ການປູກເຂົ້ານາແຊງໃນປີ 2022 ຢູ່ເມືອງ ໄຊຍະບູລີ ແມ່ນເປັນຂະບວນ ແລະ ມີເນື້ອທີ່ຢ່າງຫຼວງຫຼາຍ, ທັງນີ້ກໍ່ເພື່ອຮັບປະກັນໃຫ້ມີເຂົ້າແຮໄວ້ກິນ ແລະ ຂາຍເປັນສິນຄ້າ, ໃນນີ້ການປູກເຂົ້າດ້ວຍເຕັກນິກໃໝ່ຂອງນັກລົງທຶນຈາກ ສປປຈີນ ໄດ້ເລີ່ມມີໜໍ່ແໜງຂຶ້ນ, ສະເພາະປີນີ້ການປູກເຂົ້າດ້ວຍເຕັກນິກໃໝ່ຂອງຊາວຈີນແມ່ນມີເນື້ອທີ່ທັງໝົດ 38 ເຮັກຕາ, ໂດຍໄດ້ເຊົ່າເອົາເນື້ອທ່ີ່ນາຂອງປະຊາຊົນເຂດທົ່ງນາໄໝ, ສ່ວນເຕັກນິກການປູກ ທ່ານ ລີຈົ່ງຊວນ ຫົວໜ້າ ບໍລິສັດເຕັກໂນໂລຊີ ກະສິກໍາ ອາຊີປາຊິຟິກ ທັງເປັນວິຊາການດ້ານເຕັກນິກ ໄດ້ໃຫ້ຮູ້ວ່າ: ການປູກເຂົ້າດ້ວຍເຕັກໃໝ່ທີ່ທັນສະໄໝຢູ່ເມືອງ ໄຊຍະບູລີ ປີນີ້ເປັນປີທໍາອິດ ໃນເນື້ອທີ່ 38 ເຮັກຕາ, ໂດຍການເຊົ່ານາຈາກປະຊາຊົນ 3,8 ລ້ານກີບຕໍ່ເຮັດຕາ, ສ່ວນເຕັກນິກການປູກພາຍຫຼັງທີ່ໄດ້ຕົກກ້າຄົບ 30 ວັນກໍ່ໄດ້ເລີ່ມລົງມືປູກ ໂດຍໄດ້ຈັດເປັນແຖວຄື: ແຖວໃຫຍ່ກວ້າງ 1 ແມັດແມ່ນປູກເຂົ້າແມ່ ແລະ ແຖວນ້ອຍກວ້າງ ປະມານ 30 ຊັງຕີແມັດແມ່ນປູກເຂົ້າຜູ້, ການປູກແມ່ນຈະໄດ້ປູກເຂົ້າຜູ້ກ່ອນ 1 ອາທິດ ແລ້ວຈຶ່ງປູກເຂົ້າແມ່ຕາມຫຼັງ, ການປູກໃຫ້ມີເຂົ້າຜູ້ ແລະ ເຂົ້າແມ່ນີ້ ແມ່ນເພື່ອເອົາເກສອນຂອງເຂົ້າຜູ້ມາປະສົມພັນກັບເຂົ້າແມ່, ໂດຍແມ່ນຄົນເຮົາຊ່ວຍໃນການປະສົມພັນຄື: ພາຍຫຼັງທີ່ເຂົ້າຜູ້ ແລະ ເຂົ້າແມ່ເລີ່ມອອກຮວງແລ້ວແມ່ນໄດ້ເອົາເຊືອກຈັບຄົນລະສົ້ນແລ້ວລາກເພື່ອໃຫ້ເກສອນເຂົ້າຜູ້ລົ່ນໃສ່ເຂົ້າແມ່, ເຂົ້າດັ່ງກ່າວມີອາຍຸ 120 ວັນຈຶ່ງໄດ້ເກັບກ່ຽວ, ສະມັດຕະພາບຈະໄດ້ 6 ໂຕນຕໍ່ເຮັກຕາ, ໃນນີ້: ເຂົ້າແມ່ໄດ້ 4 ໂຕນ ແລະ ເຂົ້າຜູ້ໄດ້ 2 ໂຕນຕໍ່ເຮັກຕາ, ເຂົ້າດັ່ງກ່າວແມ່ນເຮັດເປັນແນວພັນເພື່ອສົ່ງໄປປູກຕໍ່ທີ່ ສສ ຫວຽດນາມ, ສ່ວນແຮງງານໃນການຄາດໄຖ, ປັກດໍາແມ່ນຈ້າງປະຊາຊົນຊາວເມືອງ ໄຊຍະບູລີ ຄື: ໄຖ-ຄາດ 3,8 ລ້ານກີບຕໍ່ເຮັກຕາ ແລະ ປັກດໍາ 3 ລ້ານກີບຕໍ່ເຮັກຕາ, ສ່ວນການເກັບກ່ຽວບໍລິສັດແມ່ນຈະໄດ້ໃຊ້ລົດກ່ຽວເອງ, ທ່ານ ນາງ ຕັ່ງຈົ່ງ ຜູ້ຮ່ວມພັດທະນາດ້ານການປູກເຂົ້າໄດ້ໃຫ້ຮູ້ວ່າ: ການປູກເຂົ້າຢູ່ແຂວງ ໄຊຍະບູລີ ແມ່ນມີຄວາມສະດວກຫຼາຍ ເປັນຕົ້ນແມ່ນການນໍາທຸກພາກສ່ວນຂອງແຂວງແມ່ນໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອທຸກດ້ານ ແລະ ປະຊາຊົນກໍ່ໃຫ້ການຮ່ວມມືເປັນຢ່າງດີ, ທ່ານ ນາງ ຕັ່ງຈົ່ງ ຍັງໃຫ້ຮູ້ຕື່ມອີກວ່າ: ການປູກເຂົ້າຢູ່ເມືອງໄຊຍະບູລີ ໃນປີຕໍ່ໄປຈະປູກໃຫ້ໄດ້60 ເຮັກຕາຂຶ້ນໄປ ແລະ ຈະສົ່ງເສີມໃຫ້ປະຊາຊົນມາປູກເຂົ້າດ້ວຍເຕັກນິກໃໝ່ເພື່ອຂາຍໃຫ້ກັບບໍລິສັດ ໃນລາຄາຕາມທ້ອງຕະຫຼາດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ