ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ່ 18 ຕຸລາ 2021 ນີ້ ດຣ ຫູມພັນ ຈີລະສັກ ຄະນະພະແນກສາທາລະນະສຸກແຂວງ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂ ການລະບາດພະຍາດ COVID-19 ຂັ້ນແຂວງ, ໄດ້ຖະແຫຼງຂ່າວປະຈຳວັນ ກ່ຽວກັບສະພາບການລະບາດຢູ່ພາຍໃນແຂວງ ວ່າ: ມາຮອດປະຈຸບັນ ການລະບາດຂອງພະຍາດໂຄວິດ 19 ຢູ່ແຂວງຫຼວງພະບາງ ນັບມື້ເປັນວົງກວ້າງ ແລະແຜ່ລາມໄປຫຼາຍເມືອງ ໃນທົ່ວແຂວງຫຼວງພະບາງ, ມາຮອດວັນທີ່ 18 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 579 ຕົວຢ່າງ, ພົບເຊື້ອໃໝ່ 101 ກໍລະນິ, ເປັນການຕິດເຊື້ອຊຸມຊົນທັງໝົດ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມປະຈຸບັນ ມີທັງໝົດ 1,873 ຄົນ, ໃນນີ້ ເປັນກໍລະນີຊຸມຊົນ 1,819 ຄົນ, ນໍາເຂົ້າ 54 ຄົນ, ເສຍຊີວິດສະສົມ 1 ກໍລະນີ, ປີ່ນປົວຫາຍດີອອກໂຮງໝໍແລ້ວ 347 ກໍລະນີ, ສືບຕໍ່ປີ່ນປົວຢູ່ໂຮງໝໍ ແລະບັນດາສູນ 1,526 ກໍລະນີ, ສ່ວນສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ມີທັງໝົດ 24 ສູນ, ຢູ່ 11 ເມືອງ ແລະນະຄອນ ຫຼວງພະບາງ, ສະຖານທີ່ປີ່ນປົວຂັ້ນແຂວງ 2 ແຫ່ງ ແລະຢູ່ເມືອງ 5 ເມືອງ, ທັງພວມກະກຽມໄວ້ແຕ່ລະເມືອງຕື່ມ, ມາຮອດປະຈຸບັນເກັບຕົວຢ່າງມາກວດ ມີຕົວເລກສະສົມ 24,848 ຕົວຢ່າງ, ໃນນີ້ ພົບເຊື້ອ 1,873 ຄົນເທົ່າກັບ 7,5% ຂອງຜູ້ເກັບຕົວຢ່າງທັງໝົດ, ຍັງມີຜູ້ສຳພັດໃກ້ສິດປະຈຳຢູ່ສູນໃນທົ່ວແຂວງທັງໝົ້ດ 767 ຄົນ, ຍິງ 310 ຄົນ. ດຣ ຫູມພັນ ຈີລະສັກ ກ່າວຕື່ມວ່າ: ການລະບາດຂອງພະຍາດໂຄວິດ 19 ຢູ່ແຂວງວຫຼວງພະບາງສ່ວນໃຫຍ່ ແມ່ນມາຈາກງານໃນສັງຄົມທີ່ລະບຸ ໃນຂໍ້ຫ້າມຂອງຄະນະສະເພາະກິດ ເປັນຕົ້ນ ງານຊາປະນະກິດສົບ ຫຼື ງານສົ່ງສະການ ແລະການຊູມແຊວຮູບແບບຕ່າງໆ.
ດຣ ຫູມພັນ ຈີລະສັກ ຄະນະພະແນກສາທາລະນະສຸກແຂວງ ໃຫ້ຮູ້ຕື່ມວ່າ: ສະພາບການລະບາດຢູ່ແຂວງຫຼວງພະບາງ ເຫັນວ່າມີການຕິດເຊືອເຜີ້ມຂື້ນຢ່າງໄວວາ, ຕໍ່ເນື່ອງ, ທັງແຜ່ລາມເປັນວົງກ້ວາງຖ້າທຽບໃສ່ໄລຍະຜ່ານມາ, ມີການແຜ່ລາມອອກໄປຫລາຍເມືອງ, ຫລາຍບ້ານ, ລວມໄປຫາທຸກສາຂາອາຊິບ ນັບມືຫລາຍຂື້ນ, ເຮັດໃຫ້ພື້ນທີ່ເຂດສ່ຽງ ທີ່ມີການລະບາດຂອງພະຍາດ ຫຼື ບ້ານແດງ ລວມມີ 77 ບ້ານ ໃນນັ້ນ ຢູ່ນະຄອນ ຫຼວງພະບາງ 36 ບ້ານ, ເມືອງນໍ້າບາກ 14 ບ້ານ, ເມືອງງອຍ 13 ບ້ານ, ເມືອງຊຽງເງີນ 6 ບ້ານ, ເມືອງຈອມເພັດ 2 ບ້ານ, ເມືອງປາກອູ 3 ບ້ານ, ເມືອງນານ 1 ບ້ານ ແລະເມືອງວຽງຄໍາ 1 ບ້ານ, ສະເພາະ ເມືອງປາກອູ ແລະນະຄອນ ຫລວງພະບາງ, ມາຮອດປະຈຸບັນ ສະຖານທີ່ຮອງຮັບໃນການຈຳກັດບໍລິເວນຜູ້ສຳພັດໃກ້ສິດ, ລວມທັງສະຖານທີ່ປີ່ນປົວຜູ້ຕິດເຊື້ອເລີ່ມແອອັດ, ຈື່ງຈຳເປັນຕ້ອງໄດ້ຂະຫຍາຍສູນຕື່ມ ທັງຈຳເປັນຕ້ອງໄດ້ເຜີ້ມເຈົ້າໜ້າທີ່ປະຈຳສູນ ລວມທັງແພດໝໍ ແລະງົບປະມານເຜີ້ມຂືນຕື່ມ ເພື່ອແກ້ໄຂການລະບາດຂອງພະຍາດໃຫ້ທັນການ.
ຂ່າວ: ອາພຸດເດດ ບຸບຜາ