ໃນວັນທີ 20 ມີນາ 2021 ນີ້, ຄະນະຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມ ຄັ້ງປະ ຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ IX ໄດ້ເຂົ້າວາງພວງມະລາ ຢູ່ອະນຸ ສາວະລີນັກ ຮົບນິ ລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ.
ການວາງພວງມະລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້, ໄດ້ແບ່ງອອກເປັນ 4 ຄະນະ ຄື: ຄະນະທີ 1 ນຳໂດຍ ທ່ານາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ຄະນະທີ 2 ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ຄະນະທີ 3 ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະທີ 4 ນຳໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຫົວໜ້າກົມໃຫຍ່ ເສນາທິການກອງທັບ.
ການວາງພວງມະລາ ແລະ ກະຕ່າ ດອກໄມ້ ໃນຄັ້ງນີ້, ເປັນການສະແດງເຖິງຄວາມ ເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາ ມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ຂ່າວ: ທະນູທອງ






