ໃນວັນທີ 24 ພະຈິກ 2021 ນີ້ ທາ່ນ ອອ່ນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ທ່ານວັນໄຊ ສີປັດໃຈ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ ແຂວງສະຫັວນນະເຂດ. ພ້ອມທີມງານ ໄດ້ລົງເຄື່ອນໄຫວ ຕິດຕາມຊຸກຍູ້ການສ້ອມແປງ ຂົວປາກເຊບັ້ງໄຟບ່ອນທີ່ມີຄວາມເປ້ເພເສຍຫາຍ, ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກສະບາຍ ແລະ ມີຄວາມປອດໄພຫລາຍຂື້ນກວ່າເກົ່າ. ທັງເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ ຂອງພັກທີ່ຈະມາຮອດມາເຖິງໃນມໍ່ໆນີ້.
ຂົວເຊບັ້ງໄຟເປັນຂົວແຫ່ງໜື່ງ ທີ່ມີຄວາມສໍາຄັນຫລາຍຕໍ່ກັບການສັນຈອນໄປມາ ລະຫວ່າງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ.ເປັນຂົວຂ້າມແມ່ນໍ້າເຊບັ້ງໄຟ ທີ່ເຊື່ອມຕໍ່ລະຫວ່າງເມືອງໄຊບູລີ ແຂວງສະຫັວນນະເຂດ ກັບ ເມືອງໝອງບົກ ແຂວງຄໍາມ່ວນ ເປັນຂົວເຫລັກ ປະສົມໄມ້ເຊິ່ງມີຄວາມຍາວທັງໝົດ 215 ແມັດ, ສໍາລັບໜ້າວຽກຕົ້ນຕໍໃນການສ້ອມແປງຄັ້ງນີ້ ແມ່ນປະກອບມີ ປ່ຽນໄມ້ລະນາດ, ປ່ຽນໄມ້ຮອງຕີນລົດ, ປ່ຽນໄມ້ຄໍ້າຢັນ ແລະ ປູຢາງທັບໄມ້ຮອງຕີນລົດ. ລວມມູນຄ່າການສ້ອມທັງໝົດ 145.000.000 ກີບ. ທຶນທັງໝົດນີ້ແມ່ນໄດ້ຮັບການຊ່ວຍເຫລືອລ້າຈາກ ບໍລິສັດ ລາວມີໄຊ.ວຽກງານດັ່ງກ່າວແມ່ນໄດ້ເລີ່ມລົງມື ແຕ່ວັນທີ 18 ພະຈິກ 2021 ປັດຈຸບັນສໍາເລັດແລ້ວປະມານ 45% ຄາດວ່າຈະໃຫ້ສໍາເລັດກ່ອນວັນຊາດທີ 2ທັນວາ2021ທີ່ຈະມາເຖິງນີ້.
ໃນໂອກາດດັ່ງກ່າວ ເຈົ້າເມືອງໄຊບູລີ ກໍ່ໄດ້ສືບຕໍ່ຕິດຕາມຊຸກຍູ້ການຕິດຕັ້ງຕາຂ່າຍໄຟຟ້າຢູ່ດອນແຄມຂອງ ບ້ານປາກເຊບັ້ງໄຟ, ບ້ານບົວໄຂ, ບ້ານນາສັງ ແລະ ເບິ່ງການກໍ່ສ້າງກັນເຈື່ອນຕາຝັ່ງເຊບັ້ງໄຟບໍລິເວນບ້ານບົວໄຂຕື່ມອີກ.
ພາບແລະຂ່າວຜູ້ສື່ຂ່າວເມືອງໄຊບູລີ.


