ໃນວັນທີ 4 ຕຸລາ 2023ນີ້, ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ເດີນທາງດ້ວຍລົດໄຟຄວາມໄວສູງຖ້ຽວພິເສດຈາກ ສະຖານີລົດໄຟ ນະຄອນ ຫລວງວຽງຈັນ ຫາ ສະຖານີລົດໄຟ ວັງວຽງ ເພື່ອຊົມທິວທັດທໍາມະຊາດ, ການຜະລິດກະສິກໍາ ແລະ ວິຖີຊີວິດການເປັນຢູ່ ຂອງປະຊາຊົນລາວ ຕາມເສັ້ນທາງລົດໄຟ ລາວ-ຈີນ.
ໃນເວລາເດີນທາງເຖິງ ສະຖານີລົດໄຟ ວັງວຽງ, ການນໍາຂັ້ນສູງຂອງລາວ ແລະ ບຣູໄນ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ ຄໍາພັນ ສິດທິດໍາພາເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະນໍາຂອງແຂວງຈໍານວນໜຶ່ງ. ຈາກນັ້ນ, ຄະນະທັງໝົດ ກໍໄດ້ເດີນທາງໄປຍັງໂຮງແຮມ ເອັສ ບູຕິກ(S Boutique) ແລະ ໄດ້ຊົມທິວທັດທໍາມະຊາດ ແລະ ທິວທັດຕົວເມືອງວັງວຽງ ພ້ອມທັງໄດ້ຖ່າຍຮູບຮ່ວມກັນ ເພື່ອເປັນທີ່ລະນຶກ ຢູ່ສະຖານທີ່ດັ່ງກ່າວ. ພ້ອມນີ້, ກໍໄດ້ຢ້ຽມຊົມບັນດາຮ້ານວາງ ສະແດງຜະລິດຕະພັນສິນຄ້າກະສິກໍາ ແລະ ຫັດຖະກໍາຂອງລາວ ປະກອບມີ: ຜະລິດຕະພັນເຂົ້າຈ້າວ, ເຂົ້າໜຽວ, ກາເຟ, ຊາ, ຜ້າໄໝລາວ, ສິ້ນໄໝລາວ, ປັກດິ້ງ, ຊານໍ້າກ້ຽງ, ຜະລິດຕະພັນເຈ້ຍສາ, ເຄື່ອງແກະສະຫລັກລາຍລາວ ແລະ ອື່ນໆ.
ຫລັງຈາກນັ້ນ, ຜູ້ນໍາຂອງລາວ ແລະ ບຣູໄນ ພ້ອມດ້ວຍຄະນະ ກໍໄດ້ເດີນທາງກັບຄືນນະ ຄອນຫລວງວຽງຈັນ ດ້ວຍລົດໄຟຄວາມໄວສູງຖ້ຽວພິເສດຈາກ ສະຖານີລົດໄຟ ວັງວຽງ ຫາ ສະຖານີລົດໄຟ ນະຄອນຫລວງວຽງຈັນ.
ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງຂອງບຣູໄນ ນໍາໂດຍ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ກໍໄດ້ເດີນທາງກັບຄືນປະເທດ ດ້ວຍຖ້ຽວບິນພິເສດ ເຊິ່ງ ອອກສົ່ງທີ່ສະໜາມບິນສາກົນວັດໄຕ ໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ ແລະ ຄະນະ.
ພາບ: ອ່າຍຄຳ



