ການນໍາຂັ້ນສູງກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມພິທີວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມດາວແດງ ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດໃນຕອນເຊົ້າມື້ນີ້(4 ເມສາ 2021)ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບວັນທີ 5 ເມສາຄົບຮອບ 60 ປີ ໃຫ້ມີບັນຍາກາດຟົດຟື້ນ,ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນແລະຈາລຶກຄຸນງາມຄວາມດີຕໍ່ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ນາຍແລະພົນທະຫານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ເສຍສະຫລະເລືອດເນື້ອ ແລະຊີວິດໃນພາລະກິດຕໍ່ສູ້ກູ້ຊາດຕ້ານກັບຈັກກະພັດຜູ້ຮຸກຮານທັງເກົ່າແລະໃຫມ່ໃນເມື່ອກ່ອນເພື່ອ ຍາດເອົາເອກະ ລາດມາໃຫ້ປະເທດຊາດ,ສະແດງຄວາມຮູ້ບຸນຄຸນແລະຈົ່ງຮັກພັກດີຕໍ່ຜູ້ນໍາການປະ ຕິວັດ,ສະມາຊິກພັກທຸກສະຫາຍທີ່ເສຍສະຫລະເຫື່ອແຮງ,ສະຕິປັນຍາແລະເວລາອັນມີຄ່າເພື່ອພາລະກິດ ປົດປ່ອຍຊາດອອກຈາກແອກຄອບ ຄອງຂອງຈັກກະ ພັດຕ່າງດ້າວ.
ພິທີເລີ່ມຂື້ນຢ່າງເປັນທາງການໃນເວລາ 6ໂມງເຄີ່ງຢູ່ອະນຸສາວະລີນັກຮົບນິລະນາມດາວແດງນໍາ ໂດຍພົນໂທວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນ ກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຕໍ່ມາເວລາປະມານ7ໂມງຄະນະໄດ້ໄປວາງກະຕ່າດອກໄມ້ຢູ່ຫໍພິ ພິທະພັນ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ເເສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ເພື່ອສະແດງຄວາມ ກະຕັນຍູຮູ້ບຸນ ຄຸນ ແລະຈົ່ງຮັກພັກດີ,ທີ່ທ່ານໄດ້ອຸທິດເຫື່ອແຮງ ສະຕິປັນຍາຕະຫລອດຊີວິດຂອງເພີ່ນເຂົ້າໃນພາລະກິດປະຕິວັດ,ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງເກົ່າແລະໃຫມ່ຈົນສາມາດຍາດໄດ້ໄຊຊະຢ່າງສົມບູນ, ລົບລ້າງລະບອບລາຊາທິປະໄຕ ແລະ ສະຖາປະນາສາ ທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃນວັນທີ2ທັນວາ 1975.
ຂ່າວ,ພາບ: ເດດອາລຸນ ແກ້ວວິໄລວົງ




