ວັນທີ 11 ພຶດສະພາ 2021, ການນຳແຂວງຈຳປາສັກ, ນຳໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ປະດິດ ວັນນະລັດສະໝີ ປະທານກວດກາພັກ-ລັດ ແຂວງ, ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະຕິດຕາມໜ່ວຍງານສະເພາະກິດ ທີ່ປະຕິບັດໜ້າທີ່ຢູ່ ບັນດາ ຈຸດກວດກາການເຂົ້າ-ອອກ ນະຄອນປາກເຊ ແລະ ຈຸດກວດກາການເຂົ້າ-ອອກ ແຂວງຈໍາປາສັກ ມີ: ຈຸດກວດກາໜ້າສະໜາມບິນສາກົນ, ຈຸດກວດກາຫຼັກ 08 ເຫນືອ ແລະ ຈຸດກວດກາ ບ້ານນາດ້ານ ຫລັກ 44 ເມືອງຊະນະສົມບູນ ເປັນຈຸດກວດກາການເຂົ້າ-ອອກ ລະຫວ່າງ ແຂວງ ຕໍ່ ແຂວງ. ໂດຍການຕ້ອນຮັບຂອງ ທ່ານ ສອນສະຫວັນ ສີວິໄລ ເຈົ້າເມືອງຊະນະສົມບູນ, ມີ ຫົວໜ້າກອງເລຂາ ຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງຈຳປາສັກ, ມີ ການນຳພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການລົງເຄື່ອນໄຫວຄັ້ງນີ້, ກໍ່ເພື່ອຊຸກຍູ້ ໃຫ້ກຳລັງໃຈ ຄະນະສະເພາະກິດ ທີ່ປະຕິບັດໜ້າທີ່ ຢູ່ ບັນດາຈຸດກວດກາຕ່າງໆ ໃນການເຮັດໜ້າທີ່ ກັ່ນກອງ ການເດີນທາງ ເຂົ້າ-ອອກ ລະຫວ່າງ ເມືອງ, ແຂວງ ກວດກາຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນໄປ-ມາ ເພື່ອສະກັດກັ້ນ, ປ້ອງກັນ ການລະບາດຂອງພະຍາດ. ພ້ອມນີ້ ກໍ່ເພື່ອຕິດຕາມ ການຈັດຕັ້ງປະຕິບັດ ຄໍາສັ່ງ ຂອງ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ຄໍາສັ່ງ ຂອງ ເຈົ້າແຂວງຈຳປາສັກ ເລກທີ 05/ຈຂ.ຈສ ວ່າດ້ວຍການ ເພີ່ມທະວີ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ແຂວງຈຳປາສັກ ຢ່າງເຂັ້ມງວດ. ແລະໃນການເຄື່ອນໄຫວຄັ້ງນີ້, ໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການແພດ ເຊັ່ນ: ເຂົ້າສານ, ນ້ຳສະອາດ, ຜ້າອັດປາກ-ດັງ, ALCOHOL-75% ທີ່ໄດ້ຮັບຈາກການ ອຸປະຖຳ ປະກອບສ່ວນ ຈາກພາກສ່ວນຕ່າງ ທົ່ວສັງຄົມ ເພື່ອຮັບໃຊ້ເຂົ້າໃນການປະຕິບັດ ໜ້າທີ່ ວຽກງານ ດັ່ງກ່າວ.
ຂ່າວ: ທັດຊະນະ


