ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫວໍ ວັນ ເຖື້ອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູ ນິດຫວຽດນາມ ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ເຂົ້າຢ້ຽມຂໍ່ານັບ ໃນວັນວັນທີ 17 ກໍລະ ກົດ 2022 ທີ່ຫ້ອງຮັບແຂກ ຫ້ອງວ່າການສູນກາງພັກ, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາເຂົ້າຮ່ວມ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 17-19 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ .
ໃນໂອກາດດັ່ງກ່າວ ສະຫາຍ ເລຂາ ທິການໃຫຍ່ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ ສະຫາຍ ຫວໍ ວັນ ເຖື້ອງ ພ້ອມຄະນະ ທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ໂດຍສະເພາະ ມາເຂົ້າຮ່ວມພິທີສະ ເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ- ຫວຽດນາມ ກໍຄືວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ- ຫວຽດນາມ ຄົບຮອບ 60 ປີ (5/9/ 1962-5/9/2022) ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນມິດໝາຍສຳຄັນໃນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ທີ່ຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ສະຫາຍເລ ຂາທິການໃຫຍ່ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ອີກດ້ວຍ.​
ສະຫາຍ ຫວໍ ວັນ ເຖື້ອງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ,ພ້ອມນີ້ຍັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ສະຫາຍເລຂາທິການໃຫຍ່ໄດ້ຮັບຊາບຕື່ມອີກ.​
ໃນວັນດຽວກັນ ທີ່ນະຄອນຫຼວງວຽງຈັນ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກາງພັນ ນາຍົກ ລັດຖະ ມົນຕີແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງ ຊາດໄດ້ຕ້ອນຮັບ ສະຫາຍ ຫວໍ ວັນ ເຖື້ອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ ປີ 2022 ພ້ອມຄະນະເຂົ້າຢ້ຽມພົບປະ.
(ຂ່າວ: ສຳນານ, ພາບ: ແສງຈັນ)
Loading...