ວັນທີ 23 ມັງກອນ 2022 ການນຳຂອງແຂວງ ຈຳປາສັກ ແລະ ນະຄອນປາກເຊ ເຄື່ອນໄຫວຢ້ຽມຢາມ ນາຍ ແລະ ພົນທະຫານ ກອງຮ້ອຍ ຄ 521 ທີ່ປະຈຳຢູ່ຊາຍແດນ ບ້ານ ໃໝ່ສີງສຳພັນ ເມືອງຊະນະສົມບູນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ການລົງເຄື່ອນໄຫວໃນຄັ້ງນີ້ນຳໂດຍທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເຈົ້ານະຄອນປາກເຊ,ມີທ່ານ ສຸກສະຫວັນ ວິໄລວົງ ກຳມະການພັກແຂວງ ຫົວໜ້າ ພະແນກແຜນການ ແລະ ການລົງທຶນ, ມີທ່ານ ວັນນະໄຊ ຊາດຕະກຸນ ກຳມະການພັກແຂວງ ຫົວໜ້າ ຫ້ອງວ່າການແຂວງ ຈຳປາສັກ, ມີທ ພັນໂທ ສຸກພະຈັນ ສີລາເພັດ ຫົວໜ້າ ກອງບັນຊາການ ປກສ ແຂວງ ໃຫ້ກຽດຕ້ອນຮັບໂດຍທ່ານ ສອນສະຫວັັນ ສີວິໄລ ກຳມະການພັກແຂວງ ເຈົ້າເມືອງໆ ຊະນະສົມບູນ ພ້ອມດ້ວຍການນ້ຳຂອງແຂວງ, ນະຄອນປາກເຊ, ອຳນາດການປົກຄອງບ້ານ, ນາຍ ແລະ ພົນທະຫານ ກອງຮ້ອຍ ຄ521 ເຂົ້າຮ່ວມ
ການລົງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ເພື່ອ ອວຍພອນ ນາຍ ແລະ ພົນທະຫານ ກອງຮ້ອຍ ຄ 521ເນື່ອງໃນໂອກາດ ວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 73. ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ກອງຮ້ອຍ ຄ 521 ເຊີ່ງເປັນກອງຮ້ອຍທີ່ປະຈຳການຢູ່ຊາຍແດນ ບ້ານໃໝ່ສີງສຳພັນ ເມືອງຊະນະສົມບູນທີ່ມີຊາຍແດນຕິດກັບລາດຊະນາຈັກໄທ, ເຄື່ອງທີ່ນຳໄປມອບໃນຄັ້ງນີ້ມີເຄື່ອງບໍລິໂພກ,ອຸປະໂພກ ແລະ ເງິນສົດ, ໃນນັ້ນມີ ນະຄອນປາກເຊ ມອບເຄື່ອງອຸປະໂພກ- ບໍລິໂພກ ເງິນສົດ 2.000.000ກີບ ລວມມູນຄ່າ 10.8000.000ກິບ,ແລະ ມີ ຫ້ອງວ່າການ ແຂວງ, ມີພະແນກແຜນການ ແລະ ການລົງທຶນ, ພະແນກ ຍຸດຕິທຳແຂວງ, ອົງການຈັດຕັ້ງມະຫາຊົນຂອງແຂວງ , ເມືອງຊະນະສົມບູນ,ອຳນາດກການປົກຄອງບ້ານ ໃໝ່ສິງສຳພັນ ລວມມູນຄ່າທັງໝົດ 24 ລ້າທີນກວ່າກີບ ທັງນີ້ກໍ່ເພື່ອເປັນຂັວນກຳລັງໃຈໃຫ້ແກ່ອ້າຍນ້ອງ ນາຍ ແລະ ພົນທະຫານ ທີ່ປະຈຳການຢູ່ຊາຍແດນ, ເພື່ອປົກປັກຮັກສາເຂດນ້ຳແດນດິນ ແລະ ຄວາມສະຫົງບສຸກຂອງປະຊາຊົນບັນດາເຜົ່າ
ພາບ,ຂ່າວ ຈັນທອນ ກົມໄຊຊະນະ


