ການນໍາເມືອງອຸທຸມພອນ ແຂວງສະຫວັນນະເຂດຕ້ອນຮັບປະທານປະເທດເດີນ ທາງໄປຢ້ຽມຢາມ.
ໃນຕອນເຊົ້າວັນທີ 23 ມີນາ 2023 ການນໍາເມືອງອຸທຸມພອນ ແຂວງສະຫວັນນະເຂດ,ນໍາໂດຍ ທ່ານ ແສນສັກ ພິມວົງສາ ເຈົ້າເມືອງອຸທຸມພອນ ພ້ອມດ້ວຍບັນດາທ່ານການນໍາຂອງເມືອງ ໄດ້ໃຫ້ການຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໃນໂອກາດທີ່ທ່ານໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ.
ໂອກາດເດີນທາງຢ້ຽມຢາມ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ມີຄວາມເຫັນວ່າ: ເມືອງອຸທຸມພອນ ເປັນເມືອງໜຶ່ງທີ່ມີການພັດທະນາໄວຂອງແຂວງສະຫວັນນະເຂດ,ຖັດຈາກນະຄອນໄກສອນ ພົມວິຫານ,ເຮັດແນວໃດເພື່ອດຶງດູດເອົານັກທ່ອງທ່ຽວໃຫ້ມາແວ່ພັກເຊົາ, ສ້າງແຫລ່ງທ່ອງທ່ຽວ ຢູ່ທີ່ນີ້ໃຫ້ຫຼາຍຂື້ນ ພ້ອມສ້າງສິ່ງໃດທີ່ເປັນເອກະລັກຂອງເຊໂນແລ້ວ ທີ່ມີຊື່ສຽງດົງດັງມາແຕ່ດົນນານແລ້ວ ແລະພ້ອມກັນ ໃຫ້ຮັກສາໄວ້ ເປັນຕົ້ນຮ້ານອາຫານ, ໂດຍສະເພາະທີ່ມີຊື່ສຽງ ກໍ່ຄືປິ້ງໄກ່ລາດ ແລະອື່ນຯ, ຊື່ສຽງທາງດ້ານຮ່ອງຮອຍປະຫວັດສາດ, ກໍ່ຄື ທາງດ້ານຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນກວ່າເກົ່າ.
ນັກຂ່າວເມືອງອຸທຸມພອນ
ບຸນຊູ ພົມມະເທບ
Loading...