ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ-ກິລາ 6 ເດືອນ ຕົ້ນປີ ໃນຈໍານວນ 15 ຄາດໝາຍທີ່ສະພາປະຊາຊົນຂັ້ນແຂວງ ຮັບຮອງມີ 11 ຄາດໝາຍ ທີ່ສາມາດບັນລຸໄດ້ຕາມແຜນທີ່ໄດ້ກໍານົດໄວ້ ແລະຍັງມີ 4 ຄາດໝາຍ ທີ່ໃກ້ຈະບັນລຸ ທ່ານ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: 11 ຄາດໝາຍ ທີ່ສາມາດບັນລຸໄດ້ ມີ ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸໄດ້ 89% ລື່ນຄາດໝາຍ 2%, ອັດຕາເຂົ້າຮຽນໃໝ່ລວມ ປ.5 ບັນລຸໄດ້ 99,43% ລື່ນຄາດໝາຍ 0,43%, ອັດຕາປະລະການຮຽນຂອງນັກຮຽນ ປ.1 ບັນລຸໄດ້ 5,37% ລື່ນຄາດໝາຍ 0,23%, ອັດຕາຈົບຊັັ້ນປະຖົມ ບັນລຸໄດ້ 95,25% ລື່ນຄາດໝາຍ 7,25%, ອັດຕາການເລື່ອນຊັ້ນ ປ.5 ຂຶ້ນ ມ.1 ທຽບໃສ່ນັກຮຽນຕົ້ນປີ ປ.5 ບັນລຸໄດ້ 87,18% ລື່ນຄາດໝາຍ 1,18%, ອັດຕາປະລະການຮຽນຂອງຊັ້ນປະຖົມສຶກສາ ບັນລຸໄດ້ 2,98% ລື່ນຄາດໝາຍ 0,52%, ອັດຕາເຂົ້າຮຽນໃໝ່ລວມຊັ້ນ ມ.4 ບັນລຸໄດ້ 70,01% ລື່ນຄາດໝາຍ 1,99%, ການສົ່ງເສີມໃຫ້ນັກສຶກສາ ທີ່ສະໝັກເຂົ້າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ ທັງພາຍໃນ ແລະຕ່າງປະເທດໄດ້ເຂົ້າຮຽນໃນສາຍ ວິທະຍາສາດທຳມະຊາດ, ເຕັກໂນໂລຊີ, ວິສະວະກຳ, ຄະນິດສາດ ແລະບໍ່ແຍກສາຍຮຽນປະຕິບັດໄດ້ 104 ຄົນ ລື່ນຄາດໝາຍ 4 ຄົນ, ຄູຊັ້ນປະຖົມ ແລະຊັ້ນມັດທະຍົມສຶກສາໄດ້ຮັບການຝຶກອົບຮົມ 20% ຂອງຈໍານວນຄູສອນໃນໂຮງຮຽນເປົ້າໝາຍປະຕິບັດໄດ້ 46,43% ລື່ນຄາດໝາຍ 26,43%, ສົ່ງເສີມມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳການແຂ່ງຂັນກິລາປະຈຳປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສຳຄັນຕ່າງໆຂອງຊາດ ແລະ ສາກົນ ບັນລຸໄດ້ 38% ລື່ນຄາດໝາຍ 2%, ປະຊາກອນໜຸ່ມ ແລະຜູ້ປະລະການຮຽນ ໃຫ້ໄດ້ຮັບການບຳລຸງຜ່ານການສຶກສານອກໂຮງຮຽນ ແລະຝຶກອົບຮົມວິຊາຊີບປະຕິບັດໄດ້ 352 ຄົນ ລື່ນຄາໝາຍ 2 ຄົນ. ສ່ວນຄາດໝາຍທີ່ໃກ້ຈະບັນລຸມີ 4 ຄາດໝາຍ ຄື: ອັດຕາເຂົ້າຮຽນໃໝ່ ປ.1 (ອັດຕາເຂົ້າຮຽນສຸດທິ ປ.1), ດັດສະນີຄວາມສະເໜີພາບຍິງ-ຊາຍ(ອັດຕາເລື່ອນຊັ້ນ ປ.5 ຫາ ມ.1), ອັດຕາປະລະຊັ້ນມັດທະຍົມຕອນຕົ້ນ ແລະນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບປະຕິບັດໄດ້. ສຳລັບແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2021 ຈະສືບຕໍ່ສູ້ຊົນປະຕິບັດ 4 ຄາດໝາຍທີ່ຍັງບໍ່ທັນບັນລຸໃຫ້ສໍາເລັດ
ໂດຍ: ແຈັກກີ້ ສກຂ ຫຼວງພະບາງ