ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 9 ສິງຫາ 2021, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດທີ່ ສະຫາຍ ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຕິດຕາມ ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສປປ ລາວ, ໃນວັນທີ 9-10 ສິງຫາ 2021.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ການປະສານງານກັນຢ່າງໃກ້ຊິດ ຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເຮັດໃຫ້ການຢ້ຽມຢາມ ສັນຖະວະໄມຕີ ຢ່າງເປັນທາງການ ຄັ້ງນີ້ຂອງ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ປະສົບຜົນສໍາເລັດຢ່າງຈົບງາມ, ມີເນື້ອໃນຄົບຖ້ວນ, ມີຄວາມອຸດົມສົມບູນທາງດ້ານພິທີການ ແລະ ໄດ້ມີການລົງນາມສັນຍາຫຼາຍສະບັບ. ພ້ອມນີ້, ສອງຝ່າຍໄດ້ສະແດງຄວາມເປັນເອກະພາບກັນ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຊຶ່ງເຫັນວ່າ ມີການຮ່ວມມືອັນສະໜິດແໜ້ນ ແລະ ມີປະສິດທິພາບສູງ. ສະເພາະ ປີ 2020-2021 ນີ້ ເຖິງວ່າຈະມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ລວມທັງໃນລາວ ແລະ ຫວຽດນາມ, ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງສອງປະເທດຫຼຸດລົງ ແຕ່ການເຄື່ອນໄຫວທີ່ສໍາຄັນຂອງສອງປະເທດຍັງມີບໍ່ຂາດ, ທັງການຢ້ຽມຢາມ, ການໂອ້ລົມຜ່ານທາງໂທລະສັບ, ກອງປະຊຸມທາງໄກ ແລະ ການແລກປ່ຽນສານຊົມເຊີຍຊຶ່ງກັນແລະກັນ ຂອງການນໍາທັງສອງປະເທດ, ຊຶ່ງໝາກຜົນດັ່ງກ່າວກໍ່ມີການປະກອບສ່ວນຂອງສອງກະຊວງການຕ່າງປະເທດ ເຖິງວ່າການໄປມາຫາສູ່ຈະມີຂໍ້ຈໍາກັດ, ແຕ່ການປະສານງານຂອງສອງກະຊວງ ຍັງເປັນປົກກະຕິ.
ໃນໂອກາດດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບການພົວພັນຮ່ວມມືໃນຕໍ່ໜ້າຂອງສອງກະຊວງ ເປັນຕົ້ນ: ສືບຕໍ່ຕິດຕາມຊຸກຍູ້ ຄະນະກໍາມະການຮ່ວມມືສອງຝ່າຍ ກໍຄືບັນດາກະຊວງ, ຂະແໜງການ ແລະ ບັນດາແຂວງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເອກະສານລົງນາມຕ່າງໆທີ່ສອງຝ່າຍມີຮ່ວມກັນໃຫ້ມີປະສິດທິຜົນສູງສຸດ; ສືບຕໍ່ຊຸກຍູ້ບັນດາກົມຕ່າງໆ ໃນກະຊວງການຕ່າງປະເທດ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ສັນຍາການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະປີ 2021-2025 ແລະ ການຈັດຕັ້ງປະຕິບັດ POA ກ່ຽວກັບການຮ່ວມມືດ້ານການທູດເສດຖະກິດ ທີ່ລົງນາມຮ່ວມກັນໃນທ້າຍປີ 2019; ກະກຽມການຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດການທົດລອງຮູບແບບການກວດກາ ປະຕູດຽວ, ຄັ້ງດຽວ ຢູ່ດ່ານສະຫວັນ-ລາວບາວ; ສືບຕໍ່ປະສານງານກ່ຽວກັບວຽກງານໃຫ້ສັນຊາດ ຂອງປະຊາຊົນ ທີ່ອາໄສຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ; ກະກຽມໃຫ້ແກ່ການເປີດນໍາໃຊ້ ດ່ານດາກຕາອອກ (ແຂວງເຊກອງ) – ນາມຢາງ (ແຂວງກວາງນາມ) ທີ່ຖືກເລື່ອນມາແຕ່ຕົ້ນປີ 2021; ກະກຽມໃຫ້ແກ່ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ, ໃນຄັ້ງນີ້ແມ່ນ ສປປ ລາວ ເປັນເຈົ້າພາບ ຊຶ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນສິງຫານີ້ ຜ່ານລະບົບກອງປະຊຸມທາງໄກ; ປຶກສາຫາລື ເພື່ອກະກຽມໃຫ້ແກ່ ການເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 8 ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນທ້າຍປີ 2021 ນີ້, ພ້ອມທັງຈະຖືເອົາໂອກາດດັ່ງກ່າວ ປຶກສາຫາລືກັນ ເພື່ອກະກຽມໃຫ້ແກ່ການຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງປີມິດຕະພາບ 2022 ແລະ ສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ລາວ- ຫວຽດ ນາມ ຄົບຮອບ 45 ປີ ໃຫ້ມີຄວາມຟົດຟື້ນ ແລະ ມີເນື້ອໃນຄວາມໝາຍອັນເລິກເຊິ່ງ.
ໃນຕອນທ້າຍ, ສອງລັດຖະມົນຕີ ກໍໄດ້ໃຫ້ຄໍາໝັ້ນສັນຍາຮ່ວມກັນວ່າ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບຂຽວສົດງົດງາມ, ເກີດດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມນີ້, ສອງຝ່າຍ ຍັງໄດ້ອວຍພອນຊຶ່ງກັນແລະກັນ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ ເພື່ອສືບຕໍ່ນໍາພາກະຊວງການຕ່າງປະເທດ ລາວ- ຫວຽດນາມ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອຊື່ສຽງ ແລະ ບົດບາດຂອງສອງປະເທດ ໃຫ້ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
****************************