ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນແລງຂອງວັນທີ 1 ກໍລະກົດ 2023. ໄດ້ເກີດອັກຄີໄພ ໄຟໃໝ່ເຮືອນປະຊາຊົນ ຢູ່ບ້ານ ຫ້ວຍມະໄລ ຄຸ້ມໜອງບົວ-ສາທິດ, ເພື່ອເປັນການຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ ໃຫ້ຄອບຄົວທີ່ເກີດອັກຄີໄພ ໄຟໄໝ້ເຮືອນ ປະຊາຊົນ, ໃນວັນທີ 2 ກໍລະກົດ 2023, ການນຳເມືອງນາກາຍພ້ອມຄະນະ ນຳໂດຍທ່ານ ນາງ ບົວກາ ແກ້ວມະນີ ກຳມະການ ພັກແຂວງ ເລຂາ ພັກເມືອງ ເຈົ້າເມືອງໆ ນາກາຍ ພ້ອມດ້ວຍຄະນະນໍາເມືອງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ວັດຖຸປັດໃຈລົງມອບໃຫ້ຄອບຄົວຜູ້ຖືກອັກຄີໄພໄຟໃໝ່ເຮືອນ . ໃນການມອບເຄື່ອງຄັ້ງນີ້ມີຄອບຄົວຜູ້ຖືກເຄາະຮ້າຍພ້ອມດ້ວຍອຳນາດການປົກຄອງບ້ານ ເຂົ້າຮ່ວມເປັນສັກຂິພິຍານ ສໍາລັບເຄື່ອງທີ່ນໍາມາມອບມີເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລວມມູນຄ່າ 6,050,000 ລ້ານກີບ. ກໍເພື່ອເປັນການຊ່ວຍເຫລືອ ແບ່ງເບົາບັນເທົາທຸກ ໃຫ້ແກ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບອັກຄີໄພໃນຄັ້ງນີ້ ໂອກາດດັ່ງກ່າວ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງໆ ນາກາຍ ໄດ້ພົບປະໂອ້ລົມ ແລະ ໃຫ້ກໍາລັງໃຈຄອບຄົວ ຜູ້ຖືກອັກຄີໄພ ອີກດ້ວຍ.