ສະຫາຍ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຄະນະໂຄ ສະນາສຶກສາ ສູນ ກາງພັກກອມມູນິດຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຈ້ອງ ເງ້ຍ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດ ນາມ ໃນວັນທີ 25 ເມສາ ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 24-27 ເມສານີ້.
ໃນໂອກາດນີ້, ສະຫາຍ ເລຂາ ທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນດັ່ງກ່າວ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ການມາຢ້ຽມຢາມຂອງຄະນະ ໂຄສະນາສຶກສາ ສູນ ກາງພັກກອມມູນິດຫວຽດນາມ ຄັ້ງນີ້ ຍັງຢູ່ທ່າມກາງທີ່ສອງພັກ- ສອງລັດ ລາວ-ຫວຽດນາມ ກະ ກຽມຄວາມພ້ອມໃຫ້ແກ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ກໍຄື ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ- ຫວຽດນາມ ຄົບຮອບ 45 ປີ ທີ່ຈະໝູນວຽນມາຮອດໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ.
ສະຫາຍ ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມນັ້ນຍັງໄດ້ລາຍງານຫຍໍ້ ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຊາບ ໂດຍສະເພາະຜົນຂອງການພົບປະ ແລະ ເຊັນສັນຍາຮ່ວມມືລະຫວ່າງຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດ ນາມ ແລະ ຄະນະໂຄສະນາອົບ ຮົມສູນກາງພັກ ປະຊາຊົນ ປະ ຕິວັດລາວ ໄລຍະປີ 2022-2026.
ໃນວັນດຽວກັນ, ສະຫາຍ ຫງວຽນ ຈ້ອງ ເງ້ຍ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມ “ການເມືອງສູນກາງພັກ ປະ ທານສະພາແຫ່ງຊາດ; ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຢ້ຽມຢາມພົບປະກັບ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະ ມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ຂ່າວ-ພາບ: ແສງຈັນ


