ໃນປ່າ.
ທ່ານ ພອນສັກ ອິນທະວົງ ໃຫ້ຮູ້ຕື່ມວ່າ: ກິດຈະກໍາທ່ຽວຊົມສັດປ່າຢູ່ອຸທິຍານແຫ່ງງຊາດນໍໍ້າແອດ-ພູເລີຍ ເປີດໃຫ້ບໍລິການມາດົນສົມຄວນແລ້ວ, ໃນໄລຍະກ່ອນການລະ ບາດຂອງພະຍາດໂຄວິດ-19 ໂດຍສະເພາະໄລຍະເບື້ອງ ຕົ້ນທີ່ໃຫ້ບໍລິການນັກທ່ອງທ່ຽວຕ່າງປະເທດນິຍົມໄປຫລາຍ, ແຕ່ຕໍ່ມານັກທ່ອງທ່ຽວຄົນລາວໃຫ້ຄວາມສົນໃນຫລາຍຂຶ້ນ. ສ່ວນກິດຈະກໍາທີ່ໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ຽວ ແມ່ນການລ່ອງເຮືອຕາມນໍ້າເນີນຊົມສັດປ່າໃນຍາມຄໍ່າຄືນ ຍ້ອນມີຄວາມສະດວກກວ່າ. ສ່ວນກຸ່ມຄົນທີ່ເຂົ້າຮ່ວມບໍລິການທັງ 2 ກິດຈະກໍາ ແມ່ນປະຊາ ຊົນພາຍໃນ 4 ບ້ານ ທີ່ຜ່ານການເຝິກອົບຮົມດ້ານຕ່າງໆ ທີ່ກ່ຽວຂ້ອງຈາກຄະນະຮັບຜິດຊອບອຸທິຍານດັ່ງກ່າວຢ່າງລະອຽດ ແລະ ຈັດເປັນຫລາຍກຸ່ມບໍລິການ ເປັນຕົ້ນ: ກຸ່ມນໍາທ່ຽວ, ກຸ່ມແຕ່ງກິນ, ກຸ່ມເປ້ເຄື່ອງ, ກຸ່ມຊັກ, ກຸ່ມເຮືອນຮັບແຂກ, ກຸ່ມຫັດຖະກໍາແລະ ອື່ນໆ.
ນອກຈາກນີ້ ມີ 26 ບ້ານພາຍໃນ 3 ເມືອງທີ່ຢູ່ໃກ້ຄຽງອຸທິຍານແຫ່ງງຊາດນໍໍ້າແອດ-ພູເລີຍ ໄດ້ຮັບຜົນປະໂຫຍດນໍາ ຄື: ເມືອງຮ້ຽມ ແລະ ເມືອງຫົວເມືອງ, ແຂວງຫົວພັນ ແລະ ເມືອງວຽງຄໍາ, ແຂວງຫລວງພະບາງ ເຮັດໃຫ້ເຂົາເຈົ້າມີຫລາຍຮັບໂດຍກົງ ແລະ ມີຊີວິດການເປັນຢູ່ທີ່ນັບມື້ດີຂຶ້ນ.
Cr: ມົດແດງນ້ອຍ





