ທ້າຍເດືອນມີຖຸນາຜ່ານມາ. ການນໍາແຂວງຫຼວງພະບາງ ນໍາໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ລົງຊີ້ນໍາໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ ຢູ່ບ້ານຄົກມັນ ກຸ່ມເມືອງຂາຍ ນະຄອນ ຫຼວງພະບາງ, ມີ ພົນຈັດຕະວາ ຕູ້ຊົ່ງ ປັດໄຈ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຈາກຫ້ອງພະລາທິການ ກອງບັນຊາການ ປກສ ແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມເຮັດວຽກຮ່ວມ.
ໃນແຜນຍຸດທະສາດຂອງລັດຖະບານ ອົງການປົກຄອງແຂວງ ກໍ່ຄືກະຊວງປ້ອງ ກັນຄວາມສະຫງົບ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ກຳນົດໃນການຄວບຄຸມ ສະກັດກັ້ນ ແລະຕ້ານຢາເສບຕິດ, ທັງມີຄວາມເປັນຫ່ວງເປັນໄຍ ເຫັນຄວາມສຳຄັນ-ຄວາມຈຳເປັນອັນຮີບດ່ວນຕໍ່ວຽກງານບຳບັດ ແລະປີ່ນປົວຜູ້ຕິດຢາເສບຕິດ ໃຫ້ຫາຍດີ ແລະສາມາດດຳ ລົງຊີວິດຢູ່ໃນສັງຄົມໄດ້ຕາມປົກະຕິ.
ໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບ ຕິດ ເປັນໂຄງການລົງທືນຂອງລັດ 100% ຕັ້ງຢູ່ບ້ານຄົກມັນ ກຸ່ມເມືອງຂາຍ ນະຄອນ ຫຼວງພະບາງ, ມີເນື້ອທີ່ປະມານ 65 ເຮັກ ຕາ ໃນໄລຍະຜ່ານມາພາຍໃນແຂວງຫຼວງພະບາງ ເຈົ້າໜ້າທີ່ໄດ້ເກັບກຳບັນຊີຜູ້ທີ່ພົວພັນຄ້າຂາຍ ແລະເສບຢາເສບຕິດທັງໝົດ 6.205 ຄົນ, ຍິງ 321 ຄົນ, ໃນນັ້ນ ຄ້າຂາຍຢາເສບຕິດມີ 1.343 ຄົນ, ຍິງ 157 ຄົນ, ສ່ວນຜູ້ເສບຢາເສບຕິດມີທັງໝົດ 4.862 ຄົນ, ຍິງ 164 ຄົນ, ໃນນັ້ນເສບຢາບ້າ 4.809 ຄົນ, ເສບຢາຝີ່ນ 53 ຄົນ.
ພາບ-ຂ່າວ: ຮອ ດາວ

