ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ປກສ) ທີ່ໝູນວຽນມາຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022). ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດ ຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະ ທານປະເທດແຫ່ງ ສປປ ລາວ.
ໂອກາດນີ້, ສະຫາຍລັດຖະ ມົນ ຕີ ກະຊວງ ປກສ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວຊີ້ນຳ-ນໍາພາກຳລັງປ້ອງກັນຄວາມສະຫງົບ, ໂດຍໄດ້ຮັບການນຳ ພາ-ຊີ້ນຳ ເດັດຂາດ ໂດຍກົງ ແລະ ຮອບດ້ານ ຈາກພັກ-ລັດຖະບານ ໄດ້ຮັບການອູ້ມຊູຊ່ວຍເຫຼືອກໍ່ສ້າງຈາກການຈັດຕັ້ງຂັ້ນເທິງ ໃນການກໍ່ສ້າງກຳລັງປ້ອງກັນຄວາມສະ ຫງົບໄລຍະທີ່ຜ່ານມາ ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບປະຊາ ຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ປະ ເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໃຫ້ການຮ່ວມມືອູ້ມຊູຊ່ວຍເຫຼືອກຳລັງປ້ອງກັນຄວາມສະຫງົບດ້ວຍດີຕະຫຼອດມາ. ພ້ອມກັນນີ້ ສະຫາຍຍັງໄດ້ລາຍງານຂະບວນການສະ ເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ ຊຶ່ງມີຫຼາຍກິດຈະກຳທີ່ສຳ ຄັນເປັນຕົ້ນແມ່ນໄດ້ຈັດຕັ້ງ ເຜີຍແຜ່ເອກະສານ, ປາຖະກະຖາເລົ່າຄືນມູນເຊື້ອ ກຳລັງ ປກສ ໃຫ້ແກ່ນາຍ ແລະ ພົນຕຳຫຼວດໃນຂອບເຂດທົ່ວປະເທດ, ຂະບວນ ການແຂ່ງຂັນກິລາມິດຕະພາບ, ພົບປະຢ້ຽມຢາມຄອບຄົວອະດີດການນຳ ກະຊວງ ປກສ, ຢ້ຽມ ຢາມນາຍ ແລະ ພົນຕຳຫຼວດທີ່ເຈັບເປັນ ນອນປິ່ນປົ່ວຢູ່ໂຮງໝໍ ແລະ ກິດຈະກຳອື່ນໆ. ນອກນີ້, ຍັງໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີຜົນສຳເລັດຫຼາຍດ້ານ ສະແດງອອກນັບແຕ່ມື້ຈັດຕັ້ງປະຕິບັດມາເຖິງປັດຈຸບັນ ສາມາດແກ້ໄຂຄະດີໄດ້ເປັນຈໍານວນຫຼາຍ ເຮັດໃຫ້ຄະດີຢາເສບຕິດມີທ່າອ່ຽງຫຼຸດລົງ.
ຈາກນັ້ນ, ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ປະ ທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາຂັ້ນສູງກະຊວງ ປກສ ກໍຄື ນາຍ ແລະ ພົນຕຳຫຼວດ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ທີ່ເວລາໃດກໍເຮັດຫຼ້ອນໜ້າທີ່ ທີ່ໄດ້ຮັບມອບໝາຍ ສົມເປັນກຳລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ພ້ອມກັນນີ້, ສະຫາຍຍັງໂອ້ລົມໃຫ້ທິດຊີ້ນໍາຕໍ່ຄະນະ ພັກ-ຄະນະນໍາ ຂັ້ນສູງກະຊວງ ປກສ ເພື່ອນຳໄປຈັດຕັ້ງປະຕິບັດ ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ເປັນກຳລັງປະກອບອາ ວຸດທີ່ເຂັ້ມແຂງຂອງພັກ ເປັນກຳ ລັງທີ່ມີຄວາມທັນສະໄໝຮອບດ້ານເທື່ອລະກ້າວ ເປັນຕົ້ນແມ່ນປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງຖັນແຖວພະນັກ ງານຂົງເຂດປ້ອງກັນຄວາມສະ ຫງົບໃຫ້ໄປທ່ວງທັນກັບສະພາບ ການໃນປັດຈຸບັນ, ວິໄຈບັນຫາໃຫ້ຖືກຕ້ອງ ແລະ ວາງແຜນຢ່າງຮັດກຸມ, ຈັດລຽງບຸລິມະສິດຂອງສະ ພາບທີ່ເກີດຂຶ້ນ ແລະ ມີຢູ່ໃນປັດ ຈຸບັນຂອງປະເທດເຮົາ ເພື່ອວາງແຜນໃຫ້ຈັດຕັ້ງປະຕິບັດຕາມແຜນບຸລິມະສິດ ໃຫ້ເກີດເປັນຮູບປະທຳ, ສືບຕໍ່ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນໃຫ້ມີຕາໜ່າງປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ, ດຶງເອົາປະຊາຊົນເຂົ້າຮ່ວມ ແລະ ຈິງຈັງ ດ້ວຍຄວາມຕື່ນຕົວຂອງເຂົາເຈົ້າ, ປົກປ້ອງຊັບສິນ ຜົນປະໂຫຍດລວມຂອງລັດ ແລະ ຂອງປະຊາຊົນຢ່າງຖືກຕ້ອງ ເປັນທໍາແທ້. ເອົາໃຈໃສ່ຈັດຕັ້ງປະຕິ ບັດ ສອງວາລະແຫ່ງຊາດ, ໂດຍສະເພາະແມ່ນວ່າລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໃຫ້ມີຜົນສໍາເລັດຕາມກໍານົດເວລາທີ່ໄດ້ກຳນົດໄວ້, ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ທັນ ສະໄໝ, ສືບຕໍ່ກໍ່ສ້າງໃຫ້ມີພະນັກ ງານສືບທອດປ່ຽນແທນໃນໄລຍະສັ້ນ ແລະ ຍາວນານ, ຊຸກຍູ້ສົ່ງ ເສີມໃຫ້ນາຍ ແລະ ພົນຕຳຫຼວດໄດ້ມີການຍົກລະດັບຄວາມຮູ້ຄວາມສາມາດ ເພື່ອຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ທັງນີ້ ກໍເພື່ອເຮັດໃຫ້ບ້ານເມືອງມີຄວາມສະຫງົບ ປະຊາຊົນເຊື່ອໝັ້ນຕໍ່ການນຳພາຂອງ ພັກ-ລັດ ເຮັດໃຫ້ປະເທດ ຊາດໄດ້ຮັບການພັດທະນາ ຮຸ່ງເຮື່ອງສີລິໄລ ພ້ອມກັນເອົາໃຈໃສ່ສ້າງພະລາກັບທີ່ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ຕາມທິດເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
(ຂ່າວ-ພາບ: ກະຊວງ ປກສ)