ໃນວັນທີ 27 ພຶດສະພາ 2020, ທ່ານ ພັ.ອ ດຣ ສຸລິພັນ ເພັດຈັນທະລາ, ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການຝຶກຊ້ອມເທິງແຜນທີ່ – ແຜນຮ່າງທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ, ເຊິ່ງການຝຶກຊ້ອມໃນຄັ້ງນີ້ ແມ່ນໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງກົມເສນາຮັກ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ສູນແພດທະຫານອາຊຽນ ເພື່ອກຽມຄວາມພ້ອມ ແລະ ສົ່ງເສີມການຮ່ວມມືລະດັບພາກພື້ນໃນການຮັບມືກັບພະຍາດລະບາດໂຄວິດ-19 ໂດຍຜ່ານການຮ່ວມມືໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM). ໃນການຝຶກຊ້ອມຄັ້ງນີ້ ມີໜ່ວຍງານແພດທະຫານຈາກບັນດາປະເທດສະມາຊິກອາຊຽນ, ອາຊຽນ-ບວກ, ຜູ້ແທນຈາກກະຊວງສາທາລະສຸກ, ອົງການອະນາໄມໂລກ, ສູນປະສານງານໃຫ້ການຊ່ວຍເຫຼືອມະນຸດສະທໍາ ແລະ ຄຸ້ມຄອງໄພພິບັດອາຊຽນ (AHA Center) ແລະ ກອງເລຂາອາຊຽນ ເຂົ້າຮ່ວມການຝຶກຊ້ອມ ແລະ ທັງເຂົ້າຮ່ວມສັງເກດການ. ພິເສດທາງກະຊວງສາທາລະນະສຸກ ເຊິ່ງນໍາໂດຍ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ປອ. ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ ພ້ອມດ້ວຍພະນັກງານກອງເລຂາໄພພິບັດ, ກະຊວງສາທາລະນະສຸກ ກໍ່ໄດ້ເຂົ້າຮ່ວມໃນການຝຶກຊ້ອມກັບໜ່ວຍງານແພດທະຫານຂອງກອງທັບໃນຄັ້ງນີ້ດ້ວຍ.
ການຝຶກຊ້ອມໃນຄັ້ງນີ້ ໄດ້ຈໍາລອງສະຖານະການ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ແຕ່ລະປະເທດປະເມີນວິເຄາະຫາແນວທາງຮັບມື ແລະ ແຜນການປະຕິບັດຕໍ່ກັບສະຖານະການທີ່ເກີດຂຶ້ນ, ໃນຂະນະດຽວກັນ ໃນການຝຶກຊ້ອມ ຍັງມີການແລກປ່ຽນຂໍ້ມູນ ຫຼື ແນວທາງການປະຕິບັດຂອງແຕ່ລະປະເທດໃນສະຖານະການວິກິດໂຄວິດ-19 ທີ່ຜ່ານມາ. ໄດ້ຮັບຟັງການສະຫຼຸບລາຍງານຈາກຜູ້ບໍລິຫານຄວບຄຸມການຝຶກ ເຫັນວ່າໂດຍລວມແຕ່ລະປະເທດໄດ້ເອົາໃຈໃສ່ຕໍ່ມາດຕະການການສະກັດກັ້ນ ແລະ ຮັບມືກັບພະຍາດລະບາດໂຄວິດ-19 ໃນການເຝົ້າລະວັງຕິດຕາມສະຖານະການ, ອັບເດດຂໍ້ມູນຂ່າວສານຕໍ່ກັບມາດຕະການວິທີປ້ອງກັນ ແລະ ການຮັກສາໄລຍະຫ່າງທາງສັງຄົມໃຫ້ແກ່ປະຊາຊົນ.
ຫຼັງຈາກນັ້ນ, ບັນດາປະເທດສະມາຊິກອາຊຽນ ແລະ ຜູ້ເຂົ້າຮ່ວມຝຶກຈາກ ຝ່າຍພົນລະເຮືອນ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບ ປັດໃຈສໍາຄັນທີ່ໄດ້ຮັບຜົນສໍາເລັດ ກໍຄື ບົດຮຽນທີ່ດີທີ່ສຸດໃນການຮັບມືກັບພະຍາດໂຄວິດ-19. ຕໍ່ກັບບັນຫາດັ່ງກ່າວ, ການຝຶກຊ້ອມ ສັງເກດເຫັນວ່າ ໃນແຕ່ລະປະເທດໄດ້ຈັດຕັ້ງຄະນະສະເພາະກິດແຫ່ງຊາດຂອງຕົນ ເພື່ອຕໍ່ສູ້ກັບພະຍາດລະບາດໂຄວິດ-19 ພາຍໃຕ້ການຊີ້ນໍາຂອງລັດຖະບານ ໂດຍມີໜ່ວຍງານອົງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເຂົ້າມາມີສ່ວນຮ່ວມຕໍ່ກັບແຜນປະຕິບັດການຮັບມືກັບພະຍາດນີ້, ສິ່ງສໍາຄັນແມ່ນການສ້າງຄວາມເຂັ້ມແຂງໃນການສື່ສານໃນເວທີຕ່າງໆໂດຍຜ່ານກົນໄກການປະສານງານທີ່ກ່ຽວຂ້ອງ (ແຕ່ສູນກາງຈົນເຖິງທ້ອງຖິ່ນ), ການຕິດຕາມ ແລະ ເຝົ້າລະວັງສະຖານະການຢ່າງໃກ້ຊິດ, ເສີມສ້າງຄວາມເຂັ້ມແຂງທາງດ້ານປະສິດທິພາບໃນຫ້ອງທົດລອງ, ການບໍລິການທາງດ້ານ ການແພດ ແລະ ການນໍາໃຊ້ເຕັກໂນໂລຊີຕິດຕາມກຸ່ມສ່ຽງ.
ນອກຈາກນີ້, ທາງໜ່ວຍງານແພດທະຫານ ຈາກບັນດາປະເທດສະມາຊິກອາຊຽນ ກໍ່ຍັງໄດ້ແລກປ່ຽນທັດສະນະ ຕໍ່ກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງການບໍລິການທາງດ້ານການແພດ ໃນການແກ້ໄຂບັນຫາໂຄວິດ-19 ແລະ ຂົງເຂດກົນໄກການຮ່ວມມືລະຫວ່າງໜ່ວຍງານທີ່ກ່ຽວຂ້ອງ ກັບວຽກງານປ້ອງກັນຊາດອາຊຽນ. ໜ່ວຍງານແພດທະຫານໄດ້ປະສານສົມທົບຢ່າງໃກ້ຊິດ ກັບໜ່ວຍງານທີ່ກ່ຽວຂ້ອງຂອງພາກລັດໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນວິຊາການ.
ສະເພາະທິດທາງແຜນການໃນຕໍ່ໜ້າ, ແຕ່ລະປະເທດມີທັດສະນະທີ່ຄ້າຍຄືກັນເປັນຕົ້ນ:
- ຄວນສ້າງສູນຂໍ້ມູນຂ່າວສານສະເພາະໃນການແລກປ່ຽນຂໍ້ມູນຂ່າວສານອາຊຽນ.
- ຄວນເພີ່ມທະວີໃນການປະສານສົມທົບກັບບັນດາກະຊວງ ແລະ ສະຖາບັນທີ່ກ່ຽວຂ້ອງໃນການຈັດການກັບພະຍາດລະບາດໂຄວິດ-19.
- ຄວນມີການແລກປ່ຽນທາງດ້ານວິຊາການ ລວມທັງແນວທາງວິຊາການ.
- ຄວນມີການແລກປ່ຽນຖອດຖອນບົດຮຽນ ຫຼື ແບ່ງປັນແຜນປະຕິບັດງານທີ່ດີທີ່ສຸດໃນອາຊຽນດ້ວຍກັນ.
- ທົບທວນຄືນການປະເມີນຜົນຢ່າງເປັນປົກກະຕິ ເພື່ອປະຕິບັດຕາມນະໂຍບາຍຂອງມາດຕະຖານໃນການປະຕິບັດງານຕ່າງໆ.