ການນໍາຂອງເມືອງລອງ ແຂວງຫລວງນ້ຳທາ ລົງກວດກາຈຸດທີ່ມີຄວາມສ່ຽງເກີດໄພພິບັດ

ວັນທີ 7 ສິງຫາ 2023 ນີ້, ຄະນະນໍາຂອງເມືອງລອງ ແຂວງຫລວງນ້ຳທາ ໄດ້ລົງກວດກາຈຸດທີ່ມີຄວາມສ່ຽງເກີດໄພພິບັດທໍາມະຊາດ ນໍາໂດຍ ທ່ານ ຄໍາເພັດ ຈັນທະວົງ ເຈົ້າເມືອງໆລອງ ພ້ອມດ້ວຍຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ໂດຍສະເພາະ ເສັ້ນທາງເລກທີ 17B ຄື: ເມືອງສິງຫາເມືອງລອງ, ເມືອງລອງຫາຊຽງກົກ, ເມືອງລອງຫາກຸ່ມຜາງົວ, ເມືອງລອງຫາກຸ່ມຈົ່ງກາ, ບ້ານຫລວງຜາຄໍາ ແລະ ວັງຜາຫິດ ແມ່ນຢູ່ໃນການເຝົ້າຕິດຕາມລະດັບແຫລວນ້ຳ.


ໂອກາດນີ້, ທ່ານ ຄໍາເພັດ ຈັນທະວົງ ກໍໄດ້ໂອ້ລົມ ພໍ່ແມ່ປະຊາຊົນ ໃຫ້ມີສະຕິໃນການຕ້ານ ແລະ ສະກັດກັ້ນໄພພິບັດທຳມະຊາດ ແລະ ພ້ອມພາກັນເປັນເຈົ້າການຕິດຕາມເຝົ້າລະວັງຕະຫລອດ 24 ຊົ່ວໂມງ; ໃຫ້ພໍ່ແມ່ປະຊາຊົນຢູ່ແຕ່ລະບ້ານເຂດທີ່ມີຄວາມສ່ຽງກຽມຄວາມພ້ອມ, ມ້ຽນມັດເຄື່ອງຂອງວັດຖຸມີຄ່າ, ສັດລ້ຽງປະເພດຕ່າງໆໄວ້ບ່ອນທີ່ປອດໄພ ເພື່ອປ້ອງກັນບໍ່ໃຫ້ມີຜົນເສຍຫາຍ. ເນື່ອງຈາກວ່າຝົນຕົກລິນເປັນເວລາຫລາຍວັນຕິດຕໍ່ກັນ ເຮັດໃຫ້ເສັ້ນທາງແຕ່ຊາຍແດນເມືອງສິງຫາເມືອງລອງ, ເມືອງລອງຫາຊຽງກົກ ມີຄວາມຫຍຸ້ງຍາກຫລາຍ. ປັດຈຸບັນ ເຫັນວ່າລະດັບນໍ້າສາຍນໍ້າມະ, ນໍ້າລອງເພີ່ມຫລາຍຂຶ້ນ ແຕ່ຢູ່ໃນການຕິດຕາມເຝົ້າລະວັງຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ.
ຂ່າວ: ຈັນສຸກ ຜົນປະເສີດ ນັກຂ່າວ ເມືອງລອງ