ວັນທີ່ 4 ສີງຫານີ້ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ແລະເມືອງໂພນໄຊ ໄດ້ເຂົ້າຢ້ຽມຢາມແຮງງານລາວທີ່ກັກກັນບໍລິເວນຕົນເອງ ຢູ່ສູນທ່າຂ້າມ ເມືອງໂພນໄຊ, ໂອກາດນີ້ ທ່ານເຈົ້າແຂວງພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຫຍໍ້ ສະພາບການເຄື່ອນໄຫວຂອງສູນ ເຊີ່ງເລີ້ມແຕ່ວັນທີ່ 24 ເມສາ 2021 ູະນະສະເພາະກິດຂັ້ນເມືອງ ໄດ້ປັບປຸງສູນ ເພື່ອຮອງຮັບບັນດາແຮງງານ ແລະບຸກຄົນທີ່ມາຈາກພື້ນທີ່ສ່ຽງ ເຂົ້າກັກກັນຕາມລະບຽບຂອງຄະນະສະເພາະກິດວາງອອກ ຮັບປະກັນບໃຫ້ເກີດການລະບາດ ຂອງພະຍາດໂຄວິດ 19 ຢູ່ພາຍໃນເມືອງໂພນໄຊ, ມາຮອດປັດຈຸບັນມີຕົວເລກຜູ້ກັກກັນສະສົມທັງໝົດ 231 ຄົນ, ຍີງ 95 ຄົນ, ໃນນັ້ນ ມີແຮງງານທີ່ເດີນທາງມາຈາກປະເທດໄທ 9 ຄົນ, ຍີງ 4 ຄົນ, ມາຈາກຕ່າງແຂວງ 83 ຄົນ, ຍີງ 43 ຄົນ, ມາຈາກບັນດາເມືອງພາຍໃນແຂວງ 54 ຄົນ, ຍີງ 31 ຄົນ, ໄດ້ກັກກັນຄົບຕາມກຳນົດ 14 ວັນພ້ອມທັງກວດຫາເຊື້ອເປັນຜົນລົບ ແລ້ວອອກໃບອານຸຍາດໃຫ້ກັບຄືນທ້ອງຖີ່ນແລ້ວເປັນສ່ວນໃຫຍ່, ປັດຈຸບັນຍັງເຫຼືອຢູູ່ສູນ 22 ຄົນ, ຍີງ 9 ຄົນ. ໂອກາດນີ້ ທ່ານເຈຈົ້າແຂວງໄດ້ຮຽກຮ້ອງໃຫ້ຜູ້ທີ່ເຂົ້າກັກກັນ ຈົ່ງມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ຕັ້ງໃຈປະຕິບັດລະບຽບຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ຕົນເອງເປັນຜູ້ນຳເຊື້ອພະຍາດໂຄວິດ 19 ໄປແຜ່ລະບາດໃຫ້ກັບບຸກຄົນອື່ນ, ພາຍຫຼັງຄົບກຳນົດການກັກກັນ 14 ວັນ ແລະກວດຫາເຊື້ອເປັນຜົນລົບ ຕ້ອງສືບຕໍ່ໃນການຕິດຕາມອາການຕົນເອງຕື່ມ ເພື່ອຄວາມແນ່ໃຈວ່າຕົນເອງຈະບໍ່ຕິດເຊື້ອພະຍາດໂຄວິດ 19 ຈື່ງຄ່ອຍກັບໄປໃຊ້ຊີວິດຕາມປົກກະຕິໃນສັງຄົມ.
ຂ່າວ: ອາພຸດເດດ ບຸບຜາ
Loading...