ວັນທີ່ 13 ສີງຫາ 2021 ນີ້ ການນຳແຂວງຫຼວງພະບາງ ນຳໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຫົວໜ້າພະແນກການ-ກົມກອງ ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຊຸກຍູ້ການປູກຕົ້ນໄມ້ໃຫ້ໝາກ ຂອງປະຊາຊົນເມືອງນ້ຳບາກ ໂດຍສະເພາະການປູກໝາກກ້ຽງ ແລະໝາກສົ້ມຂຽວ ຂອງປະຊາຊົນບ້ານໂພນໄຊ ເຊີ່ງປະຈຸບັນພວມນຳໃຊ້ເຕັກນິກເຂົ້າໃນການປູກ ເປັນຕົ້ນ ການຕັດຕໍ່ກີ່ງ-ງ່າ ທີ່ໃຫ້ຜົນຜະລິດໄວ, ໃນນັ້ນ ວິຊາການຂອງຫ້ອງການກະສິກຳ ແລະປ່າໄມ້ເມືອງ ໄດ້ຈັດຕັ້ງສວນສາທິດໃນການຕັດຕໍ່ກີ່ງງ່າ ແລະການບົວລະບັດ ຕົ້ນໄມ້ໃຫ້ໝາກ ເຊີ່ງໄດ້ໃຫ້ຜົນໄວກວ່າ ການປູກແບບທຳມະຊາດ, ຈາກນັ້ນ ທ່ານເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສວນປູກໝາກເງາະ ແລະໝາກສົ້ມຂຽວຂອງ ທ່ານ ເພັງ ບ້ານນ້ຳງາ ໂດຍນຳໃຊ້ເນື້ອທີ່ 2 ກ່ວາເຮັກຕ່າ ປູກໝາກເງາະປະມານ 250 ຕົ້ນ ແລະປູກໝາກສົ້ມຂຽວປະມານ 200 ຕົ້ນ, ໃນນັ້ນ ໝາກສົ້ມຂຽວພວມເລີ້ມໃຫ້ຜົນຜະລິດ, ສ່ວນໝາກເງາະ ແມ່ນໄດ້ໃຫ້ຜົນຜະລິດແລ້ວ 5 ປີ ສະເລ່ຍລາຍຮັບປະມານ 70 ລ້ານກີບຕໍ່ປີ, ສຳລັບຂອດການຈຳໜ່າຍແມ່ນມີຄວາມສະດວກຫຼາຍ ຍ້ອນມີແມ່ຄ້າມາຊື້ກັບສວນ, ສ່ວນໃຫຍ່ແມ່ນແມ່ຄ້າຈາກແຂວງຫຼວງນ້ຳທາມາເກັບຊື້. ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ເນັ້ນໃຫ້ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສຸມໃສ່ການຄົ້ນຄ້ວາທ່າແຮງຢູ່ພາຍໃນເມືອງ ເພື່ອພັດທະນາການປູກຕົ້ນໄມ້ໃຫ້ໝາກແບບມູນເຊື້ອ ໃຫ້ກາຍເປັນການນຳໃຊ້ເຕັກນິກ, ໂດຍນຳພາປະຊາຊົນເຮັດຕົວຈີງ ແລະຊ່ວຍປະຊາຊົນຜູ້ມີເງື່ອນໄຂໃຫ້ໄດ້ຮັບການສຶກສາ ຮຽນຮູ້ເຕັກນິກອັນໃໝ່ ກັບຜູ້ທີ່ປະສົບຜົນສຳເລັດແລ້ວ ແນໃສ່ເຮັດໃຫ້ເມືອງນ້ຳບາກ ໄດ້ຮັບການພັດທະນາຂື້ນຕື່ມອີກບາດກ້າວໜື່ງ. ສຳລັບ 6 ເດືອນຕົ້ນປີນີ້ ທົ່ວເມືອງນ້ຳບາກ ມີຜະລິດຕະພັນທາງດ້ານກະສິກຳ ແລະ ປ່າໄມ້ 86 ຕື້ 505 ລ້ານກີບ ກວມເອົາ 11,42% ຂອງລວມຍອດຜະລິດຕະພັນພາຍໃນ, ສະເພາະການປູກໝາກກ້ຽງ ເຊີ່ງເປັນພືດທີ່ເປັນມູນເຊື້ອ ແລະເປັນສີນຄ້າຫຼັກຂອງເມືອງ ປະຈຸບັນມີເກືອບ 730 ເຮັກຕ່າ ໃນນັ້ນ ໃຫ້ຜົນແລ້ວຫຼາຍກ່ວາ 575 ເຮັກຕ່າ.
ຂ່າວ: ອາພຸດເດດ ບຸບຜາ


