ຮອດວັນທີ 1 ກຸມພານີ້, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນສັກ ສິດຄົບຮອບໜຶ່ງເດືອນແລ້ວ, ລົດໄຟຂົນສົ່ງສິນຄ້າເຂົ້າອອກ ດ່ານລົດໄຟຜິງສຽງ ເຂດກວາງຊີປະເທດຈີນໄດ້ມີເຖິງ 274 ເທື່ອຖ້ຽວ, ການ ສົ່ງອອກສິນຄ້າໄດ້ບັນລຸເຖິງ 4,31 ແສນໂຕນ, ການນຳເຂົ້າສິນຄ້າບັນລຸເຖິງ 1,3 ແສນໂຕນ, ປະລິມານຂົນສົ່ງສິນຄ້າຂາ ເຂົ້າ-ຂາອອກໄດ້ເພີ່ມຂຶ້ນ 62,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເປັນການເລິ່ມຕົ້ນທີ່ດີສຳລັບປີໃໝ່ນີ້.
ພາຍຫຼັງ RCEP ມີຜົນສັກສິດແລ້ວ, ການຄ້າລະຫວ່າງພາກພື້ນ ແລະ ການຄ້າເອເລັກໂຕຼນິກຂ້າມຊາດ ກໍໄດ້ຮັບຜົນປະໂຫຍດຈາກການຫຼຸດພາສີ. ຂະບວນລົດໄຟຂົນສົ່ງສິນຄ້າຊະນິດຕ່າງໆ ເຊັ່ນ: ຊິ້ນສ່ວນເອເລັກໂຕຼນິກ, ເຄື່ອງໃຊ້ປະຈຳວັນ, ຂະໜົມ, ເຄື່ອງດື່ມ ແລະອື່ນໆ ໄດ້ເດີນທາງຈາກນະ ຄອນ ນານນິງໄປສູ່ຫວຽດນາມ ແລະປະເທດອາຊີຕາເວັນອອກສຽງໃຕ້ອື່ນໆ, ໝາກ ຖົ່ວລຽນ, ໝາກລຳໄຍ, ໝາກມັງກອນ ແລະໝາກໄມ້ສົດຊະນິດອື່ນໆ ກໍຖືກ ຂົນສົ່ງເຂົ້າສູ່ຕະຫຼາດຈີນນັບມື້ນັບຫຼາຍຂຶ້ນ, ການພົວພັນດ້ານເສດ ຖະກິດການຄ້າ ລະຫວ່າງຈີນກັບປະເທດອາຊຽນກໍນັບມື້ນັບໃກ້ ຊິດກວ່າເກົ່າ.