ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບການພະຍາຍາມລັກລອບເດີນທາງຂ້າມໄປອອກແຮງງານຢູ່ປະເທດໃກ້ ຄຽງຂອງແຮງງານລາວ ໂດຍຜ່ານ ແຂວງຈໍາປາສັກ ຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ ໂດຍສະເພາະນັບແຕ່ລັດຖະບານມີມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ສະເລ່ຍແລ້ວທີ່ເຈົ້າໜ້າທີ່ກ່ຽວ ຂ້ອງສາມາດກວດພົບເຫັນເດືອນໜຶ່ງບໍ່ຕໍ່າກວ່າ 50 ຄົນ.
ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງໆ ຈໍາປາສັກ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະ ຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 7 ເມສາ 2022 ວ່າ: ແຂວງຈໍາປາສັກ ມີຫລາຍເມືອງທີ່ມີຊາຍແດນຕິດກັບປະ ເທດໃກ້ຄຽງ ຄື: ຈໍາປາສັກ, ໂພນທອງ, ຊະນະສົມບູນ, ສຸຂຸມາ ແລະ ມຸນລະປະໂມກ ເຮັດໃຫ້ມີແຮງ ງານລາວພະຍາຍາມລັກລອບເດີນທາງຂ້າມໄປອອກແຮງງານຢູ່ປະເທດໃກ້ຄຽງປະ ກົດໃຫ້ເຫັນຢ່າງຕໍ່ເນື່ອງ, ທັງຮູບແບບໄປດ້ວຍຕົນເອງ ແລະ ຖືກຕົວະຍົວະຫລອກ ລວງໄປ, ໃນນີ້, ນັບສະເພາະແຕ່ລັດຖະບານ ມີມາດຕະການຜ່ອນຜັນໃນການປ້ອງ ກັນພະຍາດໂຄວິດ-19 ເປັນຕົ້ນມາ, ສະເລ່ຍແລ້ວເຈົ້າໜ້າທີ່ກ່ຽວຂ້ອງສາມາດກວດພົບເຫັນແຮງງານດັ່ງກ່າວເດືອນໜຶ່ງບໍ່ຕໍ່າກວ່າ 50 ຄົນ, ໃນນີ້ ພົບເຫັນສ່ວນຫລາຍແມ່ນຢູ່ເຂດຊາຍແດນທາງບົກທີ່ເປັນຊ່ອງທາງທໍາມະຊາດຕາມພູຜາ ແລະ ປ່າໄມ້ ລະ ຫວ່າງ ເມືອງໂພນທອງ ກັບປະເທດໃກ້ຄຽງ, ແຕ່ຖືກເຈົ້າໜ້າທີ່ກ່ຽວຂ້ອງພົບເຫັນກ່ອນ ຍ້ອນໄດ້ກວດກາເວນຍາມຢ່າງເຂັ້ມງວດ ແລະ ໄດ້ດໍາເນີນມາດຕະການຕໍ່ກຸ່ມ ຄົນດັ່ງກ່າວຕາມລະບຽບກົດໝາຍທີ່ກໍານົດໄວ້.
ທ່ານຮອງເຈົ້າແຂວງ ຍັງໃຫ້ຮູ້ຕື່ມວ່າ: ສໍາລັບແຮງງານລາວຈາກປະເທດໃກ້ຄຽງທີ່ເດີນທາງກັບຄືນປະເທດລາວ ໂດຍຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ, ແຂວງຈໍາປາ ສັກ ໃນແຕ່ລະມື້ຍັງມີປົກກະຕິ, ສະເລ່ຍແລ້ວມື້ໜຶ່ງບໍ່ຕໍ່າກວ່າ 40-50 ຄົນ, ສ່ວນຜູ້ທີ່ລັກລອບເດີນທາງເຂົ້າມາຜ່ານດ່ານທໍາມະຊາດແມ່ນມີຈໍານວນໜ້ອຍ ເຊີ່ງເຈົ້າ ໜ້າທີ່ກ່ຽວຂ້ອງສາມາດສະກັດກັ້ນໄວ້ໄດ້. ຢ່າງໃດກໍຕາມ ແຮງງານລາວທີ່ເດີນທາງກັບຄືນມາແຕ່ປະເທດໃກ້ຄຽງໂດຍຜ່ານ ແຂວງຈໍາປາສັກ ທຸກຄົນແມ່ນໄດ້ຮັບການກວດກາຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດໄດ້ກໍານົດໄວ້ຢ່າງເຂັ້ມງວດ.
ຂ່າວ: ມົດແດງນ້ອຍ
ພາບປະກອບຈາກອິນເຕີເນັດ