

ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັນລາວ ຄົບຮອບ 67 ປີ ( 22 ມີນາ 1955-22 ມີນາ 2022 ), ໃນຕອນເຊົ້າຂອງວັນທີ 22 ມີນາ 2022 ນີ້, ທີ່ອານຸສອນສະຖານປະທານ ໄກສອນ ພົມ ວິຫານ, ການນໍາຂອງແຂວງ ໄຊຍະບູລີ ນໍາໂດຍ ສະຫາຍ ພົງສະ ຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍບັນດາ ສະຫາຍກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ ໄດ້ເຂົ້າວາງກະຕ່າດອກໄມ້ ໜ້າຮູບປັ້ນຂອງ ທ່ານ ປະທານ ໄກສອນ ພົມວິ ຫານ ຜູ້ນໍາທີ່ແສນເຄົາລົບຮັກ, ທັງນີ້ກໍ່ເພື່ອສະແດງເຖິງຄວາມກະຕັນຍູ້ ແລະ ສຸດທີ່ມີຄວາມອາໄລອາວອນຢ່າງສຸດຊຶ້ງ ເຖິງທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸດທິດຕົນເພື່ອກໍ່ຕັ້ງພັກ, ນໍາພາການປະຕິວັດ ແລະ ນໍາພາປວງຊົນລາວທັງຊາດດໍາເນີນການຕໍ່ສູ້ກັບສັດຕູໂຕຮ້າຍກາດຈົນໄດ້ຮັບໄຊຊະນະສາມາດປົດປ່ອຍປະ ເທດຊາດ ອອກຈາກແອກປົກ ຄອງຂອງພວກຈັກກະພັດໄດ້ຢ່າງສົມບູນ ພ້ອມທັງນໍາພາປະເທດ ຊາດກ້າວຂື້ນສູ່ຄວາມມັ່ງຄັ່ງເຂັ້ມແຂງຮັ່ງມີສີວິໄລຢ່າງບໍ່ຢຸດຢັ້ງ ແລະ ເພື່ອສະແດງຄວາມເຄົາລົບ ດ້ວຍຄວາມກະຕັນຍູຮູ້ບຸນຄຸນທີ່ເຕັມໄປດ້ວຍຄວາມຈົ່ງຮັກພັກດີ ແລະ ສັດຊື່ບໍລິສຸດ ຂອງການນໍາແຂວງກໍ່ຄືປະຊາຊົນຊາວແຂວງ ໄຊຍະບູລີ ຕໍ່ທ່ານ ປະທານ ໄກ ສອນ ພົມວິຫານ ຢ່າງຈິງໃຈ, ຂໍໃຫ້ຄຸນງາມຄວາມດີຂອງທ່ານ ຢືນຢົງຢູ່ກັບພາລະກິດປະຕິວັດ ແລະ ຝັງແໜ້ນໃນດວງໃຈ ຂອງປະ ຊາຊົນລາວທັງຊາດຕະຫຼອດໄປ, ເວົ້າລວມ, ເວົ້າສະເພາະ ແມ່ນປະຊາ ຊົນບັນດາເຜົ່າຊາວແຂວງ ໄຊຍະບູລີ.


ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ