ຈາກສະພາບຝົນຕົກໜັກຕິດຕໍ່ກັນໃນຫລາຍວັນຜ່ານມາ ເຮັດໃຫ້ລະດັບນໍ້າຫ້ວຍຮ່ອງຄອງບຶງ ຍິ່ງຂຶ້ນຖ້ວມເສັ້ນທາງ, ຖ້ວມ ເນື້ອທີ່ນາປີ ແລະ ເນື້ອທີ່ປູກພືດຂອງປະຊາຊົນບັນດາເຜົ່າໃນຫລາຍບ້ານ, ເຊິ່ງສາເຫດຕົ້ນຕໍແມ່ນຍ້ອນໄດ້ຮັບຜົນກະທົບຈາກປະລິມານນໍ້າຝົນມີຫລາຍ, ການຖົ່ມເນື້ອທີ່ດິນຂອງພໍ່ແມ່ປະຊາຊົນແບບບໍ່ມີແຜນການ, ບໍ່ມີການວາງແຜນ ເຊັ່ນ: ບໍ່ໃສ່ທໍ່ລະບາຍນໍ້າ, ບໍ່ລວງຄອງນໍາ ແລະ ຂາດການປະສານສົມທົບກັບຂະແໜງໂຍທາທິການ ແລະ ຂົນສົ່ງ ກໍ່ຄືການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ບັນດາປັດໄຈດ້ານອື່ນໆ;


ສະນັ້ນ ເພື່ອຊອກຮູ້ເຖິງສາເຫດຕົ້ນຕໍຂອງນໍ້າຖ້ວມຂັ່ງ, ທັງເປັນການເກັບກໍາຂໍ້ມູນຊອກວິທີແກ້ໄຂ ຮ່ວມກັບຂະແໜງການກ່ຽວຂ້ອງ ແລະ ໃຫ້ກໍາລັງໃຈຕໍ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ, ໃນວັນທີ 14 ມິຖຸນາ 2021 ນີ້ ການນໍາຂອງເມືອງທຸລະຄົມ ນໍາພາໂດຍ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງ, ທ່ານ ບຸນເລີດ ສີຫາປັນຍາ ປະທານຄະນະກວດກາພັກລັດເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ແລະ ທ່ານ ສີສະຫວາດ ອ່ອນປະດິດ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງໄປເບິ່ງພື້ນທີ່ຈຸດນໍ້າຖ້ວມ ໃນບາງຈຸດ ເຊັ່ນ: ເຂດບ້ານໂພນແຮ່ເສັ້ນທາງເລກທີ 10, ຂົວນໍ້າທົນບ້ານໄຮຢ່ອນ, ເຂດການຜະລິດນາປີ ໃນແຕ່ລະກຸ່ມບ້ານທີ່ນໍ້າເຄີຍຖ້ວມ. ນອກນັ້ນການນໍາຂອງເມືອງ ຍັງໄດ້ລົງໄປເບິ່ງຈຸດກໍ່ສ້າງຂົວຂ້າມຮ່ອງນໍ້າທົນ ບ້ານໄຮຢ່ອນ ແລະ ຂົວນໍ້າພະຍາຍທີ່ນໍ້າລະບາຍຊ້າ, ຕາຝັ່ງເຈື່ອນ ຍ້ອນນໍ້າຊຸທັ່ງ ຈາກນັ້ນ ໄດ້ປະສານງານກັບຫ້ອງການ, ພາກສ່ວນກ່ຽວຂ້ອງ ແລະ ບໍລິສັດຮັບເໝົາກໍ່ສ້າງຂົວທັງ 2 ແຫ່ງ ເພື່ອຊອກຫາວິທີແກ້ໄຂສະເພາະໜ້າ ບໍ່ໃຫ້ມີຜົນກະທົບຫລາຍກວ່ານີ້, ພ້ອມໄດ້ຊີ້ນໍາຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເພື່ອຊອກຫາວິທີ່ລະບາຍນໍ້າ ແລະ ເກັບກໍາເນື້ອທີ່ນໍ້າຖ້ວມ ລວມທັງຜົນກະທົບຈາກນໍ້າຖ້ວມໃນເທື່ອນີ້ລາຍງານເປັນລາຍລັກອັກສອນໃຫ້ການນໍາເມືອງ ແລະ ສາຍຕັ້ງຂອງຕົນ.


ພາບ-ເນື້ອໃນ: ຫ້ອງການ ຖວທ ເມືອງທຸລະຄົມ.