ພິທີມອບເຄືອງຊວ່ຍເຫຼືອໃຫ້ແກ່ຄອບຄົວຖືກອັກຄີໄພໄຟໄໝ້ເຮືອນຂອງປະຊາຊົນບ້ານໂຄກສະຫວັນເມືອງປາກລາຍ ແຂວງໄຊຍະບູລີ ເຫດການດັ່ງກ່າວແມ່ນເກີດຂື້ນໃນວັນທີ 1 ຕຸລາ 2021ຜ່ານມາເສຍຫາຍ100% ລວມມູນຄ່າ7 ລ້ານກົ່ວກີບ ເຊິ່ງແມ່ນຄອບຄົວຂອງທ້າວ ສອນ ແລະ ນາງ ແກ້ວ. ໃນວັນທີ່ 8 ຕຸລາ 2021 ນີ້ທາງອໍານາດການປົກຄອງເມືອງປາກລາຍນໍາໂດຍທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍທັງເປັນປະທານຄະນະກໍາມະການຄຸ້ມຄອງໄພທິບັດຂັ້ນເມືອງ ,ມີ ທ່ານ ບົວຈາວ ຈໍາປາ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍຂະແໜງການທີ່ກຽ່ວຂ້ອງຂອງເມືອງ ໄດ້ນໍາເອົາເຄືອງ ໄປມອບໃຫ້ແກ່ຄອບຄົວດັ່ງກ່າວ, ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ປະ ກອບມີ ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຮົມ,ເຂົ້າສານຈໍານວນ 50 ກິໂລ, ໝີ, ປາກະປ໋ອງ ພ້ອມດວ້ຍເງີນສົດ1.170.000 ກີບ ລວມມູນຄ່າທັງໝົດ 3 ລ້ານກົ່ວກີບ ໃນໂອກາດນີ້ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍຕາງໜ້າຄະນະພັກອົງການປົກຄອງເມືອງ ກໍ່ໄດ້ສະແດງຄວາມເສຍໃຈຕໍ່ກັບຄອບຄົວທີ່ຖືກເຄາະຮ້າຍເກີດເຫດການໄຟໄໝເຮືອນໃນຄັ້ງນີ້ ພ້ອມທັງຊຸກຍູ້ ໃຫ້ກໍາລັງໃຈຕໍ່ກັບຄອບຄົວດັງກ່າວ ແລະ ຮຽກຮ້ອງໃຫ້ຂະແໜງການທີ່ກຽ່ວຂ້ອງ ແລະ ອໍານາດການານປົກຄອງບ້ານ ແລະ ສັງຄົມ ຈົ່ງໃຫ້ການຊຸກຍູ້ຊວ່ຍເຫຼືອແກ່ຄອບຄົວດັ່ງກ່າວເພື່ອເຮັດໃຫ້ມີເຮືອນຢູ່ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນ ຈົ່ງພ້ອມກັນມີສະຕິເພື່ອບໍ່ໃຫ້ເກີດເຫດການນີ້ຂື້ນຕື່ມ.
ຂ່າວ-ພາບ:ກ່າຄຸດທະວົງສັກ


