ໃນວັນທີ 27 ມີນາ 2023, ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍການນໍາຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບໄດ້ລົງເຄື່ອນໄຫວຢ້ຽມຢາມຄະນະພັກ-ຄະນະບັນຊາ, ພະນັກງານ, ແພດ-ໝໍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ທີ່ເຈັບນອນປິ່ນປົວຢູ່ໂຮງໝໍ 5 ເມ ສາ, ໃຫ້ການຕ້ອນຮັບໂດຍ ພັນເອກ ດ໋ອກເຕີ ນາງ ພຸດມາລາ ພັນທະມິດ ຫົວໜ້າອໍານວຍການໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ແລະ ແພດ-ໝໍພາຍໃນໂຮງໝໍ 5 ເມສາ ເຂົ້າຮ່ວມ.
ໂອກາດນີ້, ພັນເອກ ດ໋ອກເຕີ ນາງ ພຸດມາລາ ພັນທະມິດ ໄດ້ລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 1 ປີ ຜ່ານມາ, ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາກົມໃຫຍ່ພະລາທິການ ແລະ ໂຮງໝໍ 5 ເມສາ ໄດ້ລົງເລິກຊີ້ນຳຢ່າງໃກ້ຊິດໃຫ້, ແພດ-ໝໍ ບໍລິການປິ່ນປົວຄົນເຈັບ ມີຄຸນນະພາບ, ຖືກຕ້ອງຕາມຫຼັກການວິຊາສະເພາະຢ່າງແທ້ຈິງ, ເຊິ່ງມີຜົນງານຕົວຈິງ ສະແດງອອກຄື: ກວດພະຍາດ ຄົນເຈັບເຂດນອກ 13.865 ຄົນ; ໃນນັ້ນ, ມີຕໍາຫຼວດ 5.869 ຄົນ, ປົກຄອງ 696 ຄົນ, ພະນັກງານບຳນານ 1.101 ຄົນ, ປະຊາຊົນ 3.944 ຄົນ, ນັກຮຽນ 1.322 ຄົນ, ເດັກນ້ອຍ 670 ຄົນ, ກຳມະກອນ 231 ຄົນ, ນັກບວດ 32 ອົງ, ແກ້ໄຂສຸກເສີນ 9.338 ຄົນ, ຜູ້ຖືກຫາ -ນັກໂທດ 1.244 ຄົນ, ກວດຫູ-ດັງ-ຄໍ 850 ຄົນ, ລ້າງບາດ 1.152 ຄົນ, ສັນນະສູດຊາກສົບຄົນຕາຍ 88 ສົບ, ເກີດລູກ 187 ຄົນ, ລູລູກ 28 ຄົນ, ວາງແຜນລູກຫ່າງ 89 ຄົນ, ກວດຢັ້ງຢືນສິດທິແມ່ຍິງ ແລະ ເດັກນ້ອຍ 16 ຄົນ, ກວດທ້ອງແມ່ມານ 1.913 ຄົນ, ກວດພະຍາດຍິງ 638 ຄົນ, ກວດຢັ້ງຢືນສຸຂະພາບ 3.425 ຄົນ, ປິ່ນປົວກາຍະບຳບັດ 2.093 ຄົນ, ປິ່ນປົວແລ້ວ 947 ຄົນ, ແທກກະແສຫົວໃຈ 2.169 ຄົນ, ສ່ອງລັງສີ 1.858 ຄົນ, ເອໂກ 4.123 ຄົນ, ສັກຢາວັກແຊັງເດັກນ້ອຍ 1.110 ຄົນ, ສັກຢາກັນວໍ້ 222 ຄົນ, ສັກຢາວັກແຊັງປ້ອງກັນ COVID-19 ຈຳນວນ 4.961 ຄົນ, ກວດເລືອດລວມ ໄດ້ທັງໝົດ 42.461 ຄົນ, ກວດຊອກຫາເຊື້ອ HIV ຈຳນວນ 375 ຄົນ, ກວດຊອກຫາເຊື້ອພະຍາດ COVID-19 ຈຳນວນ 2.669 ຄົນ, ກວດສານເສບຕິດ 639 ຄົນ, ກວດຊອກເຊື້ອວັນນະໂລກ 979 ຄົນ, ສົ່ງເລືອດໃຫ້ຄົນເຈັບ 450 ຄົນ, ຜ່າຕັດທັງໝົດ 547 ຄົນ, ບໍລິການສະມາຊິກປະກັນສັງຄົມ 28.407 ຄົນ, ຈ່າຍຢາ ທັງໝົດ 60.518 ບິນ, ກວດສຸຂະພາບການນຳ ປະຈຳປີ 2022 ໄດ້ 1.792 ທ່ານ, ຮັບຄົນເຈັບເຂົ້ານອນໂຮງໝໍ ທັງໝົດ 1.530 ຄົນ, ປິ່ນປົວດີກັບຄືນກົມກອງ 1.502 ຄົນ.
ພົນເອກ ວິໄລ ຫຼ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ທິດຊີ້ນຳສຸມໃສ່ສ້າງພະນັກງານ, ແພດ-ໝໍ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ປັບປຸງລະບອບແບບແຜນນຳພາ, ແບບແຜນວິທີເຮັດວຽກ, ມີປະສິດທິພາບ, ສ້າງພະນັກງານໃຫ້ມີຄວາມສຳນິຊໍານານ, ກາຍ ເປັນຊ່ຽວຊານແຕ່ລະດ້ານໃຫ້ຫຼາຍຂຶ້ນ ແລະ ໃຫ້ຕິດພັນການສ້າງພະນັກງານສືບທອດ-ປ່ຽນແທນໃຫ້ເປັນລະບົບຕໍ່ເນື່ອງ; ພ້ອມທັງເຊີດຊູຈິດໃຈບຸກບືນຫ້າວຫັນ, ນ້ຳໃຈເສຍສະລະ, ສຸມທຸກຄວາມສາມາດ ແລະ ປະສົບການເຂົ້າໃນການປິ່ນປົວຜູ້ບາດເຈັບ, ຜູ້ເຈັບປ່ວຍທັງຮັກສາຈັນຍາບັນຂອງແພດໃຫ້ສົມກັບນາມມະຍົດແພດປະຕິວັດ, ແພດຂອງປະຊາຊົນ.
ຈາກນັ້ນ, ພົນເອກ ວິໄລ ຫຼ້າຄໍາຟອງ ກໍໄດ້ໄປຢ້ຽມຢາມປະຊາຊົນ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ທີ່ເຈັບນອນປິ່ນປົວຢູ່ໂຮງໝໍ 5 ເມສາ ດ້ວຍຄວາມເປັນຫ່ວງເປັນໄຍ ພ້ອມທັງໄດ້ອວຍພອນ ແລະ ໃຫ້ກໍາລັງໃຈຕໍ່ຜູ້ເຈັບປ່ວຍທີ່ນອນປິ່ນປົວຮັກສາສຸຂະພາບຢູ່ໂຮງໝໍໃຫ້ມີສຸຂະພາບແຂງແຮງ ແລະ ໃຫ້ຫາຍດີຂຶ້ນ ເພື່ອກັບໄປປະຕິບັດໜ້າທີ່ໃຫ້ມີຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ.
ພາບ-ຂ່າວ: ບຸນເຫຼືອ






