ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຢູ່ບ້ານເຮົາ ບໍ່ວ່າຍາມປົກກະຕິ ຫຼື ມີງານບຸນສິນກິນທານ ຄົນລາວເຮົາຈໍານວນບໍ່ໜ້ອຍມັກຈັດງານສ້ງສັນດື່ມສິ່ງມືນເມົາແລ້ວຂັບລົດປະໝາດເຮັດໃຫ້ເກີດອຸບັດເກີດ ສ້າງຄວາມເສຍຫາຍໃຫ້ກັບຄອບຄົວ,ສັງຄົມ ແລະ ປະເທດຊາດມາແລ້ວຈົນນັບບໍ່ຖ້ວນ.
ຕາມການສະຫລຸບຂອງກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃນປີ 2022 ຜ່ານມາ,ທົ່ວປະເທດມີອຸບັດຕິເຫດເກີດຂື້ນທັງໜົດ 6.440 ຄັ້ງ,ມີພາຫະນະເປ້ເພເສຍຫາຍ 11.358 ຄັນ,ຄົນໄດ້ຮັບບາດເຈັບ 10.123 ຄົນ,ເສຍຊີວິດ 947 ຄົນ.ມູນຄ່າຄວາມເສຍຫາຍທັງໝົດ 103.047.200.000 ກີບ.
ປີຜ່ານມາ,ອຸບັດເຫດເກີດຂື້ນຫລາຍກວ່າໝູ່ ແມ່ນ ຢູ່ນະຄອນຫຼວງວຽງຈັນ ມີ 1092 ຄັ້ງ,ມູນຄ່າຄວາມເສຍຫາຍ 10,413,350,000 ກີບ. ມີຄົນເສຍຊີວິດ 183 ຄົນ.ອັນດັບທີ ສອງ ແມ່ນ ແຂວງຈໍາປາສັກ ເກີດອຸບັດເຫດ 787 ຄັ້ງ ມູນຄ່າຄວາມເສຍຫາຍ 5.873,850,000 ກີບ.ມີຄົນເສຍຊີວິດ 96 ຄົນ,ອັນດັບທີສາມ ແຂວງ ສະຫວັນນະເຂດ ອຸບັດເຫດເກີດ 680 ຄັ້ງ,ມູນຄ່າຄວາມເສຍຫາຍ 4.494,000,000ກີບ.
ມີຄົນເສຍຊີວິດ 109 ຄົນ.ອັນດັບທີ ສີ່ ແຂວງວຽງຈັນ ເກີດອຸບັດເຫດທັງໝັດ 573 ຄັ້ງ, ເສຍຊີວິດ 57 ຄົນ. ແລະ ອັນດັບທີ ຫ້າ ແມ່ນ ແຂວງ ຫຼວງພະບາງ 527 ຄັ້ງ.ມູນຄ່າຄວາມເສຍຫາຍ 5.250,000,000 ກີບ ມີຄົນເສຍຊີວິດ 74 ຄົນ. ປີ 2022 ຜ່າມາ,ແມ່ນແຂວງ ຫົວພັນ ມີອຸບັດເຫດເກີດຂື້ນນ້ອຍກວ່າໝູ່ໃນທົ່ວປະເທດ ມີ 62 ຄັ້ງ.
ເວົ້າສະເພາະ ໃນໄລຍະບຸນປີໃໝ່ລາວ14-16 ເມສາ ພສ 2565 ຜ່ານມາ, ທົ່ວປະເທດ ມີອຸບັດເຫດທັງໝົດ 222 ຄັ້ງ, ພາຫານະເປ້ເພ 398 ຄັນ, ມີຜູ້ໄດ້ຮັບບາດເຈັບ 387 ຄົນ, ເສຍຊີວິດ 30 ຄົນ ແຂວງທີ່ມີອຸບັດເຫດເກີດຂື້ນຫຼາຍກວ່າໝູ່ ແມ່ນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຈໍາປາສັກ, ຫຼວງນໍ້າທາ,ສະຫວັນນະເຂດ ແລະ ແຂວງສາລະວັນ.
ສະນັ້ນ, ໃນໄລຍະ ສະຫລອງສົ່ງທ້າຍປີເກົ່າ ພ ສ 2565 ຕ້ອນຮັບປີໃໝ່ 2566 ໃຫ້ເຕັມໄປດ້ວຍປອດໄພທຸກປະການ ຈຶ່ງຮຽກຮ້ອງມາຍັງ ຜູ້ຂັບຂີ່ຍານພາຫະນາທຸກທ່ານ ທີ່ຈະເດີນທາງໄປທ່ອງທ່ຽວ ທັງຢູ່ໃກ້ ແລະ ຢູ່ໄກ ຂໍໃຫ້ເອົາໃຈໃສ່ ກວດກາສະພາບເຕັກນິກລົດໃຫ້ຮັບປະກັນ ແລະ ກຽມພ້ອມທຸກຢ່າງ, ສຸຂະພາບຮ່າງກາຍຂອງຜູ້ຂັບຂີ່ຕ້ອງແຂງແຮງ, ຈົ່ງມີສະຕິໃນການຂັບຂີ່ລົດໃນທຸກເວລາ ແລະ ຕະຫຼອດເສັ້ນທາງຫ້າມດື່ມສິ່ງມືນເມົາ. ເວົ້າລວມແລ້ວ ແມ່ນໃຫ້ປະຕິບັດຕາມກົດໝາຍຈະລາຈອນຢ່າງເຂັ້ມງວດ.
ທັງນີ້ ກໍ່ເພື່ອຄວາມປອດໄພ ຂອງຕົວທ່ານເອງ, ຂອງຄອບຄົວ, ຂອງຄົນທີ່ທ່ານຮັກ, ທັງບໍ່ເກີດຄວາມສູນເສຍ ທາງດ້ານຊີວິດ-ຊັບສິນ ແລະ ບໍ່ກໍ່ຄວາມຫຍຸ້ງຍາກໃຫ້ກັບສັງຄົມ.ໃຫ້ນຶກເຖິງຄໍາເວົ້າທີ່ວ່າ: ໄປໃກ້ ຫຼື ໄກ ບໍ່ດື່ມເຫຼົ້າເມົາ, ເມົາບໍ່ຂັບອາດຈະລັບບໍ່ຕື່ນ,ໃຫ້ຄ່ອຍໄປ ຄ່ອຍມາ ເສຍເວລາ ດີກວ່າຊີວີດ.
ການສະຫຼອງບຸນປີໃໝ່ລາວ ໃຫ້ຮັກສາຮີດຄອງ ລຸດຜ່ອນການຟຸຍເຟື່ອຍ
ດັ່ງທີທຸກທ່ານ ຮູ້ນໍາກັນດີແລ້ວວ່າ:ກິດຈະກໍາການສະຫຼອງບຸນປີໃໝ່ໃນແຕ່ລະປີ ຕາມຮີດຄອງປະເພນີ ຂອງຊາດລາວເຮົາ ແມ່ເຂົ້າວັດ ຟັງທໍາ,ເຮັດບຸນສິນກິນທານ ໃສ່ບາດຍາດນໍ້າ,ໄປຫົດສົງພະພຸດທະຮູບຕາມວັດວາອາຮາມຕ່າງໆ ເພື່ອເຮັດໃຫ້ຈິດໃຈມີຄວາມສະຫງົບ,ຮັບເອົາພອນຈາກພະສົງໃນການດໍາລົງຊີວີດໃຫ້ມີຄວາມປອດໃສ.ໄປສົມມາຄາລະວະ ຫົດສົງຜູ້ເປັນພໍ່-ແມ່, ຜູ້ເຖົ້າ-ຜູ້ແກ່ ຜູ້ຊົງຄຸນວຸດທິ ເພື່ອສະ
ແດງຄວາມເຄົາລົບຄວາມ ກະຕັນຍູ່ ຮູ້ບຸນຄຸນຂອງພວກເພິ່ນທີ່ລ້ຽງເຮົາມາ ພ້ອມທັງອວຍພອນໃຫ້ພວກເພິ່ນ ມີສຸກຂະພາບເຂັ້ມແຂງ ເປັນຮົ່ມໂພ ຮົ່ມໄຊໃຫ້ກັບລູກໆຫລານໆຕໍ່ໄປ.ແລະ ຮັບເອົາຄໍາອວຍພອນຈາກພວກເພິ່ນ.
ໃນການສະຫຼອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຂອງລາວເຮົາປະຕິບັດກັນມາ ແຕ່ລະສໍານັກງານ,ອົງການ ແລະ ຄອບຄົວ ຈະຈັດພິທີສະຫລຸບຜົນງານ, ທໍາລາບາສີສູ່ຂວັນ, ມັດຂໍ້ຕໍ່ແຂນ ອວຍພອນໃຫ້ກັນແລະ ກັນ ດ້ວຍຄວາມຈົບງາມ.ຫຼັງຈາກນັ້ນ ຈະພົບປະສ້າງສັນຢ່າງເບີກບານມ່ວນຊື່ນ.
ການສະຫລອງສົ່ງທ້າຍປີເກົ່າ ພ ສ 2565 ຕ້ອນຮັບປີໃໝ່ 2566 ປີນີ້,ແມ່ນໄລຍະທີ່ປະເທດຊາດເຮົາ
ຫາກໍ່ຜ່ານພົ້ນວິກິດການດ້ານເສດຖະກິດ-ການເງິນ ຈາກການແຜ່ລະບາດຂອງພະຍາດໂຄວິດ 19.ເບິ່ງໂດຍລວມແລ້ວ ເຖິງວ່າສະພາບເສດຖະກິດມີທ່ວງທ່າດີຂື້ນ ແຕ່ກໍຍັງພົບຄວາມຫຍຸ້ງຍາກບໍ່ໜ້ອຍ.
ສະນັ້ນ,ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນ,ປະຊາຊົນລາວບັນດາເຜົ່າ ຈົ່ງຈັດຕັ້້ງການສະຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວດ້ວຍຄວາມເບີກບານມ່ວນຊື່ນ,ໄດ້ທັງເນື້ອໃນ ແລະ ຮູບການ ໂດຍຖືເອົາກິດຈະກໍາທີ່ເຄີຍປະຕິບັດກັນມາຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາເປັນສິ່ງສໍາຄັນຕົ້ນຕໍ,ຫລີກລ້ຽງການຈັດງານສະຫລອງແບບໃຫ່ຍໂຕ,ແນໃສ່ແຕ່ການຊຸມແຊວ,ຫລີ້ນກິນຟຸຍເຟືອຍ
ການສະຫຼອງບຸນປີໃໝ່ລາວ ໃຫ້ມີຄວາມສະຫງົບ ແລະ ປອດໄພ
ໂດຍ: ວັນໄຊ ຕະວິນຍານ