ລະວ່າງວັນທີ 7-8 ເມສາ 2022 ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ຄຳມ່ວນ ໄດ້ຕ້ອນຮັບ ທ່ານ ວູ້ ດ໋າຍ ຖັງ ກຳມະການສູນກາງພັກຄອມມູນິດຫວຽດນາມ, ເລຂາພັກແຂວງກວາງບິ່ງ ພ້ອມຄະນະ ເຂົ້າອວຍພອນເນື່ອງໃນໂອກາດປີໃໝ່ລາວ ພສ 2565.
ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່ລາວ ຂອງການນຳແຂວງກວາງບິ່ງໃນຄັ້ງນີ້ ເຊິ່ງສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ ທີ່ການນຳຂອງກວາງບິ່ງ ມີຕໍ່ການນຳຂອງແຂວງຄຳມ່ວນ ແລະ ຂໍຖືໂອກາດນີ້ ອວຍພອນແກ່ທ່ານ ວູ້ ດ໋າຍ ຖັງ ພ້ອມດ້ວຍບັນດາການນຳຂອງແຂວງ ແລະ ປະຊາຊົນຊາວແຂວງກວາງບິ່ງ ຈົ່ງມີແຕ່ສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ຊີ້ນຳ-ນຳພາແຂວງກວາງບິ່ງ ໃຫ້ຈະເລີນກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.
ທ່ານ ວູ້ ດ໋າຍ ຖັງ ໄດ້ກ່າວອວຍພອນ ທ່ານເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ເນື່ອງໃນໂອກາດປີໃໝ່ລາວ ສືບຕໍ່ພັດທະນາແຂວງຄຳມ່ວນ ແລະ ຍາດໄດ້ຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ.
ໂອກາດນີ້ ຄະນະການນໍາຂອງແຂວງຄຳມ່ວນ-ກວາງບິ່ງ ຍັງໄດ້ຜັດປ່ຽນກັນລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ລວມເຖິງການພົວພັນຮ່ວມມື ກໍ່ຄືການຜັນຂະຫຍາຍເນື້ອໃນບົດບັນທຶກຊ່ວຍຈຳ ລະຫວ່າງສອງແຂວງ ຄຳມ່ວນ-ກວາງບິ່ງ ໃນໄລຍະຜ່ານມາ. ເຖິງວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກ ກໍ່ຄືການໄປມາຫາສູ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເຊິ່ງໃນໂອກາດຕໍ່ໄປ ການນຳທັງສອງແຂວງ ຈະໄດ້ສືບຕໍ່ຜັນ ຂະຫຍາຍ ສາຍພົວພັນຮ່ວມມືໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ, ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ຜັນຂະຫຍາຍ ເນື້ອໃນບົດບັນທຶກຂອງສອງຝ່າຍໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ໃນໂອກາດເດີນທາງມາອວຍພອນປີໃໝ່ປະເພນີລາວໃນຄັ້ງນີ້ ຄະນະການນຳຂອງແຂວງກວາງບິ່ງ ຍັງໄດ້ໄປຢ້ຽມຢາມ ແລະ ເຂົ້າອວຍພອນ ຄະນະອໍານວຍການໂຮງຮຽນ ແລະ ຄູ-ອາຈານ ຂອງໂຮງຮຽນມິດຕະພາບ ຄຳມ່ວນ-ກວາງບິ່ງ, ພ້ອມທັງຢ້ຽມຢາມກອງປະຕິບັດງານ 589 ຢູ່ບ້ານໂພນສີທ່າ, ຢ້ຽມຢາມ ແລະ ອວຍພອນປີໃໝ່ແກ່ຄະນະສະມາຄົມຫວຽດນາມ ປະຈຳແຂວງຄຳມ່ວນ ຕື່ມອີກ.
ໂດຍ: Media lao khammouane
Loading...