ວັນທີ 4 ຕຸລາ 2021 ນີ້ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະນຳກະຊວງສາທາລະນະສຸກ ແລະຄະນະສະເພາະກິດຂັ້ນ ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຕິດຕາມກວດກາ ສະພາບການເຮັດວຽກ ປ້ອງກັນ, ຄວບ ຄຸມ ແລະແກ້ໄຂພະຍາດໂຄວິດ ຢູ່ເມືອງງອຍ ມີການນຳ ແລະຄະນະສະເພາະກິດຂັ້ນເມືອງເຂົ້າຮ່ວມ ຢູ່ຫ້ອງປະຊຸມຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ໂອກາດນີ້ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງໆງອຍ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງ ເຊິ່ງສົ່ງຜົນກະທົບຕໍ່ສະພາບເສດຖະ ກິດ-ສັງຄົມ ແລະມີກໍລະນີຕິດເຊື້ອຢູ່ບາງຊຸມຊົນ ເຮັດໃຫ້ຈໍາຕ້ອງໄດ້ປິດການເຂົ້າ- ອອກພາຍໃນເມືອງ , ສໍາລັບກໍລະນີມີຜູ້ຕິດເຊື້ອພະຍາດໂຄວິດ ຢູ່ເມືອງງອຍແມ່ນເລີ່ມແຕ່ວັນທີ 20 ກັນຍາ 2021 ໄດ້ເກັບຕົວຢ່າງ 45 ກໍລະນີ ເປັນຜົນບວກ 20 ກໍລະນີ, ຈາກນັ້ນ ໄດ້ມີການແຜ່ລາມອອກໄປເປັນວົງກ້ວາງ ພາຍໃນບ້ານ ເຂດເທດ ສະບານ ແລະລາມໄປ ບ້ານອື່ນ ພາຍໃນເມືອງ, ມາຮອດ ວັນທີ່ 3 ຕຸລາ 2021 ມີຜູ້ຕິດເຊື້ອສະສົມ 293 ກໍລະນີ, ໃນນີ້ ປີ່ນປົວຫາຍດີ 6 ກໍລະນີ ເປັນແຮງງານນໍາເຂົ້າ, ໄດ້ສົ່ງຜູ້ຕິດເຊື້ອໄປປິ່ນປົວຕໍ່ ທີ່ແຂວງຫຼວງພະບາງ 20 ກໍລະນີ, ກໍາລັງປິ່ນປົວຢູ່ໂຮງໝໍຊຸມຊົນ ແລະສູນປີ່ນປົວຂອງເມືອງ 267 ກໍລະນີ, ຜ່ານມາອົງການປົກຄອງເມືອງ ໄດ້ຜັນຂະຫຍາຍຄຳສັ່ງ ແລະແຈ້ງການຂອງສູນກາງ, ຂອງແຂວງ ເພື່ອຈັດຕັ້ງປະຕິບັດມາດຕະການ ປ້ອງກັນ ແລະຕອບໂຕ້ພະຍາດໂຄວິດ-19 ຢູ່ພາຍໃນເມືອງຢ່າງເຂັ້ມງວດ ໃນນັ້ນ ໄດ້ກວດກາການເດີນທາງຂົ້າ-ອອກເມືອງ, ສຸມໃສ່ສັກວັກຊີນ ໃຫ້ກຸ່ມເປົ້າໝາຍມາຮອດວັນທີ 3 ຕຸລາ 2021 ສາມາດສັກເຂັມທີ 1 ໄດ້ 5.282 ຄົນ ເທົ່າກັບ 16,96%, ເຂັມທີ 2 ໄດ້ 2.917 ຄົນ ເທົ່າກັບ9,37%. ໂອກາດນີ້ ທ່ານ ບຸນແຝງ ພູມມະໄລສິດ ໄດ້ມີຄໍາເຫັນເນັ້ນໃຫ້ຄະນະສະເພາະກິດຂັ້ນເມືອງ ແລະທຸກພາກສ່ວນໃນສັງຄົມ ຈົ່ງສຸມທຸກກໍາແຮງເຂົ້າໃນການປ້ອງກັນ ຄວບຄຸມ ການລະບາດຂອງພະຍາດໂຄວິດ 19 ໂດຍດ່ວນ, ເພີ່ມທະວີການລົງໂຄສະນາສຸຂະສຶກສາ ໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ເຖີງໄພອັນຕະລາຍ, ຜົນຮ້າຍຂອງການລະ ບາດ ແລະວິທີການປ້ອງກັນຕົວເອງ, ຄອບຄົວ ແລະສັງຄົມ, ເລັ່ງໃສ່ຊອກຫາກຸ່ມສ່ຽງສໍາພັດໃຫ້ສິດ ມາກັກໂຕ ຫາເຊື້ອໂດຍໄວ ໂດຍສະເພາະ ແມ່ນເຂດຊຸມຊົນ ເພື່ອຕັດວົງຈອນລະບາດຂອງພະຍາດ ບໍ່ໃຫ້ມີການຂະຫຍາຍໄປສູ່ວົງກວ້າງ.
ຂ່າວ: ເພັດສາຄອນ ສີມມະວົງ
Loading...