ປະຕິບັດຕາມແຜນການປະຈໍາປີ 2021 ຂອງສອງສໍານັກງານການທູດລາວ,
ໃນວັນທີ 18 ກັນຍາ 2021, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ປະເທດສະຫະລັດ ອາເມລິກາ ແລະ ການາດາ, ພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດ, ຜູ້ຕາງ ໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຄະນະ ໄດ້ເຄື່ອນໄຫວຈັດກິດຈະກໍາແຂ່ງຂັນກິລາພົບປະມິດຕະພາບຮ່ວມສອງສໍານັກງານ ແລະ ພີ່ນ້ອງເຊື້ອຊາດລາວຢູ່ລັດເດີລາແວ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມ ສະດວກຈາກ ທ່ານ ສົມກຽດ ພຸດທະວົງສາ, ປະທານສະມາຄົມລາວ ລັດເດລາແວ, ທ່ານ ຄໍາຫຼ້າ ຄຸດສະຫວັນ, ເລຂາທິການສະມາຄົມ ແລະ ຜູ້ຕາງໜ້າເຜົ່າກືມມຸ ປະຈໍາລັດເດລາແວ ແລະ ຄະນະ ລວມທັງພີ່ນ້ອງເຊື້ອຊາດລາວ ທີ່ລັດເດລາແວ ແລະ ລັດໃກ້ຄຽງ ຊຶ່ງມີຜູ້ເຂົ້າຮ່ວມປະມານ 60 ຄົນ.
ໃນໂອກາດນີ້ໄດ້ຈັດການແຂ່ງຂັນກິລາມິດຕະພາບ ປະເພດບານເຕະ, ບານສົ່ງ, ເປຕັງ ແລະ ກະຕໍ້ ລະຫວ່າງສາມພາກສ່ວນ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມ່ວນຊືນ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນຄວາມສາມັກຄີ, ຮັກແພງ ລະຫວ່າງ ສອງສໍານັກງານກໍຄືກັບພີ່ນ້ອງເຊື້ອຊາດລາວ ທີ່ ລັດ ເດລາແວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໃນໂອກາດນີ້, ທັງສອງສໍານັກງານຍັງໄດ້ພົບປະໂອ້ລົມກັບປະທານສະມາຄົມຕ່າງໆ ພ້ອມດ້ວຍພີ່ນ້ອງເຊື້ອຊາດລາວທີ່ເຂົ້າຮ່ວມງານ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພົ້ນເດັ່ນດ້ານການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ລວມທັງສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ຜົນກະທົບຕ່າງໆ ແລະ ການແກ້ໄຂບັນຫາຕ່າງໆ ເປັນຕົ້ນແມ່ນການອອກມາດຕະການຈໍາກັດການເຂົ້າ-ອອກ ສປປ ລາວ ໃນແຕ່ລະໄລຍະ ຍົກເວັ້ນຜູ້ທີ່ມີຄວາມຈໍາເປັນແທ້ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ຍັງໄດ້ແຈ້ງ ແລະ ອະທິບາຍ ການສືບຕໍ່ໃຫ້ການບໍລິການ ກໍຄືການປົກປ້ອງສິດຜົນປະໂຫຍດ ຂອງຄົນລາວຢູ່ຕ່າງປະເທດ ຂອງສະຖານທູດ ເຊິ່ງຄົນລາວ ແລະ ພີ່ນ້ອງເຊື້ອຊາດລາວໃຫ້ຄວາມສົນໃຈ ແລະ ຕິດຕໍ່ສອບຖາມສະຖານທູດຕະຫຼອດເວລາ ໂດຍສະເພາະການເດີນທາງຢ້ຽມຢາມລາວ ກໍຄືການສະເໜີຂໍກັບລາວຢ່າງຖາວອນ ຂອງຫຼາຍໆທ່ານ. ຜ່ານການພົບປະແຂ່ງຂັນກິລາມິດຕະພາບໃນຄັງນີ້ ເຫັນວ່າບັນດາຜູ້ເຂົ້າຮ່ວມທັງໝົດ ໃຫ້ຄວາມສົນໃຈສູງ ແລະ ມີຄວາມປະທັບໃຈໃນການເຂົ້າຮ່ວມງານກິລາ ພ້ອມທັງສະເໜີໃຫ້ມີການຈັດອີກຄັ້ງຕໍ່ໆໄປເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ສ້າງຄວາມໃກ້ຊິດເຊິ່ງກັນ ແລະ ກັນຕໍ່ໄປ.