ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາ ລະນະສຸກ ໃຫ້ຮູ້ໃນໂອກາດຖະແຫລງຂ່າວ ປະຈຳວັນທີ 24 ກັນຍາ 2021 ທີ່ກະຊວງສາທາະລະນະສຸກ ວ່າ: ມາຮອດປັດຈຸບັນ ສະພາບການກວດສິເຄາະຫາເຊື້ອພະຍາດໂຄວິດ-19 ຢູ່ລາວ ນັບມື້ເພີ່ມຂຶ້ນ ຄະນະສະເພາະກິດຈິ່ງຂະຫຍາຍເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ໄປແຕ່ລະແຂວງທົ່ວປະເທດ ເຮັດໃຫ້ສາມາດກວດຫາເຊື້ອໄດ້ ແຕ່ບໍ່ໄດ້ຫລາຍ, ແຕ່ຍ້ອນຈຳ ນວນຜູ້ຕິດເຊື້ອນັບມື້ເພີ່ມຂຶ້ນ ເຮັດໃຫ້ສັງຄົມຕ້ອງການເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໃຫ້ຜົນໄວ (Rapid Test ) ເຊີ່ງຫລາຍປະເທດນຳໃຊແລ້ວ, ແຕ່ສຳລັບລາວເຮົາໃນໄລຍະຜ່ານມາແມ່ນບໍ່ອະນຸຍາດໃຫ້ໃຊ້ເນື່ອງຈາກໃຫຜົນບໍ່ຊັດເຈນ.
ຢ່າງໃດກໍຕາມ ໃນສະພາບປັດຈຸບັນ ທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນຢູ່ລາວເປັນຈຳນວນຫລາຍ ເພື່ອໃຫ້ການກວດຫາເຊື້ອໄດ້ໄວ ແລະ ເຂົ້າເຖີງທຸກກຸ່ມເປົ້າໝາຍ, ກະຊວງສາທາລະນະສຸກຈິ່ງມີຍຸດທະ ສາດໃນການນໍາໃຊ້ເຄື່ອງກວດແບບໃຫ້ຜົນໄວ ເນື່ອງຈາກໃຫ້ຜົນພາຍໃນ 15-20 ນາທີ, ບໍ່ຈຳເປັນຕ້ອງມີຫ້ອງວິເຄາະ ແລະ ນຳໃຊ້ໄດ້ງ່າຍ, ແຕ່ເຄື່ອງກວດດັ່ງກ່າວຍັງມີຂໍ້ຈໍາກັດຫລາຍຢ່າງ ເປັນຕົ້ນ: ໃຫ້ຜົນບໍ່ຊັດເຈນ ເພາະສ່ວນໃຫຍ່ເຄື່ອງປະເພດນີ້ສາມາດກວດພົບເຊື້ອໃນຜູ້ທີ່ມີອາການສະແດງອອກຫລາຍແລ້ວ, ຕ້ອງກວດໃນສະຖານທີ່ທີ່ມີອຸນນະພູມຕໍ່າກວ່າ 30 ອົງ ສາ, ຖ້າເອົາໄປກວດຢູ່ສະຖານ ທີ່ທີ່ມີອາກາດຮ້ອນຫລາຍແມ່ນບໍ່ໄດ້ຮັບປະສິດທິຜົນ. ນອກຈາກນີ້ ຕ້ອງຮູ້ວິທີເກັບຕົວຢ່າງເພື່ອໃຫ້ຜົນອອກມາຖືກຕ້ອງ, ພ້ອມນີ້ ຕ້ອງຮູ້ຈັກວິທີກໍາຈັດຂີ້ເຫຍື່ອໃນເວລາທີ່ເກັບຕົວຢ່າງຈາກຄົນເຈັບເພື່ອບໍ່ໃຫ້ເຊື້ອແຜ່ໄປໃນຊົມຊົນ.
ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ກະ ຊວງສາທາລະນະສຸກ ອະນຸຍາດເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໃຫ້ຜົນໄວສະເພາະຊະນິດທີ່ໄດ້ຜ່ານການຮັບຮອງຈາກອົງການອະນາໄມໂລກເທົ່ານັ້ນ ເພາະຈະໃຫ້ຜົນທີ່ຊັດເຈນກວ່າຊະນິດອື່ນໆ. ຢ່າງ ໃດກໍ່ຕາມ ການກວດດ້ວຍເຄື່ອງກວດທີ່ໃຫ້ຜົນໄວ ເຖີງວ່າຜົນອອກມາເປັນລົບຍັງມີຄວາມຈໍາເປັນຕ້ອງໄດ້ໄປກວດກາເຊື້ອດ້ວຍເຄື່ອງກວດ PCR ຈິ່ງຈະມີຄວາມໝັ້ນໃຈທີ່ແນ່ນອນວ່າບໍ່ໄດ້ຕິດເຊື້ອພະຍາດໂຄວິດ-19.
Cr: ມົດແດງນ້ອຍ
Loading...