ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄືວຽກງານຮອບດ້ານ ຢູ່ ເມືອງມຸນລະປາໂມກ, ໃນຕອນບ່າຍ ວັນທີ 8 ພຶດສະພາ 2023, ໂດຍມີ ທ່ານ ວັນນະສັກ ຊາດຕະກຸນ ຮັກສາການເຈົ້າເມືອງມຸນລະປາໂມກ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ໂອກາດນີ້, ທ່ານ ວັນນະສັກ ຊາດຕະກຸນ ຮັກສາການເຈົ້າເມືອງ ໄດ້ລາຍງານກ່ຽວກັບຜົນສຳເລັດໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດ ໃນໄລຍະ 3 ເດືອນ ຕົ້ນປີ 2023 ຜ່ານມາ ການນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໄດ້ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ແຕ່ພາຍໃຕ້ການນຳພາ ຂອງຄະນະພັກຂັ້ນເທິງ ໄດ້ເຮັດໃຫ້ອົງຄະນະພັກ, ອົງການປົກຄອງເມືອງ ຍັງສາມາດຮັກສາໄດ້ຄວາມສະຖຽນລະພາບທາງດ້ານການເມືອງ. ວຽກງານຂົງເຂດເສດຖະກິດ ໄດ້ເອົາໃຈໃສ່ ປະຕິບັດບັນດາຄາດໝາຍ ແຜນພັດທະນາເສດຖະກິດ ສົມທົບກັບການປະຕິບັດ ມາດຕະການອັນຈຳເປັນຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ເຮັດໃຫ້ເສດຖະກິດຂອງເມືອງ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ວຍອັດຕາ ການຂະຫຍາຍຕົວຂອງ GDP ຢູ່ໃນລະດັບ 4%, ລວມຍອດມູນຄ່າຜະລິດຕະພັນໄດ້ 236.676 ລ້ານກີບ, ສະເລັ່ຍຕໍ່ຄົນໄດ້ 6ລ້ານກວ່າກີບ/ຄົນ/ປີ, ໂຄງປະກອບເສດຖະກິດ ໂດຍສະເພາະດ້ານຂະແໜງກະສິກໍາ ຂະຫຍາຍຕົວເພີ່ມຂຶ້ນ 3,38%; ການປູກພືດສິນຄ້າ ປະຕິບັດໄດ້ 580 ເຮັກຕາ ທຽບໃສ່ແຜນປະຕິບັດໄດ້ 100%, ພືດສ່ວນໃຫຍ່ ແມ່ນພືດທີ່ມີທ່າແຮງດ້ານ ຕະຫຼາດ ເຊັ່ນ: ມັນຕົ້ນ, ສາລີຫວານ, ໝາກໂມ, ພືດຕະກຸນຖົ່ວ ແລະອື່ນໆ; ປັດຈຸບັນມີກຸ່ມລ້ຽງງົວເປັນ ສິນຄ້າ ມີ 1 ກຸ່ມ, ຄອບຄົວຕົວແບບດ້ານການລ້ຽງງົວ ມີ 11 ຄອບຄົວ; ລ້ຽງໝູແບບຟາມ ມີ 1 ແຫ່ງ ເຊິ່ງກຸ່ມຜະລິດດ້ານກະສິກໍາ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະມີຄວາມເຂັ້ມແຂງຂື້ນເປັນກ້າວໆ; ການສົ່ງເສີມການຜະລິດສິນຄ້າ ໄດ້ຮັບການສົ່ງເສີມຢ່າງຕໍ່ເນື່ອງ ປັດຈຸບັນພາຍໃນເມືອງ ມີ ສິນຄ້າ ທີ່ໄດ້ຮັບຮອງເປັນຜະລິດຕະພັນສິນຄ້າ ODOP ຈຳນວນ 2 ກຸ່ມ ຄື: ກຸ່ມຫັດຖະກຳຈັກສານ ຫວາຍ ແລະ ກຸ່ມຫັດຖະກຳຈັກສານສາດເຕີຍ. ສຳລັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຜ່ານການຈັດຕັ້ງປະຕິບັດ ມາຮອດປັດຈຸບັນ ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ໄດ້ສຸມໃສ່ຊຸກຍູ້ ການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ, ຜະລິດ ເປັນສິນຄ້າ, ສຸມໃສ່ການປະຕິບັດການຈັດເກັບລາຍຮັບງົບປະມານ ດ້ວຍການຈຳກັດການຮົ່ວໄຫຼຂອງ ງົບປະມານ, ປະຕິບັດລາຍຈ່າຍ ແນໃສ່ນະໂຍບາຍປະຢັດ, ສົມເຫດສົມຜົນ ຕິດພັນກັບການຄຸ້ມຄອງ ການນຳເຂົ້າ-ສົ່ງອອກ, ຄຸ້ມຄອງລາຄາສິນຄ້າ ໃຫ້ສອດຄ່ອງ ຕາມກົນໄກເສດຖະກິດຕະຫຼາດ ແລະ ການແກ້ໄຂບັນຫາຢາເສບຕິດ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດ ວຽກງານສ້າງຄວາມເປັນລະບຽບ ຮຽບຮ້ອຍ ໃນທົ່ວສັງຄົມ ຢ່າງເປັນເຈົ້າການ; ສຸມໃສ່ວຽກງານສ້າງ ຄວາມຮັບຮູ້ ເຂົ້າໃຈ ໃນທົ່ວສັງຄົມ ດ້ວຍການໂຄສະນາ, ປະຊາສຳພັນ ດ້ວຍການຕິດປ້າຍໂຄສະນາ ກ່ຽວກັບຜົນຮ້າຍຂອງຢາເສບຕິດ ໃນທົ່ວເມືອງ.
ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງເມືອງມຸນລະປາໂມກ ຕ້ອງເອົາໃຈໃສ່ຈັດຕັ້ງ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຕິດພັນກັບການຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ກໍຄືມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ເພື່ອສຶກສາອົບຮົມ ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ໃຫ້ແກ່ພະນັກງານ ສະມາຊິກພັກ ໃຫ້ມີຄວາມໜັກແໜ້ນ ແລະ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ກວດກາຕີລາຄາຄືນ ວຽກງານກໍ່ສ້າງພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງ ແຕ່ລະຂັ້ນ ຂອງເມືອງ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສຸມໃສ່ປັບປຸງກຳລັງບ້ານຊາຍແດນ ໃຫ້ເຂັ້ມແຂງ, ເພີ່ມທະວີວຽກງານການຮ່ວມມື, ສ້າງພື້ນຖານໂຄງລ່າງ ເສດຖະກິດ ພັດທະນາເມືອງມຸນລະປາໂມກ ໃຫ້ກາຍເປັນເມືອງເປີດ ແລະມີໃບໜ້າອັນໃໝ່. ແລະ ໃນໂອກາດນີ້, ທ່ານເຈົ້າແຂວງຈໍາປາສັກ ຍັງໄດ້ມອບຊຸດອຸປະກອນ ປະຊຸມທາງໄກ, ຄອມພິວເຕີໂນດບຸກ ແລະ ເງິນຈໍານວນໜຶ່ງ ໃຫ້ເມືອງມຸນລະປາໂມກ ຕື່ມອີກ.
ຂ່າວ: ທັດຊະນະ,
ພາບ: ພູທິບສະຫວັນ.
Loading...